ປາຄິງ / Pa King

Use
Food
Income
Scientific Name / Family
Onychostoma gerlachi (Peters, 1881) / Cyprinidae
Synonyms
Varicorhinus gerachi (Peters, 1881)
Varicorhinus gerlachi (Peters, 1881)
Varicorhinus babeensis Nguyen & Nguyen, 2001
Barbus gerlachi Peters, 1881
Other Names
Cambodian: Trey rawnoung chhnouth
Thai: ปลาขิ่ง
Conservation Status
Near Threatened
Physical Description

D: 8; A: 5; P1: 9; P2: 5-7. ຮ່າງກາຍຂ້ອນຂ້າງຮຽວ, ຮູບແບບລໍາໂຕສັ້ນ (oblong) ແລະ ແປເຂົ້າດ້ານຂ້າງ, ມີຄວາມເລິກຂອງຮ່າງກາຍເທົ່າ 25.58-25.78% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 21.97-23.25 ຂອງ SL. ຫົວ: ປາກກ້ວາງ, ສົບເທິງຍາວກວ່າສົບລຸ່ມ, ປາກຍາວຕາມລວງຂວາງ ເກືອບສຸດຫົວ, ຂອບຄາງກະໄຕລຸ່ມສວດຂຶ້ນເປັນໂນນແຫຼມ, ບໍ່ມີໜວດ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 32.50-33.35%  ຂອງຄວາມຍາວຫົວ (HL); ລໍາໂຕ: ກ້ານຄີແຂງອັນສຸດທ້າຍຂອງຄີຫຼັງແຂງ ແລະ ຂອບທາງດ້ານຫຼັງເປັນແຂ້ວເລື່ອຍ, ມີເສັ້ນແຄບສີດຳຍາວຕາມ ດ້ານຂ້າງຂອງຮ່າງກາຍ; 45-48 ເກັດເສັ້ນຂ້າງໂຕ, 14-16 ເກັດອ້ອມກົກຫາງ, 14-15 ເກັດກ່ອນຄີຫຼັງ, ຄີຫຼັງມີ 8 ເສັ້ນກ້ານຄີອ່ອນ, ຄີກົ້ນ ມີ 5 ເສັ້ນກ້ານຄີອ່ອນ, ຄີເອິກມີ 9 ເສັ້ນກ້ານຄີອ່ອນ, ຄີທ້ອງມີ 5-7 ເສັ້ນກ້ານຄີອ່ອນ; ຫາງ: ຫາງເປັນງ່າມ ວ້ຳຢູ່ສ່ວນກາງເປັນ 2 ຊີກ (Forked tail); ສີຂອງລຳໂຕ; ຮ່າງກາຍເປັນສີເງິນ ຫຼື ນໍ້າຕານ, ມີເສັ້ນແຄບສີດຳ, ຍາວຕາມດ້ານຂ້າງຂອງຂອງຮ່າງກາຍ.

ການແຜ່ກະຈາຍ: ແມ່ນໍ້າຂອງໃນປະເທດຈີນ (ຢຸນນານ) ແລະ ສປປລາວ; ແມ່ນໍ້າເຈົ້າພະຍາ, ເກາະໄຮນັງ.

ປາຮາມ

Description of Use
ຕົວເຕັມໄວ
ໂຕເຕັມໄວ
ໂຕຍັງນ້ອຍ
ໂຕຍັງນ້ອຍ

ປາຄິງນິຍົມປີ້ງກັບສົ້ມຜັກສ້ຽນ ຫຼື ແຈ່ວໝາກເຜັດ. ໂດຍມີການປີ້ງ ຫຼື ແຕ່ງກິນທັ້ງຂີ້ຂອງມັນ. ປາຄິງຂ້ອນຫາຍາກ ແລະ ລາຄາແພງໃນຕະຫຼອດທ້ອງຖີ່ນທີ່ມັກພົບແມ່ນຕະຫຼາດນ້ຳເນີນ, ຕະຫຼາດຊຳເໜືອ (ຫົວພັນ) ແລະ ຕະຫຼາດນ້ຳຫງໍ້າ (ໂພນສະຫວັນ, ຊຽງຂວາງ)

Reproduction and Lifecycle

ພົບຕາມຫຼ້ວຍທີ່ມີນ້ຳໄຫຼຕະຫຼອດປີ, ໂດຍສະເພາະແມ່ນນ້ຳສາຂາຍ່ອຍຕ່າງໆທີ່ຢູ່ຕາມເຂດພູສູງ. ພວກມັນຈະຂຶ້ນຫາຍອດນ້ຳເພື່ອວາງໄຂ່ ແລະ ຫາກິນໃນຊ່ວງລະດູຝົນ. ເມື່ອຊ່ວງລະດູແລ້ງຈະລົງມາຫາວັງທີ່ມີນ້ຳຕະຫຼອດປີ.

ປາຮາມ

Contribute