ປາແກ້ວ / Minute carp
APA 6th ed. ປາແກ້ວ / Minute carp. (2020, October 12). Retrieved from https://www.phakhaolao.la/kb/0000629
MLA 8th ed. ປາແກ້ວ / Minute carp. Pha Khao Lao, 12 October 2020, https://www.phakhaolao.la/kb/0000629.
Chicago 17th ed. Pha Khao Lao. 2020. "ປາແກ້ວ / Minute carp." Published October 12, 2020. https://www.phakhaolao.la/kb/0000629.
Thai: ตะเพียนแคระ ขาวเกล็ดแก้ว
D: 9; A: 6-7; P1: 11-13; P2: 7-8. ຮ່າງກາຍແຄບ, ຂະຫນາດນ້ອຍ, ຮູບແບບລໍາໂຕສັ້ນ (oblong) ແລະ ແປເຂົ້າດ້ານຂ້າງ, ມີຄວາມເລິກຂອງຮ່າງກາຍເທົ່າ 26.42-29.78% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວເທົ່າ 27.23-29.78% ຂອງ SL. ຫົວ: ມີຮູຢູ່ບໍລິເວນຫົວເຫັນເປັນແຖວຢ່າງຊັດເຈນ, ສັນດັງມົນ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 42.85-44.77% ຂອງຄວາມຍາວຫົວ (HL). ລໍາໂຕ: ມີເກັດຂະໜາດໃຫຍ່ຖ້າທຽບໃສ່ຮ່າງກາຍ ແລະ ບໍລິເວນຖານເກັດມີສີດໍາ, ມີເມັດສີດຳຢູ່ບໍລິເວນກາງຂອງແຜ່ນຄີກົ້ນ, ມີເມັດສີດຳຢູ່ຖານຂອງຄີຫາງບໍລິເວນເສັ້ນຂ້າງໂຕ, ຄີຫຼັງມີຮອຍແຕ້ມສີດໍາຢູ່ປາຍຄີ ແລະ ລຸດລົງມາເປັນຮອຍແຕ້ມສີສົ້ມ; ເສັ້ນຂ້າງໂຕບໍ່ສົມບູນ, ເກັດເສັ້ນຂ້າງໂຕທີ່ມີຮູມີ 3–5 ເກັດ (ເລີ່ມແຕ່ເກັດຢູ່ຫົວໄປຫາຫາງ), 10-11 ເກັດອ້ອມກົກຫາງ, 4-5 ເກັດກ່ອນຄີຫຼັງ, ຄີຫຼັງມີ 9 ເສັ້ນກ້ານຄີອ່ອນ, ຄີກົ້ນ ມີ 6-7 ເສັ້ນກ້ານຄີອ່ອນ, ຄີເອິກມີ 11-13 ເສັ້ນກ້ານຄີອ່ອນ, ຄີທ້ອງມີ 7-8 ເສັ້ນກ້ານຄີອ່ອນ; ຫາງ: ຫາງເປັນງ່າມ ວ້ຳຢູ່ສ່ວນກາງເປັນ 2 ຊີກ (Forked tail); ສີຂອງລຳໂຕ; ຮ່າງກາຍເປັນສີເງິນແກມສີຂີ້ເທົ່າ.
ເຂດແຜ່ກະຈາຍ: ແມ່ນໍ້າຂອງໃນ ສປປ ລາວ ແລະ ປະເທດໄທ ແລະ ພາກເໜືອຂອງແຫຼມມາເລ.
ການຫາປາແກ້ວ ເພື່ອເປັນອາຫານ ແລະ ແຕກແດດເພື່ອເຮັດປາແກ້ວແຫ້ງ ແລ້ວນຳສົ່ງຂາຍຕາມທ້ອງຕະຫຼາດ. ສາມາດນຳມາເຮັດແຈ່ວປາແຫ້ງ ຫຼື ຈືນກອບໆ
ປາແກ້ວເປັນປາຂະໜາດນ້ອຍຄ້າຍປາຊິວ, ການດຳລົງຊີວິດຄ້າຍຄືກັນ. ມັນຈະເລີ້ມເຄື່ອນຍ້າຍແມ່ນຝົນຕົກແຮງ, ຈະລອຍຂຶ້ນຕາມຮ່ອງ ນ້ຳເພື່ອໄປຫາໜອງ ຫຼື ບຶງເພື່ອປະສົມພັນ ແລະ ວາງໄຂ່, ພວກມັນຈະວາງໄຂ່ຕາມພືດນ້ຳຈຳພວກຫຍ້າ ຫຼື ເຫງົ້າຫຍ້າ. ຕົວອ່ອນຈະດຳລົງຊີວິດຕາມແຫຼ່ງນ້ຳຊົ່ວຄາວ ຫຼື ເຂດນ້ຳຖ້ວມ, ເມື່ອໃກ້ເຖິງລະດູແຫ້ງພວກມັນຈະພາກັນອົບພະຍົບໄປຫາແຫຼ່ງນ້ຳຖາວອນ