ຕົ້ນສ້ຽວດອກແດງ / Orchid tree
APA 6th ed. ຕົ້ນສ້ຽວດອກແດງ / Orchid tree. (2019, June 7). Retrieved from https://www.phakhaolao.la/kb/0000528
MLA 8th ed. ຕົ້ນສ້ຽວດອກແດງ / Orchid tree. Pha Khao Lao, 7 June 2019, https://www.phakhaolao.la/kb/0000528.
Chicago 17th ed. Pha Khao Lao. 2019. "ຕົ້ນສ້ຽວດອກແດງ / Orchid tree." Published June 7, 2019. https://www.phakhaolao.la/kb/0000528.
Bauhinia coromandeliana DC.
Bauhinia platyphylla Span.
Bauhinia platyphylla Zipp. ex Span.
Bauhinia purpurea var. corneri de Wit
Bauhinia purpurea var. violacea de Wit
Bauhinia rosea Corner
Bauhinia triandra Roxb.
Bauhinia violacea Corner
Caspareopsis purpurea (L.) Pittier
Phanera purpurea (L.) Benth.
Eng: Orchid tree, Purple orchid tree, Butterfly tree, Purple bauhinia, Hong kong orchid tree.
ຕົ້ນສ້ຽວດອກແດງ ເປັນໄມ້ຍືນຕົ້ນທີ່ມີສູງ 5-15 ມ, ກິ່ງອ່ອນມີຂົນປົກຄຸມ. ໃບດ່ຽວ, ຄ້າຍຄືຫົວໃຈ, ປາຍຂອງໃບວ້ຳເລິກຫຼາຍປາຍໃບ, ທັ້ງສອງດ້ານກົມມົນເບີ່ງຄ້າຍໃບແຝດຕິດກັນ. ດອກຈະມີກິ່ນຫອມອ່ອນໆ, ໂດຍຈະອອກດອກເປັນຊໍ່ຕາມປາຍກິ່ງ, ແຕ່ລະຊໍ່ມີປະມານ 6-10 ດອກ, ແຕ່ລະດອກມີ 5 ກີບ, ໂດຍຈະມີສີບົວຫາສີມ່ວງແດງ, ລັກສະນະຂອງດອກຄ້າຍຄືດອກກ້ວຍໄມ້, ສ່ວນລັກສະນະຂອງໝາກຈະເປັນຝັກຖົ່ວ, ກວ້າງປະມານ 1.5 ຊມ ແລະ ຍາວປະມານ 15-20 ຊມ. ເມັດໃນຝັກຂ້ອນຂ້າງລີບ, ຝັກແກ່ຈະແຕກອອກເປັນຄວາມຍາວຂອງຝັກ, ໂດຍເປັນຕົ້ນໄມ້ທີ່ຈະປ່ຽນໃບໃນລະດູໜາວ, ແລ້ວຈະປົ່ງໃບໃນຊ່ວງເດືອນເມສາຫາເດືອນພຶດສະພາ ແລະ ເປັນຕົ້ນໄມ້ທີ່ມັກແສງແດດ, ການເພາະປູກຈຶງນິຍົມປູກໃນບ່ອນທີ່ມີແສງແດດຕະຫຼອດມື້.
ປະໂຫຍດຂອງຕົ້ນສ້ຽວດອກແດງ:
- ສາມາດປູກເປັນຕົ້ນໄມ້ປະດັບເຮືອນ ຫຼື ສວນ ເພື່ອຄວາມສວຍງາມ ແລະ ໃຫ້ກິ່ນຫອມ.
- ໃຊ້ໃບຂອງຕົ້ນສ້ຽວດອກແດງນໍາໄປຕົ້ມຊ່ວຍຮັກສາອາການໄອໄດ້.
- ດອກຊ່ວຍແກ້ອາການຜິດໄຂ້ຮ້ອນຈາກເລືອດ ແລະ ນໍ້າບີ.
- ດອກ ແລະ ຮາກມີສັບພະຄຸນໃຊ້ເປັນຢາລະບາຍ.
- ເປືອກຂອງຕົ້ນສ້ຽວດອກແດງຊ່ວຍແກ້ອາກາດທ້ອງເສີຍ, ຖອກທ້ອງ.
- ຮາກຊ່ວຍຂັບລົມໃນກະເພາະ.
- ໃບຊ່ວຍຂັບປັດສະວະ, ໃຊ້ພອກຝີ ແລະ ບາດແຜໄດ້.