ໝາກໂມ / Water Melon

Use
Food
Income
Medicine
Scientific Name / Family
Citrullus lanatus (Thunb.) Matsum. & Nakai / Cucurbitaceae
Synonyms
Citrullus lanatus var. albidus (Chakrav.) Maheshw.
Citrullus lanatus f. amarus (Schrad.) W.J.de Wilde & Duyfjes
Citrullus lanatus var. caffer (Schrad.) Mansf. ex Fursa
Citrullus lanatus var. caffrorum (Alef.) Fosberg
Citrullus lanatus var. capensis (Alef.) Fursa
Citrullus lanatus subsp. cordophanus Ter-Avan.
Citrullus lanatus var. cordophanus (Ter-Avan.) Fursa
Citrullus lanatus var. fistulosus (Steward) Babu
Citrullus lanatus var. lanatus
Citrullus lanatus var. minor (Chakrav.) Maheshw.
Citrullus lanatus subsp. mucosospermus Fursa
Citrullus lanatus f. nigroseminius (Chakrav.) Maheshw.
Citrullus lanatus var. oblongus (Chakrav.) Maheshw.
Citrullus lanatus var. pulcherrimus (Chakrav.) Maheshw.
Citrullus lanatus var. pumilus (Chakrav.) Maheshw.
Citrullus lanatus var. rotundus (Chakrav.) Maheshw.
Citrullus lanatus var. senegalicus Fursa
Citrullus lanatus var. shami (Chakrav.) Maheshw.
Citrullus lanatus var. variegatus (Chakrav.) Maheshw.
Citrullus lanatus var. virgatus (Chakrav.) Maheshw.
Citrullus lanatus var. viridis (Chakrav.) Maheshw.
Other Names
ລາວ: ໝາກໂມ
ໄທ: ແຕງໂມ, ມະເຕົ້າ, ແຕງຈີນ
ຈີນ: ຊີກວຍ
ພາສາອັງກິດ: Water melon
Botanical Description

ເປັນພືດລົ້ມລຸກທີ່ມີເຄືອ, ຍາວປະມານ 3 ມ, ມີຂົນສີຂາວ. ໃບດ່ຽວ, ກ້າງ 5-18 ຊມ, ຍາວ 8-20 ຊມ, ກ້ານໃບຍາວ 3-12 ຊມ, ມີຂົນສີຂາວປົກຄຸມ. ດອກເປັນດອກດ່ຽວ, ດອກແຍກເພດ, ດອກຜູ້ ແລະ ດອກແມ່ຕ່າງດອກ, ແຕ່ຢູ່ໃນຕົ້ນດຽວກັນ. ດອກຈະເກີດຢູ່ບໍລິເວນກົກຂອງກ້ານໃບ, ໃນເຄືອໜື່ງຈະມີດອກຜູ້ຫຼາຍກວ່າດອກແມ່ 7 ເທົ່າ, ເພາະວ່າດອກແມ່ມັກເກີດຂື້ນໃນຂໍ້ທີ 3, 4, 9 ແລະ 10 ຈາກນັ້ນດອກກໍ່ຈະເກີດຕໍ່ໆໄປຈະຫ່າງໄປທຸກໆ 5 ຂໍ້. ກີບດອກ ຕິດກັນເປັນຮູບລະຄັງປາຍແຍກເປັນ 5 ກີບ, ກີບດອກຍາວ 2-2,5 ຊມ. ໝາກໂມມີນໍ້າໜັກແຕ່ 1-15 ກິໂລ ຂື້ນຢູ່ກັນພັນ ແລະ ການບຳລຸງຮັກສາ ຮູບຮ່າງຂອງໝາກໂມມີຕັ້ງແຕ່ກົມຮູບໄຂ່ ກົມຍາວຈົ່ງຖິ່ງຊົງກະບອກ. ສີຂອງເປືອກກໍ່ຈະແຕກຕ່າງກັນໄປ ຕັ້ງແຕ່ຂຽວອ່ອນຈົນຖິ່ງຂຽວເຂັ້ມ ຫຼື ລາຍສີສະລັບຂຽວເຫຼືອງ. ເນື້ອຂອງໝາກຖ້າຍັງບໍ່ທັນແກ່ຈະມີສີຂາວ ຖ້າວ່າແກ່ຈັດຈະມີສີແດງ. ແກ່ນຮູບໄຂ່, ມີແກ່ນປະມານ 400-600 ແກ່ນ, ຊຶ່ງແກ່ນຈະງອກໄດ້ດີໃນອຸນຫະພູມ 32-35 ອົງສາ.

