ປາຄີເກາະຕາແດງ

Use
Food
Income
Scientific Name / Family
Mystacoleucus greenwayi (Pellegrin & Fang 1940) / Cyprinidae
Synonyms
Other Names
Cambodian: Trey tim proek
Thai: ขี้ยอก ตาใส เกเกาะตาแดง
Conservation Status
Least Concern
Physical Description

D: 8; A: 8-9; P1: 12; P2: 7-8. ຮ່າງກາຍຂ້ອນຂ້າງຮຽວ, ຮູບແບບລໍາໂຕສັ້ນ (oblong) ແລະ ແປເຂົ້າດ້ານຂ້າງ , ມີຄວາມເລິກຂອງຮ່າງກາຍເທົ່າ 25.71-28.57–30 % ຂອງຄວາມຍາວ ມາດຖານ (SL), ຄວາມຍາວຂອງຫົວ 23.80-25.14% ຂອງ SL; ຫົວ: ມີໜວດຄູ່ດຽວ ຢູ່ຄາງກະໄຕເທິງຢູ່ກະດູກ maxillary ແລະ ຍາວກ່ວາເຄິ່ງໜຶ່ງຂອງເສັ້ນຜ່າກາງຂອງມ່ານຕາ ຫຼື ຊ່ອງຕາດຳ, ສັນດັງສັ້ນ, ປາກຂະຫນາດນ້ອຍຄວາມຍາວຂອງເສັ້ນຜ່າສູນກາງຕາ -39.7-40.11% ຂອງຄວາມຍາວຫົວ (HL); ລໍາໂຕ: ຂອບປາຍຄີຫຼັງດໍາ, ແຕ່ມີຮູບຮ່າງບໍ່ຊັດເຈນ ຫຼື ບໍ່ແນ່ນອນ, ຕາມປົກກະຕິແລ້ວ ຢູ່ບໍລິເວນຖານຂອງເກັດຈະເຫັນເປັນສີດຳແຈກຢາຍ ຢູ່ຕາມຮ່າງກາຍໃນໂຕເຕັມໄວ; ຄີທ້ອງລື່ນຄີຫຼັງໄປທາງດ້ານຫຼັງ; ປາຍຂອງຄີເອິກລື່ນຄີຫຼັງ ໄປທາງດ້ານຫນ້າເລັກນ້ອຍ; ເກັດເສັ້ນຂ້າງໂຕ 30–32 ເກັດ, ເກັດກ່ອນຄີຫຼັງ 10 ເກັດ, ເກັດອ້ອມກົກຫາງ 12 ເກັດ; ຄີຫຼັງມີ 8 ເສັ້ນກ້ານຄີອ່ອນ, ຄີກົ້ນ ມີ 8-9 ເສັ້ນກ້ານຄີອ່ອນ, ຄີເອິກມີ 12 ເສັ້ນກ້ານຄີອ່ອນ, ຄີທ້ອງມີ 7-8 ເສັ້ນກ້ານຄີອ່ອນ; ຫາງ: ເປັນງ່າມ ວ້ຳຢູ່ສ່ວນກາງເປັນ 2 ຊີກ (Forked tail); ສີຂອງລຳໂຕ: ຮ່າງກາຍເປັນສີເງິນທັງຫມົດ

ການແຜ່ກະຈາຍ: ແມ່ນ້ໍາຂອງນ້ໍາໃນສປປລາວ, ຈີນ (ຢຸນນານ) ແລະປະເທດໄທ ຕາມແມ່ນ້ຳເຈົ້າພະຍາ(Chao Phraya)

ປາຮາມ

Description of Use

ປາຮາມ

ມັກຖຶກມອງຊາວປະມົງ, ເອົາມາເພື່ອເປັນອາຫານ ແລະ ສີນຄ້າພົບເຫັນບາງຕະຫຼາດທ້ອງຖີ່ນ. ສາມາດເຮັດເປັນອາຫານໄດ້ຫຼາຍແບບເຊັ່ນ: ເອາະ, ແກງ, ປາສົ້ມ, ປາແຫ້ງ ແລະ ປາແດກ.

Reproduction and Lifecycle

ເປັນປາທີ່ພົບເຫັນທົ່ວໄປຕາມແມ່ນ້ຳຂອງ ແລະ ສາຂາຂອງມັນ ໂດຍສະເພາະແມ່ນ້ຳງື່ມ, ນ້ຳອູ, ນ້ຳຊັນ, ນ້ຳຈິງ ແລະ ສາຂາອື່ນໆ. ພວກມັນຈະເຄື່ອນຍ້າຍຕາມລະດູການເພື່ອວາງໄຂ່ ແລະ ຊອກຫາກິນ.

Contribute