ປາຊິວຫາງຈໍ້າ / Scissor-Tail Rasbora
APA 6th ed. ປາຊິວຫາງຈໍ້າ / Scissor-Tail Rasbora. (2020, October 14). Retrieved from https://www.phakhaolao.la/kb/0000594
MLA 8th ed. ປາຊິວຫາງຈໍ້າ / Scissor-Tail Rasbora. Pha Khao Lao, 14 October 2020, https://www.phakhaolao.la/kb/0000594.
Chicago 17th ed. Pha Khao Lao. 2020. "ປາຊິວຫາງຈໍ້າ / Scissor-Tail Rasbora." Published October 14, 2020. https://www.phakhaolao.la/kb/0000594.
D: 7; A: 5; P1: 13; P2: 8. ລໍາໂຕຂ້ອນຂ້າງຍາວ ແລະ ແປເຂົ້າທາງດ້ານຂ້າງ, ມີຄວາມເລິກຂອງລໍາຕົວ 21.87 % ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 25% SL. ຫົວ: ຫົວ ແລະ ຕາຂ້ອນຂ້າງໃຫຍ່, ບໍ່ມີໜວດ, ຮູດັງມີ 1 ຄູ່, ປາກຢູ່ທາງໜ້າຂອງຫົວ, ສັນດັງແຫຼມ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 37.5% ຂອງຄວາມຍາວຫົວ HL. ລໍາໂຕ: ມີສັ້ນສີດຳນ້ອຍໆຜ່ານກາງລຳຕົວ, ເກັດເສັ້ນຂ້າງໂຕສົມບູນ, ຄີຫຼັງມີຈຸດເລີ່ມຕົ້ນຕັ້ງຊື່ກັບຈຸດເລີ່ມຕົ້ນຄີທ້ອງ, ຂອບທ້າຍຂອງເກັດອອກສີດໍາ, ເກັດອ້ອມກົກຫາງ 13 ເກັດ, ຄີຫຼັງມີ 7 ເສັ້ນກ້ານຄີອ່ອນ, ຄີກົ້ນມີ 5 ເສັ້ນກ້ານຄີອ່ອນ, ຄີເອິກມີ 13 ເສັ້ນກ້ານຄີອ່ອນ ແລະ ຄີທ້ອງມີ 8 ເສັ້ນກ້ານຄີອ່ອນ ແລະ ຫາງ: ມີຮ້ອຍວໍ້າເລິກເຂົ້າຢູ່ສ່ວນກ່າງເປັນ 2 ຊີກ, ມີຈຸດສີດໍາຢູ່ຮອຍວັກຄີຫາງ ແລະ ປາຍຂອງ 2 ຊີກຄີຫາງ. ສີຂອງລໍາໂຕ: ສີຂາວໃສ.
ເຂດກະຈາຍພັນ: ພົບຢູ່ອ່າງແມ່ນໍ້າຂອງໃນ ສປປລາວ, ໄທ ແລະ ກໍາປູເຈຍ.
ເຮັດສົ້ມປານ້ອຍ, ປາແດກ ແລະ ຕາກແຫ້ງເປັນປາແກ້ວ ໂດຍຊາວບ້ານຫາກິນຕາມລະດູການ, ຈະພົບຫວາໄດ້ຫຼາຍໃນຊ່ວງລະດູຝົນ. ມັນຍັງເປັນຕົວສຳຄັນໃນຫ່ວງໂສ້ອາຫານໃນລະບົບນິເວດໜອງນ້ຳ, ມັນຈະເປັນອາຫານຂອງປາໃຫຍ່ ແລະ ນົກຫຼາຍຊະນິດ.