ປາຄິງ / Pa King
APA 6th ed. ປາຄິງ / Pa King. (2020, October 16). Retrieved from https://www.phakhaolao.la/kb/0000625
MLA 8th ed. ປາຄິງ / Pa King. Pha Khao Lao, 16 October 2020, https://www.phakhaolao.la/kb/0000625.
Chicago 17th ed. Pha Khao Lao. 2020. "ປາຄິງ / Pa King." Published October 16, 2020. https://www.phakhaolao.la/kb/0000625.
Varicorhinus gerlachi (Peters, 1881)
Varicorhinus babeensis Nguyen & Nguyen, 2001
Barbus gerlachi Peters, 1881
Thai: ปลาขิ่ง
D: 8; A: 5; P1: 9; P2: 5-7. ຮ່າງກາຍຂ້ອນຂ້າງຮຽວ, ຮູບແບບລໍາໂຕສັ້ນ (oblong) ແລະ ແປເຂົ້າດ້ານຂ້າງ, ມີຄວາມເລິກຂອງຮ່າງກາຍເທົ່າ 25.58-25.78% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 21.97-23.25 ຂອງ SL. ຫົວ: ປາກກ້ວາງ, ສົບເທິງຍາວກວ່າສົບລຸ່ມ, ປາກຍາວຕາມລວງຂວາງ ເກືອບສຸດຫົວ, ຂອບຄາງກະໄຕລຸ່ມສວດຂຶ້ນເປັນໂນນແຫຼມ, ບໍ່ມີໜວດ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 32.50-33.35% ຂອງຄວາມຍາວຫົວ (HL); ລໍາໂຕ: ກ້ານຄີແຂງອັນສຸດທ້າຍຂອງຄີຫຼັງແຂງ ແລະ ຂອບທາງດ້ານຫຼັງເປັນແຂ້ວເລື່ອຍ, ມີເສັ້ນແຄບສີດຳຍາວຕາມ ດ້ານຂ້າງຂອງຮ່າງກາຍ; 45-48 ເກັດເສັ້ນຂ້າງໂຕ, 14-16 ເກັດອ້ອມກົກຫາງ, 14-15 ເກັດກ່ອນຄີຫຼັງ, ຄີຫຼັງມີ 8 ເສັ້ນກ້ານຄີອ່ອນ, ຄີກົ້ນ ມີ 5 ເສັ້ນກ້ານຄີອ່ອນ, ຄີເອິກມີ 9 ເສັ້ນກ້ານຄີອ່ອນ, ຄີທ້ອງມີ 5-7 ເສັ້ນກ້ານຄີອ່ອນ; ຫາງ: ຫາງເປັນງ່າມ ວ້ຳຢູ່ສ່ວນກາງເປັນ 2 ຊີກ (Forked tail); ສີຂອງລຳໂຕ; ຮ່າງກາຍເປັນສີເງິນ ຫຼື ນໍ້າຕານ, ມີເສັ້ນແຄບສີດຳ, ຍາວຕາມດ້ານຂ້າງຂອງຂອງຮ່າງກາຍ.
ການແຜ່ກະຈາຍ: ແມ່ນໍ້າຂອງໃນປະເທດຈີນ (ຢຸນນານ) ແລະ ສປປລາວ; ແມ່ນໍ້າເຈົ້າພະຍາ, ເກາະໄຮນັງ.
ປາຄິງນິຍົມປີ້ງກັບສົ້ມຜັກສ້ຽນ ຫຼື ແຈ່ວໝາກເຜັດ. ໂດຍມີການປີ້ງ ຫຼື ແຕ່ງກິນທັ້ງຂີ້ຂອງມັນ. ປາຄິງຂ້ອນຫາຍາກ ແລະ ລາຄາແພງໃນຕະຫຼອດທ້ອງຖີ່ນທີ່ມັກພົບແມ່ນຕະຫຼາດນ້ຳເນີນ, ຕະຫຼາດຊຳເໜືອ (ຫົວພັນ) ແລະ ຕະຫຼາດນ້ຳຫງໍ້າ (ໂພນສະຫວັນ, ຊຽງຂວາງ)
ພົບຕາມຫຼ້ວຍທີ່ມີນ້ຳໄຫຼຕະຫຼອດປີ, ໂດຍສະເພາະແມ່ນນ້ຳສາຂາຍ່ອຍຕ່າງໆທີ່ຢູ່ຕາມເຂດພູສູງ. ພວກມັນຈະຂຶ້ນຫາຍອດນ້ຳເພື່ອວາງໄຂ່ ແລະ ຫາກິນໃນຊ່ວງລະດູຝົນ. ເມື່ອຊ່ວງລະດູແລ້ງຈະລົງມາຫາວັງທີ່ມີນ້ຳຕະຫຼອດປີ.