ຕົ້ນຊໍ້ / Gamari

Use
Food
Medicine
Shelter
Scientific Name / Family
Gmelina arborea Roxb/Lamiaceae
Synonyms
Gmelina arborea var. canescens Haines
Gmelina arborea var. glaucescens C.B.Clarke
Gmelina rheedei Hook.
Gmelina sinuata Link
Other Names
Thai: ຕົ້ນຊໍ້
Eng: Gamari, So
Botanical Description

ຕົ້ນຊໍ້ຈັດເປັນໄມ້ຢືນຕົ້ນຂະໜາດກາງ, ສູງ 15-25 ມ, ກິ່ງອ່ອນລັກສະນະເປັນສັນສີ່ຫຼ່ຽມ ແລະ ມີຂົນລະອຽດ. ໃບດ່ຽວ, ຈັບລຽງກົງກັນຂ້າມສະຫຼັບຕັ້ງສາກ, ລັກສະນະຂອງໃບເປັນຮູບໄຂ່ ຫຼື ຮູບຫົວໃຈ, ປາຍໃບແຫຼມ ຫຼື ແຫຼມຍາວ,ກວ້າງ 10-15 ຊມ ແລະ ຍາວ 20-25 ຊມ, ແຜ່ນໃບດ້ານໜ້າກ້ຽງ, ສ່ວນດ້ານລຸ່ມໃບມີນວນ ແລະ ມີຂົນສັ້ນນຸ່ມ. ອອກດອກເປັນຊໍ່ກະຈຸກແຕກກແໜງສັ້ນໆ, ໂດຍອອກຕາມປາຍກິ່ງ, ມີ 1 ຊໍ່ ຫຼື ຫຼາຍຊໍ່, ຍາວປະມານ 7-15 ຊມ, ຊໍ່ດອກມີຍ່ອຍຈໍານວນຫຼາຍ, ດອກມີໃບປະດັບແຕ່ຫຼົ່ນງ່າຍ, ກີບດອກມີ 5 ກີບ, ປາຍກີບເປັນຮູບສາມຫຼ່ຽມຂະໜາດນ້ອຍ, ສ່ວນກີບດອກເປັນຮູບລຳໂພງດ້ານດຽວ, ປາຍແຍກອອກເປັນ 5 ກີບແບ່ງເປັນກີບເທິງ 2 ກີບ ແລະ ກີບລຸ່ມ 3 ກີບ ຂະໜາດບໍ່ເທົ່າກັນ, ດ້ານນອກເປັນສີນໍ້າຕານແດງ, ສ່ວນດ້ານໃນຫຼອດກີບເປັນສີຄີມອ່ອນໆ, ກີບປາກລຸ່ມ ກີບກາງດ້ານໃນເປັນສີເຫຼືອງແຊມ. ໝາກເປັນໝາກສົດ ລັກສະນະຂອງໝາກເປັນຮູບວົງຮີ ຫຼື ຮູບໄຂ່, ຍາວ 1.5-2 ຊມ, ຜິວໝາກກ້ຽງເປັນມັນ, ມີກິ່ນ, ໝາກອ່ອນເປັນສີຂຽວ, ເມື່ອສຸກແລ້ວຈະປ່ຽນເປັນສີເຫຼືອງ, ໝາກເປັນແບບມີແກ່ນດຽວ, ບາງເທື່ອມີ 2 ແກ່ນ.

Description of Use

ປະໂຫຍດ: 
-  ໝາກສຸກນໍາມາບີບເອົານໍ້າປະສົມກັບເຂົ້າໜຽວນື່ງແລ້ວມາໝົກໄຟໃຊ້ຮັບປະທານ.
-  ໄຕລື້ຈະໃຊ້ດອກມາໃສ່ກັບແປ້ງເຮັດຂະໜົມຫໍ່ໃສ່ໃບຕອງ ເຊິ່ງເອີ້ນວ່າເຂົ້າໜົມດອກຊໍ່
-  ເນື້ອໄມ້ເໝາະກັບໃຊ້ໃນງານກໍ່ສ້າງ, ໂຄງສ້າງຕ່າງໆຂອງເຮືອນເຊັ່ນ: ເສົາເຮືອນ, ວົງກົບປະຕູ, ປ້ອງຢຽມ, ເຮັດເຮືອ, ໄມ້ພາຍ ແລະ ອື່ນໆ.
ສັບພະຄຸນ:
-  ຮາກໃຊ້ເປັນຢາບໍາລຸງທາດໃນຮ່າງກາຍ.
-  ໃບຄັ້ນເອົາແຕ່ນໍ້າໃຊ້ຮັກສາບາດໄດ້.
-  ຢາພື້ນບ້ານລ້ານນາຈະໃຊ້ເປືອກຕົ້ນຊໍ້ມາຕົ້ມກັບນໍ້າອາບແກ້ອາການຄັນ.
-  ເປືອກຕົ້ນນໍາມາທັບແລ້ວບີບເອົາແຕ່ນໍ້າໃຊ້ໃສ່ຮັກສາບາດທີ່ເກິດຈາກນໍ້າກັດຕີນໄດ້ດີຫຼາຍ.

Contribute