ປາຄີເກາະຫາງດຳ / Drak Finned Fish
APA 6th ed. ປາຄີເກາະຫາງດຳ / Drak Finned Fish. (2020, October 19). Retrieved from https://www.phakhaolao.la/kb/0000623
MLA 8th ed. ປາຄີເກາະຫາງດຳ / Drak Finned Fish. Pha Khao Lao, 19 October 2020, https://www.phakhaolao.la/kb/0000623.
Chicago 17th ed. Pha Khao Lao. 2020. "ປາຄີເກາະຫາງດຳ / Drak Finned Fish." Published October 19, 2020. https://www.phakhaolao.la/kb/0000623.
D: 7-8; A: 8-9; P1: 11-12; P2: 7-8. ຮ່າງກາຍຂ້ອນຂ້າງຮຽວ, ຮູບແບບລໍາໂຕສັ້ນ (oblong) ແລະ ແປເຂົ້າດ້ານຂ້າງ, ມີຄວາມເລິກຂອງຮ່າງກາຍເທົ່າ 29.12-.36.72% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 25.45-26.30% ຂອງ SL. ຫົວ: ສັນດັງສັ້ນ, ມີໜວດ 1 ຄູ່, ໜວດຍາວ, ຍາວກວ່າເຄິ່ງໜຶ່ງຂອງມ່ານຕາ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 35.59-45.75% ຂອງຄວາມຍາວຫົວ (HL). ລໍາໂຕ: ປາຍ ແລະ ແຂບ ຂອງຄີຫຼັງສີອອກດໍາ ແຕ່ບໍ່ຊັດເຈນ, ຖານຄີກົ້ນ ຂ້ອນຂ້າງເທົ່າກັບຖານຄີຫຼັງ, ຈຸດເລີ່ມຕົ້ນຂອງຄີທ້ອງກາຍຈຸດເລີ່ມຕົ້ນຂອງຄີຫຼັງເລັກນ້ອຍ; 32-34 ເກັດຂ້າງ-ເສັ້ນ, 12 ເກັດອ້ອມກົກຫາງ, 9 ເກັດກ່ອນຄີຫຼັງ, ຄີຫຼັງມີ 7-8 ເສັ້ນກ້ານຄີອ່ອນ, ຄີກົ້ນ ມີ 8-9 ເສັ້ນກ້ານຄີອ່ອນ, ຄີເອິກມີ 11-12 ເສັ້ນກ້ານຄີອ່ອນ, ຄີທ້ອງມີ 7-8 ເສັ້ນກ້ານຄີອ່ອນ; ຫາງ: ເປັນງ່າມ ວ້ຳຢູ່ສ່ວນກາງເປັນ 2 ຊີກ (Forked tail); ສີຂອງລຳໂຕ: ສີເງິນ. ຂໍ້ສັງເກດ: ຈຸດສີດໍາຢູ່ຄີຫຼັງຫນ້ອຍກວ່າໃນ M. greenwayi, ມີສີດໍາຂະຫນາດນ້ອຍໃນຖານເກັດ ຕາມຂ້າງຂອງ ຮ່າງກາຍ, ແຕ່ຫນ້ອຍກວ່າໃນ M. greenwayi
ການແຜ່ກະຈາຍ: ແມ່ນ້ໍາຂອງນໍ້າໃນປະເທດຈີນ (ຢຸນນານ), ໄທ ແລະ ສປປລາວ.
ເປັນປາທີ່ບໍ່ເຄີຍພົບເຫັນຕາມທ້ອງຕະຫຼາດ, ມີແຕ່ຫາກີນພໍສຳລັບກຸ່ມຄອບຄົວ ເພາະຫາໄດ້ໜ້ອຍ ແລະ ຫາຍາກ.
ເປັນປາພົບທົ່ວໄປຕາມລຳແມ່ນ້ຳຂອງ ແລະ ສາຂາຕ່າງໆ. ພວກມັນຈະເຄື່ອນຂຶ້ນຫາຫ້ວຍ ຫຼື ເຂດນ້ຳຖ້ວມເພື່ອຫາກິນ ແລະ ວາງໄຂ່. ປາຮາມ ແລະ ຕົວເຕັມໄວຈະເຄື່ອນຍ້າຍຫາແຫຼ່ງນ້ຳສາຂາຫຼັກເມື່ອເຖິງທ້າຍລະດູຝົນປະມານເດືອນຕຸລາ.