Description of Use

ໝາກໂມເປັນໝາກໄມ້ເໝາະກັບຜູ້ຕ້ອງການລົດຄວາມອ້ວນ ຫຼື ຄວບຄຸມນໍ້າໜັກເພາະມີແຄລໍຣີຕໍ່າ, ຫຼຸດປະລິມານໄຂມັນຈັບຢູ່ພາຍໃນເລືອດ, ຊ່ວຍຫຼຸດຄວາມສ່ຽງການເກີດພະຍາດມະເຮັງ ແລະ ພະຍາດຫົວໃຈ, ຊ່ວຍບຳລຸງຜິວພັນ ແລະ ເສັ້ນຜົມໃຫ້ແຂງແຮງ ເພາະປະກອບໄປດ້ວຍວິຕາມິນ ແລະ ແຮ່ທາດຫຼາຍຊະນິດ. ໝາກໂມມີກົດອາມີໂນ ຊື່ງມີສ່ວນຊ່ວຍປ້ອງກັນໂລກຫົວໃຈ, ມີສ່ວນຊ່ວຍບຳລຸງສາຍຕາ ມີສ່ວນລ້າງສານຜິດຈາກອາຫານທີ່ຮັບປະທານເຂົ້າໄປ. ເປືອກ ຫຼື ໝາກອ່ອນໃຊ້ເປັນອາຫານ. ເປືອກມີສີຂຽວອ່ອນ ຫຼື ຂາວນຳມາຮັບປະທານເປັນຜັກໄດ້. ນຳໄປແປຮູບເປັນແຍມ. ແກ່ນ ຊ່ວຍແກ້ເບົາຫວານ, ຊ່ວຍບຳລຸງສະໜອງ, ຊ່ວຍບຳລຸງຮ່າງກາຍ, ຊ່ວຍບຳລຸງປອດ. ໝາກໂມມີສັບພະຄຸນຊ່ວຍຄວບຄຸມຄວາມດັນເລືອດ ແລະ ມີສ່ວນຊ່ວຍລົດຄວາມດັນເລືອດລົງໄດ້, ຊ່ວຍຮັກສາພະຍາດຫຼອດເລືອດແດງແຂງຕົວໄດ້, ຊ່ວຍປ້ອງກັນ ແລະ ຮັກສາພະຍາດເລືອດອອກຕາມແຂ້ວ, ຊ່ວຍປ້ອງກັນຫວັດ. ນໍ້າໝາກໂມຊ່ວຍລົດອາການໄຂ້, ຊ່ວຍບັນເທົາຮັກສາແຜໃນຊ່ອງປາກ. ໃບຊ່ວຍເປັນຢາລົດໄຂ້ດ້ວຍການໃຊ້ໃບມາຊົງດື່ມ. ເປືອກປ້ອງກັນການເຈັບຄໍດ້ວຍການນຳເປັືອກໝາກໂມໄປຕົ້ມແລ້ວໃສ່ນໍ້າຕານແລ້ວນຳນໍ້າມາດື່ມ. ຮາກມີນໍ້າຍາງໃຊ້ກິນແກ້ອາການຕົກເລືອດຫຼັງການແທ້ງລູກ.

Contribute