ຕົ້ນລານ / Talipot palm

Use
Medicine
Shelter
Scientific Name / Family
Corypha umbraculifera L / Arecaceae
Synonyms
Bessia sanguinolenta Raf.
Corypha guineensis L.
Other Names
Thai: ຕົ້ນລານ
Eng: Talipot palm, Fan palm
FRENCH (Français): Tallipot
Botanical Description

ຕົ້ນລານ ມີເຊື້ອສາຍລາຍລ່ອງດຽວກັນກັບຕົ້ນຕານ ແລະ ຕົ້ນຄໍ້ທີ່ຊາວລາວພາກເໜືອເອົາໝາກບ່າຍເຂົ້າ. ແຕ່ຕົ້ນລານຕ່າງໝູ່ຢູ່ຈຸດໜື່ງຄືເປັນຕົ້ນປາມຊະນິດໜື່ງໃນຈໍານວນທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ, ລໍາຕົ້ນມີຕີນຂອງໃບແຂງໆໂອບແຕ່ດິນຮອດຍອດເຮັດໃຫ້ລໍາຕົ້ນບໍ່ລຽບ ແຕ່ມັນກໍ່ເຮັັດຫ້ທົນແດດທົນຝົນໄດ້ດີ. ໃບຂອງຕົ້ນລານທັງໃຫຍ່ທັງຍາວ, ກ້ານຍາວ 3-4 ມ, ແຜ່ນໃບກວ້າງ 4-5 ມ. ຕະຫຼອດຊີວິດຂອງຕົ້ນລານອອກດອກເທື່ອດຽວ, ຊໍ່ດອກມີຂະໜາດໃຫຍ່ກວ່າໝູ່ສຸດ ບັນຈຸດອກຈໍານວນຫຼາຍລ້ານ, ເມືອດອກຂະຫຍາຍເຕັ້ມສ່ວນຈະກວມເອົາປະມານ 1/3 ຂອງລວງສູງຂອງຕົ້ນ. ເມື່ອດອກກາຍເປັນໝາກມັນຈະໃຊ້ເວລາເຕັ້ມໜື່ງປີຈື່ງສຸກ, ຫຼັງຈາກນັ້ນຕົ້ນລານກໍ່ຈະຕາຍ.

Description of Use

ສ່ວນທີ່ຖຶກນໍາໃຊ້ຫຼາຍກວ່າໝູ່ແມ່ນແຜ່ນໃບຊື່ງເປັນແຜ່ນແຂງ, ມີຄວາມທົນທານສູງ ບາງຄົນໃຊ້ໃບລານມຸງເຮືອນ, ເຮັດກຸບກັນແດດ ກັນຝົນ. ແຕ່ອັນທີສໍາຄັນທີ່ສຸດແມ່ນໃນສະໄໝກ່ອນເພິ່ນໃຊ້ໃບລານແທນເຈ້ຍເພື່ອບັນທຶກຂໍ້ຄວາມທາງປະຫວັດສາດ, ວັນນະຄະດີ, ຕໍານານເມືອງ, ໂຫລາສາດ, ໜັງສືທໍາມະ ແລະ ອື່ນໆ. ດ້ວຍວິທີຂຽນດ້ວຍສໍເຫຼັກມີປາຍແຫຼມແລ້ວເຄືອຍດ້ວຍນໍ້າຍາງປະສົມກັບຂີ້ໜິ່ນໝໍ້. ການຂຽນແມ່ນຂຽນຕາມລວງຍາວຂອງໃບແລ້ວມັດເປັນຜູກ, ເອີ້ນວ່າ ໜັງສືຜູກໃບລານ ຫຼື ໜັງສືໃບລານ. ນອກນັ້ນ ຊາວບ້ານບາງຄົນຍັງກ່ອງເອົານໍ້າຫວານທີ່ອອກຈາກຊໍ່ດອກມາເຮັດເຫຼົ້າອີກດ້ວຍ. ຕົ້ນລານມີສັບພະຄຸນຫຼາຍຢ່າງເຊັ່ນ: ຊ່ວຍຮັກສາໄຂ້ຫວັດດ້ວຍການໃຊ້ຮາກນໍາມາຝົນແລ້ວຮັບປະທານ, ໝາກລານໃຊ້ຮັບປະທານເປັນຢາຮັກສາພະຍາດກະເພາະ, ຂ້າເຊື່ອໃນລໍາໄສ້ ແລະ ຊ່ວຍລະບາຍ....

Contribute