ປາແຂ້ / Giant Devil Catfish
APA 6th ed. ປາແຂ້ / Giant Devil Catfish. (2019, June 24). Retrieved from https://www.phakhaolao.la/kb/0000531
MLA 8th ed. ປາແຂ້ / Giant Devil Catfish. Pha Khao Lao, 24 June 2019, https://www.phakhaolao.la/kb/0000531.
Chicago 17th ed. Pha Khao Lao. 2019. "ປາແຂ້ / Giant Devil Catfish." Published June 24, 2019. https://www.phakhaolao.la/kb/0000531.
Bagarius nieuwenhuisii Popta, 1904
Bagarius yarrellii Sykes, 1839
Bagrus yarrelli Sykes, 1839
Pimelodus carnaticus Jerdon, 1849
Thai: Khae
ປາແຂ້ມີຜິວໜັງຊາກຊາ, ຫົວແປ, ລຳຕົວມີຄວາມຍາວ 30-70 ຊມ, ມີໜວດ 4 ຄູ່, ຕາມີຂະໜາດນ້ອຍຢູ່ດ້ານເທີງຂອງສ່ວນຫົວ, ປາກມີຂະໜາດໃຫຍ່, ໂຄງອ້າຮູບພະຈັນ, ອ້າໄດ້ກວ້າງ, ມີແຂ້ວແຫຼມຄົມ. ຄີຫຼັງມີກ້ານຄີແຂງ ແລະ ຄົມ, ຄ້າຍຄືກັບຄືຫູ, ຄີຫາງວ້ຳເລິກ, ເສັ້ນຂ້າງລຳຕົວມີລັກສະນະເປັນເສັ້ນນູນ, ສີພື້ນທ້ອງຂອງລຳຕົວເປັນສີນ້ຳຕານ ຫຼື ສີນໍ້າປົນສີເຫຼືອງ, ຄີຄູ່ທຸກຄີຈະມີຈຸດສີດຳກະຈາຍ.
ນິຍົມບໍລິໂພກດ້ວຍການປຸງສົດໆ ຊີ້ນມີຣົດຊາດດີ, ແຊບ, ເຮັດເປັນອາຫນໄດ້ຫຼາກຫຼາຍລາຍການເຊັ່ນ: ຕົ້ມສົ້ມ, ກອຍ, ປີ້ງ ແລະ ອື່ນໆ. ມັກພົບຂາຍຕາມຕະຫຼາດທ້ອງຖີ່ນທີ່ຢູ່ຕິດກັບແມ່ນ້ຳເຊັ່ນ: ຕະຫຼາດຫຼ້ວຍຊາຍ, ຕະຫຼາດເຊົ້າຫຼວງພະບາງ, ຕະຫຼາດດາວເຮືອງ ແລະ ອື່ນໆ. ຍັງມີການນິຍົມລ້ຽງໃນຕູ້ແກ້ວເພື່ອຄວາມສວຍງາມ.
ເທົ່າທີ່ຮູ້ຈັກ ປາແຂ້ເປັນປາທີ່ເຄື່ອນຍ້າຍໄລຍະທາງໃກ້ໆເພື່ອຫາອາຫານເທົ່ານັ້ນ. ປາແຂ້ຈະປະສົມພັນໃນຕົ້ນລະດູຝົນ (ມິຖຸນາ-ກໍລະກົດ) ຍັງບໍ່ຮູ້ແຈ້ງວ່າຫຼັງຈາກການປະສົມພັນແລ້ວ ລູກປາຈະໄຫຼລົງຕາມກະແສນ້ຳ, ປາແຂ້ອາດຈະບໍ່ເຂົ້າໄປໃຊ້ເຂດນ້ຳຖ້ວມຄືກັນປາຊະນິດອື່ນ. ໃນຊ່ວງການເຄື່ອນຍ້າຍຂຶ້ນຂອງປາຊະນິດອື່ນໃນເດືອນມີນາ-ສີງຫາ ຈາກເຂັດນ້ຳຕົກຄອນພະເພັງ, ປາແຂ້ຈະຍັງຢູ່ຕາມເຂດທີ່ມີຫີນ ບ່ອນທີ່ມັນອາໄສຢູ່ຕະຫຼອດປີ. ປາກົດວ່າປາແຂ້ ຈະເຄື່ອນຍ້າຍໃນຊ່ວງລະດັບນ້ຳຂຶ້ນສູງສຸດ ມີກະແສນ້ຳແຮງ ແລະ ນ້ຳຍັງຂຸ້ນ, ນີ້ເປັນການເຄື່ອຍາຍໄປເພື່ອປະສົມພັນ ເຊິ່ງເວົ້າໄດ້ວ່າເປັນລະດູການປະສົມພັນຂອງພວກມັນ.