ຄວາມອຸດົມສົມບູນທາງທໍາມະຊາດ
ຄວາມອຸດົມສົມບູນທາງທໍາມະຊາດຂອງປະເທດ, ໂດຍສະເພາະປ່າໄມ້ນັ້ນເປັນທ່າແຮງສຳຄັນສໍາລັບການພັດທະນາການລ້ຽງເຜິ້ງ, ໂດຍສະເພາະໃນກໍລະນີຂອງປະເທດລາວ ທີ່ປະຈຸບັນນັ້ນວິທີການລ້ຽງຍັງຕ້ອງພຶ່ງພາທຳມະຊາດເປັນຫຼັກຄື: ຍັງເປັນການໄປຕໍ່ເອົາເຜິ້ງຈາກທໍາມະຊາດມາລ້ຽງ, ໂດຍໃນປີ 2012 ປະເທດລາວມີພື້ນທີ່ປ່າຢູ່ທັງໝົດ 68% ເຊິ່ງຫຼາຍກ່ວາຄ່າສະເລ່ຍຂອງບັນດາປະເທດອື່ນທົ່ວໂລກເປັນເທົ່າຕົວ (WB 2012) ພ້ອມນີ້ການທີ່ປ່າໄມ້ມີຄວາມອຸດົມສົມບູນນັ້ນ, ນອກຈາກຈະມີຜົນດີຕໍ່ຈໍານວນເຜິ້ງແລ້ວຍັງມີຜົນຕໍ່ຄວາມຫຼາກຫຼາຍທາງດ້ານສາຍພັນເຜິ້ງ.

ສາຍພັນເຜິ້ງພື້ນເມືອງ
ປະເທດລາວມີເຜິ້ງພື້ນເມືອງຢູ່ຫຼາຍສາຍພັນ, ເຊິ່ງຈຸດແຂງຂອງສາຍພັນເຜິ້ງພື້ນເມືອງຄືເປັນເຜິ້ງທີ່ໄດ້ວິວັດທະນາການຕົວເອງໃຫ້ສາມາດອາໄສຢູ່ໃນສະພາບແວດລ້ອມຂອງພື້ນທີ່ໄດ້, ໂດຍສະເພາະຄວາມສາມາດໃນການຕໍ່ສູ້ກັບສັດຕູ ແລະ ການສ້າງຄວາມຕ້ານທານຕໍ່ເຊື້ອພະຍາດ ເປັນຕົ້ນ. ເມື່ອເປັນເຊັ່ນນີ້ແລ້ວ, ໃນການລ້ຽງເຜິ້ງສາຍພັນພື້ນເມືອງຈຶ່ງບໍ່ຄ່ອຍຈໍາເປັນຕ້ອງພຶ່ງພາຢາຕ້ານເຊື້ອ, ຕ່າງຈາກເຜິ້ງສາຍພັນຈາກຕ່າງປະເທດເຊິ່ງໃນການລ້ຽງຈຳເປັນຕ້ອງອາໄສຢາຕ້ານເຊື້ອ, ດັ່ງນັ້ນແລ້ວ ນໍ້າເຜິ້ງທີ່ໄດ້ຈາກສາຍພັນເຜິ້ງພື້ນເມືອງຈຶ່ງມີທ່າແຮງສໍາລັບຈຳໜ່າຍເປັນຜະລິດຕະພັນອິນຊີໄດ້. ຖ້າປັດໄຈອື່ນໆຖືກຕ້ອງຕາມຂໍ້ກຳນົດຜະລິດຕະພັນອິນຊີ. ຢ່າງໃດກໍ່ຕາມ ເຜິ້ງສາຍພັນພື້ນເມືອງກໍມີຂໍ້ດ້ອຍທີ່ຕ້ອງໄດ້ສຶກສາເພື່ອພັດທະນາ-ປັບປຸງໂດຍສະເພາະຄື: ກ່ຽວກັບເລື່ອງການມີນິໄສມັກປະຖີ້ມຮັງ ເຊິ່ງເກີດຂຶ້ນຕະຫຼອດ ແລະ ລວມເຖິງປະລິມານນໍ້າເຜິ້ງຕໍ່ຮັງທີ່ມີປະລິມານໜ້ອຍກ່ວາ ເປັນຕົ້ນ ເຊິ່ງລັກສະນິໄສ ດັ່ງກ່າວນັ້ນສາມາດປ່ຽນໄດ້ຜ່ານການປັບປຸງສາຍພັນ ແລະ ສຶກສາວິທີການລ້ຽງໃຫ້ມີປະສິດທິຜົນຫຼາຍຂຶ້ນ.

ມູນເຊື້ອໃນການລ້ຽງເຜິ້ງ
ການລ້ຽງເຜິ້ງໂກນເປັນມູນເຊື້ອ-ພູມປັນຍາຂອງປະຊາຊົນບັນດາເຜົ່າຂອງລາວທີ່ໄດ້ຖືກສືບທອດຕໍ່ມາແຕ່ດົນນານເປັນ ເຊັ່ນ ຢູ່ແຂວງຜົ້ງສາລີ, ອຸດົມໄຊ, ຊໍາເໜືອ ຫຼື ຫຼວງນໍ້າທາ ເປັນຕົ້ນ (Sengngam and Vandame 2004). ທັງນີ້ໃນບັນດາອົງຄວາມຮູ້ວິທີການລ້ຽງເຜິ້ງທັງໝົດທີ່ເປັນພູມປັນຍາທ້ອງຖິ່ນນັ້ນ, ມີທັງສ່ວນທີ່ຖືກຕ້ອງເໝາະສົມຊ່ວຍໃຫ້ການລ້ຽງມີປະສິດທິຜົນ ເຊັ່ນວ່າ ວິທີການເກັບກູ້ນໍ້າເຜິ້ງແບບບໍ່ເອົານ້ໍາເຜິ້ງຈົນເບີ່ດ, ຈົ່ງເອົາໄວ້ສ່ວນຫນຶ່ງເພື່ອໄວ້ໃຫ້ເຜິ້ງໄດ້ໃຊ້ເປັນອາຫານ, ຈຸດປະສົງເພື່ອຫຼຸດຜ່ອນການປະຖີ້ມຮັງຂອງເຜິ້ງພາຍຫຼັງການເກັບກູ້. ແຕ່ຢ່າງໃດກໍ່ດີ, ເພື່ອໃຫ້ການລ້ຽງເຜິ້ງມີປະສິດທິຜົນສູງຫຼາຍຂຶ້ນ, ເຕັກນິກວິທີການ ແລະ ອຸປະກອນການລ້ຽງແບບດັ້ງເດີມຍັງມີຈຸດດ້ອຍຈຳເປັນຕ້ອງໄດ້ປັບປຸງພັດທະນາໂດຍການອີງໃສ່ອົງຄວາມຮູ້ ແລະ ນະວັດຕະກໍາການລ້ຽງເຜິ້ງສະໄໝໃໝ່.

Contribute