ຕົ້ນໂທນາ / Mitrayna Korth

Use
Income
Medicine
Ornamental
Scientific Name / Family
Mitragyna diversifolia (Wall. ex G.Don) Havil. / Rubiaceae
Synonyms
Mamboga capitata Blanco
Mitragyna javanica Koord. & Valeton
Nauclea adina Blanco
Nauclea diversifolia Wall. ex G.Don
Stephegyne diversifolia (Wall. ex G.Don) Hook.f.
Stephegyne diversifolia (Wall. ex G.Don) Brandis
Stephegyne parvifolia Vidal
Stephegyne tubulosa Fern.-Vill.
Other Names
Thai: ຕົ້ນກະທຸ່ມນາ
Eng: Mitrayna Korth
Botanical Description

ຕົ້ນຈັດເປັນໄມ້ຢືນຕົ້ນຂະໜາດກາງ, ສູງ 8-15 ມ, ລໍາຕົ້ນຄົດ ຫຼື ຊື່, ເປືອກລໍາຕົ້ນດ້ານນອກເປັນສີເທົາ, ຫຼຸດອອກເປັນເກັດແຜ່ນນ້ອຍໆ, ສ່ວນເປືອກດ້ານໃນເປັນສີເຫຼືອງອ່ອນ, ເມື່ອລໍາຕົ້ນແກ່ໂຄນຕົ້ນມັກຈະເປັນພູພອນ, ນິຍົມຂະຫຍາຍພັນດ້ວຍວິທີການກ້າແກ່ນ. ໃບດ່ຽວ, ຈັບສະຫຼັບຕັ້ງສາກກັນ, ແຜ່ນໃບຮູບໄຂ່ ຮູບຂອບຂະໜານ, ຮູບຮີ, ປາຍໃບມົນ, ໃບກວ້າງ 3-7 ຊມ ແລະ ຍາວ 5-12 ຊມ, ດ້ານລຸ່ມໃບກ້ຽງ. ອອກດອກເປັນຊໍ່ກະຈຸກຊ້ອນ 3 ຊັ້ນ, ສະຫຼັບກົງກັນຂ້າມກັນ, ໂດຍອອກຕາມງ່າມໃບ, ມີໃບປະດັບຂະໜາດໃຫຍ່ທຸກຊັ້ນ, ດອກເປັນສີເຫຼືອງແບບກະຈຸກແໜ້ນ, ມີຂະໜາດປະມານ 1-2 ຊມ, ແຕ່ລະຊໍ່ຈະມີດອກນ້ອຍໆ, ດອກມີກິ່ນຫອມ. ໝາກມີລັກສະນະເປັນຊົງກົມ ຫຼື ຮູບໄຂ່ຂະໜາດນ້ອຍ, ຜິວໝາກຂຸຂະ ແຂງ, ອັດຮ່ວມກັນເປັນກ້ອນກົມ, ໝາກເມື່ອແຫ້ງຈະແຕກອອກພາຍໃນມີເມັດມີປີກ.

Description of Use

ປະໂຫຍດ:
-  ເນື້ອໄມ້ໃຊ້ປະໂຫຍດໃນດ້ານການແປຮູບ.
-  ໃຊ້ປູກເປັນໄມ້ປະດັບ.
ສັບພະຄຸນ:
-  ໃບມີລົດຂົມເຝື່ອນເມົາ ມີສັັັັັັັັັບພະຄຸນຊ່ວຍລົດຄວາມດັນໂລຫິດ ແລະ ອອກກົດຕໍ່ປະສາດ ແລະ ກ້າມເນື້ອ.
-  ເປືອກຕົ້ນ ແລະ ໃບໃຊ້ເປັນຢາແກ້ບິດມູກເລືອດ.
-  ເປືອກລໍາຕົ້ນມີລົດຝາດຮ້ອນໃຊ້ເປັນຢາຮັກສາພະຍາດຜິວໜັງທຸກຊະນິດ, ແກ້ມະເຮັງຄຸດທະລາດ.

Contribute