ປາຈາດ / Pa Chad
APA 6th ed. ປາຈາດ / Pa Chad. (2020, October 16). Retrieved from https://www.phakhaolao.la/kb/0000631
MLA 8th ed. ປາຈາດ / Pa Chad. Pha Khao Lao, 16 October 2020, https://www.phakhaolao.la/kb/0000631.
Chicago 17th ed. Pha Khao Lao. 2020. "ປາຈາດ / Pa Chad." Published October 16, 2020. https://www.phakhaolao.la/kb/0000631.
Thai: จาด จาดภูหลวง
D: 8; A: 5; P1: 14; P2: 8. ຮູບຮ່າງຂ້ອນຂ້າງສັ້ນ (oblong) ແລະ ແປເຂົ້າດ້ານຂ້າງ, ຄວາມເລິກຂອງລໍາໂຕ 26.51-26.93% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 24.65-26.58% ຂອງ SL. ຫົວ: ສັນດັງແຫຼມ, ຫົວ ແລະ ຕາຂ້ອນຂ້າງໃຫຍ່, ມີໜວດ 2 ຄູ່, ບໍລິເວນຮີມສົບດ້ານລຸ່ມ ແລະ ດ້ານເທິງ ສະເໝີກັນ, ດັງມີ 1 ຄູ່, ຄວາມຍາວຂອງເສັ້ນຜ່າສູນກາງຕາ 29.43-32-60% ຄວາມຍາວຂອງຫົວ (HL). ລຳຕົວ: ຄີແຂງອັນສຸດທ້າຍຂອງຄີຫຼັງຍາວ, ມີຄວາມຍາວເກືອບເທົ່າກັບຄວາມເລິກຂອງຮ່າງກາຍ, ຄີຕ່າງໆສີນໍ້າຕານ, ປາຍຄີຫຼັງອັນສຸດທ້າຍຍາວກາຍຈຸດເລີ່ມຕົ້ນຂອງຄີກົ້ນ, ເສັ້ນຂ້າງໂຕສົມບູນ, ເກັດເສັ້ນ ຂ້າງໂຕ 31-36 ເກັດ, ເກັດກ່ອນຄີຫຼັງ 12-13 ເກັດ, ເກັດອ້ອມກົກຫາງ 14 ເກັດ, ເກັດຈາກເກັດກ່ອນຄີຫຼັງ ລົງໄປຫາເສັ້ນຂ້າງຕົວຕາມແນວສະຫຼຽງ 4 ເກັດ ແລະ ເກັດໜ້າຄີກົ້ນຂຶ້ນໄປຫາຕາມ ເສັ້ນຂ້າງຕົວຕາມ ແນວສະຫຼຽງ 6 ເກັດ, ຈຸດເລີ່ມຕົ້ນຂອງຄີຫຼັງ ລຸດຈຸດເລີ່ມຕົ້ນຂອງຄີທ້ອງໄປທາງທ້າຍຂອງຮ່າງກາຍ ໜ້ອຍໜຶ່ງ, ຄີຫຼັງ 8 ເສັ້ນກ້ານຄີອ່ອນ, ຄີກົ້ນ 5 ເສັ້ນກ້ານຄີອ່ອນ, ຄີເອິກ 14 ເສັ້ນກ້ານຄີອ່ອນ, ຄີທ້ອງ 8 ເສັ້ນກ້ານຄີອ່ອນ. ຫາງ: ເປັນງ່າມວ້ຳຢູ່ສ່ວນກາງເປັນ 2 ຊີກ, ຄີຫາງເປັນສີເຫຼືອງມີຂອບສີດໍາ. ສີຂອງລຳໂຕ: ສີຟ້າ ແລະ ດ້ານຫຼັງອອກສີນໍ້າຕານ.
ເຂດກະຈາຍພັນ: ອ່າງແມ່ນໍ້າຂອງ ໃນລາວ
ປາຈາດພົບໜ້ອຍໃນຕະຫຼາດ, ສ່ວນຫຼາຍຊາວບ້ານຫາພໍກຸ້ມກິນພາຍໃນຄອບຄົວ, ເຮັດປາແຫ້ງ ແລະ ປາສົ້ມໄວ້ກິນດົນ.
ເປັນປາທີ່ມັກຢູ່ຕາມສາຍຫ້ວຍໃນເຂດພູສູງ ແລະ ສາຍນ້ຳໄຫຼໃນເຂດປ່າປົກຫຸ້ມ. ພວກມັນຈະອາໄສຢູ່ຕາມວັງນ້ຳຖາວອນໃນຊ່ວງລະດູແລ້ງ. ໃນຊ່ວງລະດູຝົນຈະເຄື່ອນຍ້າຍອອກໄປວາງໄຂ່ ແລະ ຫາກິນໃນເຂດຍອດນ້ຳ, ປາຕົວອ່ອນ ແລະ ປາຮາມຈະຫາກິນໃນເຂດຍອດນ້ຳ. ເມື່ອເຖິງເດືອນ ຕຸລາ ຈະເລີ່ມອົບພະຍົບລົງມາຫາແຫຼ່ງນ້ຳຖາວອນ.