ການປູກ ແລະ ການຈັດການດູແລສວນປູກ
ໄລຍະການປູກທີ່ເໝາະສົມແມ່ນໃນຊ່ວງເດືອນມິຖຸນາ ຫາ ເດືອນກໍລະກົດ.

1. ການກະກຽມດິນປູກ
 ການຂຸດຂຸມປູກແມ່ນຂະໜາດ 60×60×60 ຊມ ໂດຍແບ່ງຊັ້ນດິນອອກເປັນ 2 ສ່ວນຄື 30 ຊມ ຊັ້ນໜ້າເອົາໄມ້ຂ້າງໜຶ່ງ ແລະ 30 ຊມ ຊັ້ນລຸ່ມເອົາໄວ້ຂ້າງໜຶ່ງ ແລະ ນໍ້າປູນຂາວ 0.5-1 ກກ, ຝຸ່ນຄອກ 1 ກກ ມາປະສົມກັບດິນທີ່ຂຸດອອກມານັ້ນປະໄວ້ 5-7 ວັນແລ້ວຈຶ່ງປູກ, ໄລຍະຫ່າງຂອງຂຸມປູກແມ່ນ 4×5 ແມັດ. 

2. ວິທີການປູກ
 ນຳເອົາດິນຊັ້ນໜ້າລົງລຸ່ມ ແລະ ດິນຊັ້ນລຸ່ມປະໄວ້ເທິງຂຸມ ຫຼັງຈາກນັ້ນຈຶ່ງເຮັດເປັນຂຸມນ້ອຍຂະໜາດເທົ່າກັບເບົ້າທີ່ຈະນຳມາປູກ, ເອົາເບົ້າອອກ ແລະ ປູກໃສ່ຂຸມ ຢຽບໃຫ້ແໜ້ນພໍປະມານ, ນຳເອົາໄມ້ມາປັກຂ້າງຕົ້ນແລ້ວມັດດ້ວຍເຊືອກຝາງ ແລະ ຫົດນ້ຳໃຫ້ຊຸ່ມ.

2.1. ວິທີການໃຫ້ນໍ້າ
     ການໃຫ້ນ້ຳໃນລະດູຝົນແມ່ນບໍ່ຈຳເປັນຫຼາຍ ຖ້າຝົນບໍ່ຕົກແມ່ນຕ້ອງໃຫ້ນ້ຳທຸກໆວັນໃນ 1 ອາທິດທີ່ປູກທຳອິດ, ສຳຫຼັບລະດູແລ້ງການໃຫ້ນ້ຳແມ່ນມີຄວາມສຳຄັນຫຼາຍ ຖ້າເປັນຕົ້ນໄມ້ທີ່ປູກໃໝ່ ແມ່ນໃຫ້ນ້ຳທຸກໆວັນໃນ 1 ອາທິດທຳອິດ ແລະ 2 ວັນຕໍ່ຄັ້ງ ໃນອາທິດຕໍ່ມາ ແລະ 2 ຄັ້ງຕໍ່ອາທິດ ຫຼັງຈາກຕົ້ນໄມ້ໃຫຍ່ກໍ່ຈະສາມາດທົນແລ້ງໄດ້.

ການຈັດການ ແລະ ບົວລະບັດຮັກສາ
ການໃສ່ຝຸ່ນ: ເມື່ອປູກແລ້ວຕ້ອງມີການໃສ່ຝຸ່ນ ໃນປີທຳອິດໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ໃນອັດຕາ 1 ກກ ຕໍ່ຕົ້ນ ແລະ ປີທີ 2 ແມ່ນ 2 ກກ ຕໍ່ຕົ້ນຂຶ້ນຕາມອັນດັບເມື່ອຕົ້ນໝາກກ້ຽງໃຫ້ໝາກແລ້ວ ຕ້ອງໃສ່ໃນລະດັບ 5-10 ກກ ຕໍ່ຕົ້ນ ຕໍ່ປີ ແລະ ພ້ອມກັນນັ້ນຕ້ອງມີການສີດນ້ຳສະກັດຊີວະພາບຕາມ ສູດເລັ່ງໃບ, ຈັບໝາກ ແລະ ສູດປັບປຸງຣົດຊາດຂອງໝາກ ແລະ ອີກວິທີໜ່ຶງ ຖ້າໝາກໄມ້ຍັງມີລົດຊາດສົ້ມຫຼາຍ ເຮົາອາດຈະໃສ່ຝຸ່ນ 15-15-15 ຫຼື 00-00-60 ໃນອັດຕາ 1-3 ກກ ຕໍ່ຕົ້ນຕໍ່ປີ ເພື່ອປັບປຸງລົດຊາດໝາກ ແລະ ການຈັບໝາກ. 

