ແມງຄາມ / Fighting Beetle

Use
Food
Income
Scientific Name / Family
Xylotrupes gideon (Linnaeus, 1767) / Scarabaeidae
Synonyms
Scarabaeus gideon Linnaeus, 1767
Geotrupes dentatus Weber, 1801
Scarabaeus alcibiades Dejean, 1833
Scarabaeus furcifer Voet, 1806
Scarabaeus nimrod Voet, 1806
Scarabaeus oromedon Drury, 1770
Scarabaeus phorbanta Olivier, 1789
Scarabaeus scorticum Voet, 1806
Scarabaeus simson Voet, 1806
Other Names
ແມງກວ່າງ
Thai: ด้วงกว่างชน, กว่างโซ้ง
Physical Description

ລັກສະນະທົ່ວໄປ: ແມງຄາມ ໂຕຜູ້ມີຮ່າງກາຍຂະໜາດໃຫຍ່ກວ່າໂຕແມ່ (ໂຕຜູ້ຂະໜາດ 28-79 ມມ ແລະ ໂຕແມ່ຂະໜາດ 23-36 ມມ) ໂຕຜູ້ມີເຂົາຂະໜາດໃຫຍ່ຍື່ນໄປຫາໜ້າ ແລະ ໂຄ້ງລົງບ່ອນປາຍແຍກອອກເປັນສອງແງ່ມ. ບາງໂຕມີຂົນສີເຫຼືອງອ່ອນຢູ່ພື້ນທ້ອງ. ສ່ວນໂຕແມ່ບໍ່ມີເຂົາ. ລໍາຕົວເປັນສີນໍ້າຕານແດງ, ສີດຳ. ປີກຄູ່ທໍາອິດໜາ, ແຂງ, ເປັນສີເຫຼື້ອມ (elytra) ແລະ ຄູ່ຫຼັງ ເປັນແຜ່ນໃສ (membrane). ຮ່າງກາຍແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອິກ ແລະ ສ່ວນທ້ອງ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບ (Lamellate) ລັກສະນະຄ້າຍໃບໄມ້ຊ້ອນກັນ, ດ້ານປາຍໜວດມີລັກສະນະແປທາງດ້ານຂ້າງ ແລະ ຕິດລຽນກັນ. ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (elytra) ປົກຫຸ້ມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs), ປາຍສຸດຂອງຂາຈະມີເລັບເປັນຕະຂໍ ສອງແຊກ. ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່. ແຫຼ່ງທີ່ພົບແມງຄາມ: ສາມາດພົບທົ່ວໄປ. ອາຫານຂອງແມງຄາມ: ໂຕອ່ອນ (ດ້ວງ) ກິນຊາກພືດ ແລະ ຊາກສັດ. ໂຕເຕັມໄວກິນອ້ອຍ, ເປືອກໄມ້, ຢາງໄມ້ ແລະ ໝາກໄມ້ເປັນອາຫານ. 

Description of Use

ລາຄາຂາຍແມງຄາມຕາມທ້ອງຕະຫຼາດ 25,000-50,000 ກີບ/ກິໂລກຣາມ. ແຕ່ບາງໂຕທີສວຍງາມ, ໃຫຍ່, ເກັ່ງ ລາຄາຂາຍ 50,000-250,000 ກີບ/ໂຕ ຫຼື ຫຼາຍກວ່ານີ້. ສາມາດພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກທາດໂປຼຕີນ (Protein), ນໍາມາຂາຍເປັນສິນຄ້າ, ສັດລ້ຽງສວຍງາມ, ລ້ຽງເພື່ອການກິລາ, ນໍາມາເປັນອາຫານຂອງສັດ.

Reproduction and Lifecycle

ການສືບພັນ (Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງຈັກຈົງອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ.   
ໄລຍະໄຂ່ (Eggs): ຕົວແມ່ 1 ຕົວ ຈະວາງໄຂ່ປະມານ 50-100 ໜ່ວຍ. ໄຂ່ເປັນໜ່ວຍກົມ. ການວາງໄຂ່ເປັນໜ່ວຍໆຕາມພື້ນດິນ. ໄຂ່ມີລັກສະນະເປັນໜ່ວຍກົມສີຂາວອ່ອນ-ຂາວຂຸ້ນໃສ. 
ໄລຍະເປັນໂຕດ້ວງ (Larva): ລັກສະນະຂອງໂຕດ້ວງບໍ່ມີປີກ, ລໍາໂຕຂົດເປັນຮູບໂຕຊີ (C), ຮ່າງກ່າຍມີຂົນ, ລໍາໂຕເປັນສີຂາວຂຸ້ນ, ຫົວເປັນກາບແຂງຂະໜາດໃຫຍ່ ທີ່ເອີ່ນວ່າ: ຫົວກະໂຫຼກ, ມີແກ້ວກ້າມຂະໜາດໃຫຍ່, ມີປ້ອງລໍາໂຕ 8 ປ້ອງ ແຕ່ລະປ້ອງມີຮູຫາຍໃຈປ້ອງລະ 1 ຄູ່ຢູ່ຂ້າງລໍາໂຕ. ມີຂາ  3 ຄູ່.
ໄລຍະເປັນໂຕດັກແດ້ (pupa):  ເປັນໄລຍະຂອງການພັກໂຕທີອາໄສຢູ່ໃນດິນທີ່ມີຄວາມອຸດົມສົມບູນທາງດ້ານແຮ່ທາດທາງທຳມະຊາດ ເຊັ່ນ: ອາຈົມສັດ, ເສດໄມ້ໂດກ, ໄລຍະນີ້ຈະໃຊ້ເວລາຍາວນານເຖິງ 12 ເດືອນ.  ຕົວອ່ອນຂອງດັກແດ້ຈະເປັນສີຂາວຂຸ້ນ ຈົນຮອດສີນໍ້າຕານແດງ. ຊ່ວງໄລຍະທີ່ເປັນດັກແດ້ນີ້ຮ່າງກາຍຈະອ່ອນນຸ້ມ, ຂະໜາດຮ່າງກາຍຕົວດັກແດ້ ຍາວປະມານ 4-6 ຊມ. ແລະ ມີການລອກຄາບອອກມາເປັນໂຕເຕັມໄວ້ ແຕ່ຊ່ວງອອກມາເປັນໂຕເຕັມໄວ້ຈະອາໄສຢູ່ໃນໂພງ 1-2 ເດືອນ ກ່ອນອອກມາສູ່ສະພາບແວດລ້ອມພາຍນອກ.
ໄລຍະໂຕເຕັມໄວ (Adults): ຈະມີຊີວິດຢູ່ໄດ້ໃນທຳມະຊາດປະມານ 2-3 ເດືອນ.

Contribute