ປາຂັ້ນເຮືອລາຍຈາງ / Pa Khan Heua

Use
Food
Income
Scientific Name / Family
Opsarius koratensis (Smith, 1931) / Cyprinidae
Synonyms
Barilius koratensis Smith, 1931
? Barilius huahinensis Fowler, 1934b
Barilius nanensis Smith, 1945
? Danio ponticulus Smith, 1945
? Barilius borneensis Roberts, 1989
Danio menglaensis He & Chen, 1994
Other Names
Cambodian: Trey changwa angkat
Thai: น้ำหมึกโคราช ซิวจ้ำ
Conservation Status
Least Concern
Physical Description

D: 8; A: 10-12; P1: 11-13; P2: 7. ຮູບແບບລໍາໂຕສັ້ນ (oblong) ແລະ ແປເຂົ້າດ້ານຂ້າງ, ປົກກະຕິແລ້ວມີຮ່າງກາຍຮຽວ ຫຼາຍກວ່າ Pulchellus opsarius, ມີຄວາມເລິກຂອງຮ່າງກາຍເທົ່າ 25.90-27% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 21.33-22 ຂອງ SL. ຫົວ: ປາກກວ້າງ, ມີຕຸ່ມຈຸ້ມຢູ່ຄາງກະໄຕລຸ່ມ; ຄວາມຍາວຂອງເສັ້ນຜ່າສູນກາງຕາ 35.40-37% ຂອງຄວາມຍາວຫົວ (HL) ລໍາໂຕ: ຕໍາແຫນ່ງຂອງຄີຫຼັງຢູ່ປະມານເຄິ່ງກາງ ຂອງຄີກົ້ນ ແລະ ຄີທ້ອງ, ມີເສັ້ນຂີດຂວາງຕາມຂ້າງຂອງລໍາໂຕ 2-9 ຂີດ (ບາງຄັ້ງກໍບໍ່ຊັດເຈນ) ເສັ້ນຂີດມີຂະໜາດນ້ອຍບາງ ແລະ ມີສີຟ້າໃນເວລາ ມີຊີວິດຢູ່ ຫຼື ຍັງສົດຢູ່, ປົກກະຕິແລ້ວເສັ້ນຂີດຈະສີຈາງ, ສັ້ນ ແລະ ນ້ອຍຫນ້ອຍກວ່າ O. pulchellus. ເພດຜູ້ຂອງປາຊະນິດ ນີ້ບໍ່ມີສີຂຽວສະທ້ອນທີ່ເດັ່ນຄືກັບ O. pulchellus; 35-35 ເກັດເສັ້ນຂ້າງໂຕ, 12-13 ເກັດອ້ອມກົກຫາງ, 15-17 ເກັດກ່ອນ ຄີຫຼັງ, ຄີຫຼັງມີ 8 ເສັ້ນກ້ານຄີອ່ອນ, ຄີກົ້ນ ມີ 10-12 ເສັ້ນກ້ານຄີອ່ອນ, ຄີເອິກມີ 11-13 ເສັ້ນກ້ານຄີອ່ອນ, ຄີທ້ອງມີ 7 ເສັ້ນ ກ້ານຄີອ່ອນ; ຫາງ: ຫາງເປັນງ່າມວ້ຳຢູ່ສ່ວນກາງເປັນ 2 ຊີກ (Forked tail); ສີຂອງລຳໂຕ; ຮ່າງກາຍເປັນສີຟ້າ.

ການແຜ່ກະຈາຍ: ແມ່ນໍ້າຂອງໃນກໍາປູເຈຍ, ປະເທດໄທ, ສປປລາວ ແລະ ປະເທດຈີນ (ຢຸນນານ); ແມ່ນໍ້າເຈົ້າພະຍາ

full

Description of Use

ປາຮາມ

ເປັນປາທີ່ຫາໄດ້ດ້ວຍການໃສ່ມອງ, ຕຶກແຫ ແລະ ເບັດ. ສາມາດນຳມາປຸງແຕ່ງອາຫານໄດ້ຫຼາຍປະເພດ ເຊັ່ນ: ເອາະ, ແກງ, ກ້ອຍ, ປາແດກ ແລະ ປາແຫ້ງ.

Reproduction and Lifecycle

ປາຮາມ

ພົບໃນແມ່ນ້ຳຂອງ ແລະ ສາຂາຂອງແມ່ນ້ຳຂອງສາຍຕ່າງໆ ແຕ່ເໜືອຮອດໃຕ້. ພວກມັນຈະເຄື່ອນຍ້າຍເພື່ອວາງໄຂ່ ແລະ ຫາກິນໃນຊ່ວງລະດູຝົນ. ປາຮາມ ແລະ ປາຕົວເຕັມໄວຈະເຄື່ອນຍ້າຍໄປຫາແຫຼ່ງນ້ຳສາຍຫຼັກໃນຊ່ວງລະດູແລ້ງ.

Contribute