ປາມັນ / Flying Fox Fish
APA 6th ed. ປາມັນ / Flying Fox Fish. (2020, October 19). Retrieved from https://www.phakhaolao.la/kb/0000617
MLA 8th ed. ປາມັນ / Flying Fox Fish. Pha Khao Lao, 19 October 2020, https://www.phakhaolao.la/kb/0000617.
Chicago 17th ed. Pha Khao Lao. 2020. "ປາມັນ / Flying Fox Fish." Published October 19, 2020. https://www.phakhaolao.la/kb/0000617.
Garra taeniata Smith, 1931
Garra spinosa Fowler, 1934
Garra taeniatops Fowler, 1935
Garra parvifilum Fowler, 1939
? Discogobio dienbieni Nguyen, 2001
Thai: Khaom Nai Taeng
D: 9-10; A: 5; P1: 14; P2: 7. ຮູບແບບລຳໂຕສັ້ນ (oblong) ແລະ ກົມ, ມີຄວາມເລິກຂອງລຳໂຕ 23.07-27.95% ຂອງ ຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 21.17-25.58% ຂອງ SL. ຫົວ: ມີຫົວຂະໜາດນ້ອຍ, ຢູ່ປາກຈະມີຕຸ່ມທີ່ ຂະຫຍາຍຕົວດີ, ຮີມສົບດ້ານເທິງຈະຍາວກວ່າດ້ານລຸ່ມ, ຮີມສົບດ້ານລຸ່ມປ່ຽນແປງໄປເປັນແຜນຢ່າງຈະແຈ້ງ, ມີໜວດ 1 ຄູ່, ຕາຂ້ອນຂ້າງນ້ອຍ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 22.10-23.61% ຂອງຄວາມຍາວຫົວ (HL). ລຳໂຕ: ບໍລິເວນພື້ນ ດ້ານລຸ່ມຄາງກະໄຕໄປຫາກົກຂອງຄີຫາງມີສີຂາວ, ຢູ່ສ່ວນຂ້າງໂຕມີແຖບສີດຳ ຫຼື ສີນໍ້າຕານໄໝ້ຂະໜາດໃຫຍ່, ກວ້າງປະມານ ສອງແຖວເກັດ ແລະ ຢູ່ສອງຟາກຂ້າງຂອງແຖບສີດໍາມີແຖບສີອອກເຫຼືອງ ແຕ່ປາຍສຸດຂອງເງີບ ຫາກົກຂອງຄີຫາງ, ສ່ວນ ດ້ານຫຼັງມີສີດຳ, ເສັ້ນຂ້າງໂຕສົມບູນ, ເກັດເສັ້ນຂ້າງໂຕ 31-32 ເກັດ, ເກັດກ່ອນຄີຫຼັງ 10 ເກັດ, ເກັດອ້ອມກົກຫາງ 10 ເກັດ, ເກັດຈາກເກັດກ່ອນຄີຫຼັງລົງໄປຫາເສັ້ນຂ້າງ ຕົວຕາມແນວສະຫຼຽງ 4 ແລະ ເກັດໜ້າຄີກົ້ນຂຶ້ນໄປຫາຕາມເສັ້ນຂ້າງ ຕົວຕາມ ແນວສະຫຼຽງ 4 ເກັດ; ຄີຕ່າງໆ ເປັນສີອອກເຫຼືອງ ອົມສົ້ມ, ຄີຫຼັງ ແລະ ຄີທ້ອງສີເຫຼືອງ, ຄີຫຼັງມີແຖບສີເຫຼືອງຢູ່ບໍລິເວນ ກາງເຄິ່ງຂອງຄວາມສູງຂອງຄີຫຼັງ ແລະ ມີ 10 ເສັ້ນກ້ານຄີອ່ອນ, ຄີກົ້ນສີສົ້ມ ແລະ ມີ 5 ເສັ້ນກ້ານຄີອ່ອນ, ຄີເອິກ 14 ເສັ້ນກ້ານ ຄີອ່ອນ, ຄີທ້ອງ 7 ເສັ້ນກ້ານຄີອ່ອນ. ຫາງ: ຫາງເປັນສີເຫຼືອງ ຫຼື ສົ້ມ ແລະ ມີຂອບດ້ານຂ້າງຂອງຄີຫາງສີແດງ, ຫາງເປັນງ່າມ ວ້ຳຢູ່ສ່ວນກາງເປັນ 2 ຊີກ, ສີຂອງລຳຕົວ: ຂ້າງຕົວມີແຖບສີດໍາ ຫຼື ສີນໍ້າຕານໄໝ້, ກວ້າງປະມານສອງແຖວເກັດ, ມີແຖບ ຂາວ ແຕ່ປາຍສຸດຂອງເງີບຟັນຟືມຫາກົກຂອງຄີຫາງ ແລະ ສ່ວນດ້ານຫຼັງມີສີດຳ.
ເຂດກະຈາຍພັນ: ອ່າງແມ່ນໍ້ຂອງໃນ (ສປປ ລາວ), ຢຸນນານ (ສປປ ຈີນ), ໄທ, ກໍາປູເຈຍ, ຫວຽດນາມ ແລະ ແຫຼມມາເລ, ປາຈຳພວກນີ້ຢູ່ກັນເປັນໝູ່ຢູ່ນ້ຳໄຫຼແຮງ ແລະ ພື້ນນ້ຳມີຫີນ ຫຼື ກ້ອນຫີນໃຫຍ່.
ເປັນປາທີ່ຫາຂ້ອນຂ້າງຍາກ. ພວກມັນຈະຢູ່ຕາມຫ້ວຍ, ຊາວບ້ານຈະໃຊ້ສະຫວິງໄປຊ້ອນເອົາມາເຮັດກິນເປັນອາຫານ. ສາມາດເຮັດອາຫານໄດ້ຫຼາຍຮູບແບບເຊັ່ນ: ມົກ, ເອາະ ແລະ ອື່ນໆ.
ນ້ຳຫ້ວຍທີ່ມີກ້ອນຫິນແມ່ນບ່ອນຢູ່ອາໄສຂອງພວກມັນ. ພວກມັນຈະເຄື່ອນຍ້າຍຂຶ້ນຫາຍອດນ້ຳເພື່ອຫາກິນ ແລະ ວາງໄຂ່. ປານ້ອຍ ແລະ ປາຮາມຈະຫາກິນຕາມແຄມນ້ຳ. ເມື່ອທ້າຍລະດູຝົນຈະເຄື່ອນຍ້າຍລົງຫາວັງນ້ຳຖາວອນ.