ການຕັດແຕ່ງ: ຫຼັງຈາກເກັບຜົນຜະລິດທຸກໆປີຕ້ອງມີການຕັດແຕ່ງ ໂດຍຕັດງ່າທີ່ເປັນພະຍາດ ແລະ ງ່າທີ່ຕຶບຫຼາຍອອກ ເພື່ອເຮັດໃຫ້ຕົ້ນໄມ້ໄດ້ຮັບແສງສະຫວ່າງຢ່າງສະໜໍ່າສະເໝີ ແລະ ເປັນໝາກທຸກໆປີ.

ການຂະຫຍາຍພັນດ້ວຍການສຽບຍອດ
ວັດຖຸ ແລະ ອຸປະກອນ : ມີດຄັດເຕີ, ຊີຄັດເຕີ, ເທບຄຽນ, ເຊືອກຟາງ, ຖົງຢາງຂາວຂະໜາດ 5×8 ນິ້ວ , ຕົ້ນຕໍ ແລະ ຍອດພັນດີ.

ວິທີການ: ຕັດຕົ້ນຕໍ່ບໍລິເວນທີ່ຊື່, ບໍ່ມີຂໍ້ ຫຼື ຕາ, ຜ່າຕົ້ນຕໍ່ຕາມລວງຍາວ ເລິກປະມານ 3-5 ຊມ, ປາດຍອດພັນດີສະລຽງທັງສອງຂ້າງ ແຕ່ໃຫ້ຮອບປາດເບື້ອງໜຶ່ງຍາວກວ່າອີກດ້ານໜຶ່ງ, ໃຊ້ປາຍມີດຊຸກເຂົ້າໃນຮອຍຜ່າ ແລະ ບິດມີດເພື່ອໃຫ້ຕົ້ນຕໍແຜ່ອອກ ນໍາເອົາຍອດລົງສຽບໃສ່ ໃຊ້ເທບຄຽນໃຫ້ແໜ້ນ ແລ້ວເອົາຖົງຢາງປົກຍອດໄວ້, ໃຊ້ເຊືອກຟາງມັດປາກຖົງໃຫ້ເປັນຜົ້ງ. ຫຼັງຈາກນັ້ນຫົດນ້ຳໃຫ້ມີຄວາມຊຸ່ມຕະຫຼອດຈົນຕົ້ນທີ່ສຽບຍອດສາມາດນຳໄປປູກໄດ້ ຫຼື ປະມານ 3-4 ເດືອນ ຫຼື ວິທີໜຶ່ງແມ່ນສຽບຢູ່ກັບສວນເລີຍ (ວິທີການແມ່ນຄືກັນ).

ການຂະຫຍາຍພັນດ້ວຍການໂທມງ່າ (ການງ່າ)
ວັດຖຸອຸປະກອນ: ມີດຄັດເຕີ, ຊີຄັດເຕີ, ເຊືອກຟາງ, ຂຸຍໝາກພ້າວ, ຖົງຢາງຂາວ, ນ້ຳຢາເລັ່ງຮາກ ວິທີການ: ເລືອກງ່າທີ່ບໍ່ເປັນພະຍາດ ແລະ ແມງໄມ້ທຳລາຍ ອາຍຸປະມານ 6-12 ເດືອນ ມີມູມເນີ້ງປະມານ 45 ອົງສາ, ຈາກນັ້ນນຳເອົາມີດມາຫັ່ນສອງສົ້ນຫາງກັນປະມານ 3-5 ຊມ ຂູດເອົາເປືອກ ແລະ ເນື້ອເມືອກອອກໃຫ້ໝົດ ນຳສຳລີຈຸບນ້ຳຢາເລັ່ງຮາກທາບໍລິເວນ ສົ້ນເບື້ອງເທິງ ໃຊ້ດິນໂພນປວກປະສົມນໍ້າແລ້ວປັ້ນເປັນກ້ອນນ້ອຍໆມາຫຸ້ມປາກບາດດ້ານເທິງ ຈາກນັ້ນກໍ່ເອົາມຸດໝາກພ້າວທີ່ໃສ່ໃນຖົງຢາງ ມາໂທມໃສ່ປາກບາດທີ່ປາດໄວ້ນັ້ນ, ແລ້ວເອົາເຊືອກຟາງມັດ ເບື້ອງລຸ່ມໃຫ້ແໜ້ນ ແລະ ເບື້ອງເທິງໃຫ້ແໜ້ນພໍປະມານ ເພື່ອໃຫ້ນ້ຳເຂົ້າໄດ້ ແລະ ການອອກຮາກໄດ້ດີ ຫຼັງຈາກນັ້ນປະມານ 45 ວັນເຮົາຈະເຫັນຮາກສີຂາວອອກມາ ແລະ ລໍຖ້າໃຫ້ຮາກເປັນສີນ້ຳຕານແລ້ວຈິ່ງຕັດໄປໃສ່ເບົ້າ ບົວລະບັດຮັກສາຫົດນ້ຳໃຫ້ມີຄວາມຊຸ່ມ ເມື່ອເຫັນໃບໃໝ່ປົ່ງອອກມາ ແລ້ວກໍ່ສາມາດນຳໄປປູກໄດ້.

Contribute