ແມງອໍ້ຄໍລາຍ / Rice Grasshopper

Associated Species
Use
Food
Income
Scientific Name / Family
Hieroglyphus banian (Fabricius, 1798) / Acrididae
Synonyms
Acridium furcifer (Serville, 1838)
Gryllus banian (Fabricius, 1798)
Hieroglyphus banian elongata (Uvarov, 1922)
Acridium furcifer Serville, 1838
Oxya furcifer (Serville, 1838)
Hieroglyphus furcifer (Serville, 1838)
Other Names
ແມງຕັກກະແຕນຕົ້ນເຂົ້າ
Thai: ตั๊กแตนหนวดสั้น
Physical Description

ລັກສະນະທົ່ວໄປ: ແມງຕັກກະແຕນຕົ້ນເຂົ້າ ມີຮ່າງກາຍຂະໜາດປານກາງປະມານ 30-50  ມມ. ລໍ້າຕົວເປັນສີນໍ້າຕານແກ່, ສີຂຽວອ່ອນ ແລະ ໂຕອ່ອນມີສີຕ່າງໆເຊັ່ນ: ຂຽວອ່ອນ, ເຫຼືອງອ່ອນ, ນໍໍ້າຕານແດງ ແລະ ສີດໍາ. ດ້ານໜ້າພາກເປັນສີດໍໍາ, ທາງດ້ານທ້ອງມີຮອງສີດໍາ, ໂຕເຕັມໄວເປັນສີເຫຼືອງປົ່ນຂຽວ ຫຼື ນໍ້າຕານປົ່ນເຫຼືອງ. ຮ່າງກາຍຂອງແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform). ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ (Jumping leg), ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli) ຢູ່ລະຫວ່າງກາງຂອງຕາລວມ. ແຫຼ່ງທີ່ພົບແມງຕັກກະແຕນຕົ້ນເຂົ້າ: ສາມາດພົບທົ່ວໄປຕາມທົ່ງຫຍ້າ, ຕາມທົ່ງນາ, ເດີນຫຍ້າ, ຕາມສວນກະສີກຳ. ອາຫານຂອງແມງຕັກກະແຕນຕົ້ນເຂົ້າ: ໂຕອ່ອນ ແລະ ໂຕເຕັມໄວກິນພືດເປັນອາຫານ.

Description of Use

ສາມາດພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ສາມາດໃຫ້ສານອາຫານສູງຈຳພວກທາດໂປຼຕີນ (Protein), ນໍາມາຂາຍເປັນສິນຄ້າ, ນໍາມາເປັນອາຫານຂອງສັດ. ລາຄາຂາຍຕັກກະແຕນຕົ້ນເຂົ້າຕາມທ້ອງຕະຫຼາດ 20,000-30,000 ກີບ/ກິໂລກຣາມ.

Reproduction and Lifecycle

ການສືບພັນ (Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງຕັກກະແຕນຕົ້ນເຂົ້າແມ່ນອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ. ການປະສົມພັນຈະຢູ່ໃນລະຫວ່າງເດືອນ 10-12. 
ໄລຍະໄຂ່ (Eggs): ຕົວແມ່ 1 ຕົວ ຈະວາງໄຂ່ປະມານ 30-40 ໜ່ວຍ, ໄຂ່ຈະແຕກອອກເປັນໂຕອ່ອນລະຫວ່າງເດືອນ 5-6. ໄຂ່ມີຄວາມກວ້າງປະມານ 1,5-2 ມມ ແລະ ຍາວປະມານ 3-5 ມມ. ການຈະວາງໄຂ່ເປັນກຸມໆຕາມພື້ນດິນ ກຸມໜຶ່ງປະມານ 5-10 ໜ່ວຍ. ໄຂ່ມີລັກສະນະເປັນໜ່ວຍກົມຍາວຄືເມັດເຂົ້າສານສີເຫຼືອງອ່ອນ-ຂາວຂຸ້ນໄສ. ໄຂ່ຈະແຕກອອກເປັນໂຕອ່ອນປະມານ 4-5 ອາທິດ.
ໄລຍະເປັນໂຕອ່ອນ (Nymphs): ລັກສະນະຂອງໂຕອ່ອນຄ້າຍກັບພໍ່ແມ່ແຕ່ບໍ່ມີປີກ, ຕົວອ່ອນທີແຕກອອກຈາກໄຂ່   ໃໝ່ຈະເປັນສີນໍໍ້າຕານອ່ອນ. ຂະໜາດຮ່າງກາຍຕົວອ່ອນຄັ້ງທຳອິດປະມານ 1-2 ຊມ. ໂຕອ່ອນມີການລອກຄາບຈາກຕົວອ່ອນມາເປັນຕົວເຕັມໄວປະມານ 4-5 ຄັ້ງ.
ໄລຍະໂຕເຕັມໄວ (Adults): ຮ່າງກາຍຂະໜາດປານກາງປະມານ 30-50 ມມ. ລໍ້າຕົວເປັນສີນໍ້າຕານແກ່, ສີຂຽວອ່ອນ ແລະ ໂຕອ່ອນມີສີຕ່າງໆເຊັ່ນ: ຂຽວອ່ອນ, ເຫຼືອງອ່ອນ, ນໍໍ້າຕານແດງ ແລະ ສີດໍາ. ດ້ານໜ້າພາກເປັນສີດໍໍາ, ທາງດ້ານທ້ອງມີຮອງສີດໍາ, ໂຕເຕັມໄວເປັນສີເຫຼືອງປົ່ນຂຽວ ຫຼື ນໍ້າຕານປົ່ນເຫຼືອງ. ໜວດຍາວ 1 ຄູ່ ເປັນແບບເສັ້ນດາຍ (Filiform) ມີປ້ອງຈຳນວນຫຼາຍແຕ່ໜວດສັ້ນ. ມີຂາ 3 ຄູ່. ສ່ວນທ້ອງມີອະໄວຍະວະວາງໄຂ່ (Ovipositor) ທີ່ມີລັກສະນະຄ້າຍເຂັມທີ່ຢືດອອກມາຈາກສ່ວນທ້ອງ. ຂາຄູ່ຫຼັງປ້ອງ tibia ຈະປະກອບດ້ວຍໜາມລຽນເປັນແຖວຈໍານວນຫຼາຍ.

Contribute