ປາຄີລາມ / Pa Lang Khon
APA 6th ed. ປາຄີລາມ / Pa Lang Khon. (2022, August 1). Retrieved from https://www.phakhaolao.la/kb/0000595
MLA 8th ed. ປາຄີລາມ / Pa Lang Khon. Pha Khao Lao, 1 August 2022, https://www.phakhaolao.la/kb/0000595.
Chicago 17th ed. Pha Khao Lao. 2022. "ປາຄີລາມ / Pa Lang Khon." Published August 1, 2022. https://www.phakhaolao.la/kb/0000595.
Cirrhinus cuvierii Jerdon, 1849
Labiobarbus cuvieri Valenciennes, 1842
Labiobarbus berdmorei (Blyth, 1860)
Dangila burmanicus Day, 1877
Labiobarbus burmanicus (Day, 1877))
Labiobarbus leptocheilus (Valenciennes, 1842))
Dangila leptocheila Valenciennes, 1842
Labiobarbus leptocheilus van Hasselt, 1823
Dangila kuhlii Valenciennes, 1842
Dangila cuvieri Valenciennes, 1842
Dangila berdmorei Blyth, 1860
Dangila sumatrana Bleeker, 1852
Dangila lineata (non Sauvage, 1878)
Dangila burmanica Day, 1877
Dangila rosea Popta, 1904
Dangila kuhli Valenciennes, 1842
Labiobarbus sumatranus (Bleeker, 1852)
Labiobarbus lineatus (non Sauvage, 1878)
Thai: Pla lao tong, Pla soi, Pla soi luk noon, Pla soi nok khao, Sa, Ta deng.
Cambodian: Trey ach kok, Trey eteok
D: 23-25; A: 5; P1: 15-16; P2: 8. ຮູບແບບລໍາໂຕສັ້ນ ແລະ ແປເຂົ້າດ້ານຂ້າງ, ມີຄວາມເລິກຂອງລຳໂຕ 26.86-28.68% ຂອງຄວາມຍາວມາດຖານ SL, ຄວາມຍາວຂອງຫົວ 10.65-19.67% SL. ຫົວ: ຫົວຂ້ອນຂ້າງນ້ອຍ, ຕານ້ອຍ, ມີໜວດ 2 ຄູ່, ໜວດຢູ່ກະດູກ Maxillary ຂອງຄາງກະໄຕເທິງຂ້ອນຂ້າງສັ້ນ ບໍ່ເດ່ອອກມາເຖິງຂອບທາງຫຼັງຂອງຕາ, ຮີມສົບດ້ານເທີງ ຍາວກວ່າຮີມສົບທາງດ້ານລຸ່ມ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 32% ຂອງຄວາມຍາວຫົວ HL. ລຳໂຕ: ມີເສັ້ນສີດຳລາຍຍາວຕາມແຖວຂອງເກັດ, ຄີຫຼັງ ແລະ ຄີຫາງອອກສີຄໍ້າ, ຄີທ້ອງ ແລະ ຄີກົ້ນອອກສີອ່ອນ, ເກັດເສັ້ນຂ້າງໂຕສົມບູນ, ເກັດເສັ້ນຂ້າງໂຕ 34-36 ເກັດ, ເກັດກ່ອນຄີຫຼັງ 10-12 ເກັດ, ເກັດອ້ອມກົກຫາງ 16 ເກັດ, ເກັດຈາກເກັດກ່ອນຄີຫຼັງລົງໄປຫາເສັ້ນຂ້າງຕົວຕາມແນວສະຫຼຽງ 6 ແລະ ເກັດໜ້າຄີກົ້ນຂື້ນໄປຫາຕາມເສັ້ນຂ້າງ ຕົວຕາມແນວສະຫຼຽງ 5 ເກັດ, ຈຸດເລີ້ມຕົ້ນຂອງຄີຫຼັງຢູ່ໜ້າຈຸດເລີ້ມຕົ້ນຂອງຄີທ້ອງ, ຄີຫຼັງ 23-25 ເສັ້ນກ້ານຄີອ່ອນ, ຄີກົ້ນ 5 ເສັ້ນກ້ານຄີອ່ອນ, ຄີເອິກ 15-16 ເສັ້ນກ້ານຄີອ່ອນ, ຄີທ້ອງ 8 ເສັ້ນກ້ານຄີອ່ອນ. ຫາງ: ມີຮອຍວ້ຳຢູ່ສ່ວນກາງເປັນ 2 ຊີກ, ສີຂອງລຳໂຕ: ບໍລິເວນດ້ານເທີງຂອງລໍາຕົວເປັນສີຂຽວ, ດ້ານທ້ອງມີສີຂາວ.
ການກະຈາຍພັນ: ພົບຢູ່ອ່າງແມ່ນໍ້າຂອງໃນ ສປປລາວ, ໄທ, ຫວຽດນາມ ແລະ ກໍາປູເຈຍ.
ປາຄີລາມນິຍົມປຸງແຕ່ງເປັນອາຫານປະເພດເອາະ, ກິນໄດ້ທັ້ງຂີ້ຂອງມັນ, ຈະມີລົດຊາດຂົມເລັກນ້ອຍ. ນອກນັ້ນຍັງເຮັດເປັນປາແຫ້ງ ແລະ ປາແດກ. ສາມາດຫາກິນໄດ້ຕາມລະດູການ ໂດຍສະເພາະແມ່ນຍາມຊ່ວງລະດູຝົນຕົກ ໂດຍການໃສ່ມອງ.