ໝາກພິກໄທ / Black Pepper

Use
Food
Income
Medicine
Scientific Name / Family
Piper nigrum L. / Piperaceae
Synonyms
Piper nigrum var. macrostachyum C. DC.
Other Names
ລາວ: ໝາກພິກໄທ
ໄທ: ພິກນ້ອຍ, ພິກໄທ, ພິກໄທລ່ອນ
ພາສາອັງກິດ: Pepper, White pepper, Black pepper, Pepper corn
Botanical Description

ເປັນເຄືອມີຮາກຝອຍອອກຕາມຂໍ້ຕໍ່ຂອງເຄືອ,ເລືອໄປຕາມພືດອື່ນ. ລຳຕົ້ນ ເນື້ອອ່ອນ, ມີຮາກເກາະເພື່ອອາໄສຈັບຕົ້ນໄມ້ອື່ນອອກຕາມລຳຕົ້ນ. ເມື່ອຍັງອ່ອນລຳຕົ້ນຈະມີສີຂຽວແຕ່ເມືອແກ່ປ່ຽນເປັນສີນໍ້າຕານ ລຳຕົ້ນມີຂໍ້ ແລະ ປ້ອງເຫັນໄດ້ຊັດເຈນ. ໃບດ່ຽວເກີດລະສັບກັນຕາມຂໍ້ຂອງລຳຕົ້ນ ແລະ ກິ່ງງ່າ, ແຜ່ນໃບຮູບໄຂ່, ໂຄນໃບໃຫ່ຍມີຫຼາຍແບບ ເຊັ່ນ ກົມ, ມົນ ຫຼື ຮູບຫຍິກ, ປາຍໃບແຫຼມລັກສະນະໃບຄ້າຍໃບພູ, ກວ້າງ 6-10 ຊມ ແລະ ຍາວ 7-14 ຊມ. ດອກຈະເກີດກົງກັນຂ້າມກັບໃບຢູ່ໃກ້ປາຍຍອດຂອງກີ່ງງ່າ, ດອກມີລັກສະນະເປັນຊໍ່ ບໍ່ມີກ້ານດອກ ຊໍ່ດອກຍາວປະມານ 7-14 ຊມ ໃນແຕ່ລະຊໍ່ມີດອກຍ່ອຍປະມານ 150 ດອກດອກພິກໄທມີທັງດອກເພດຜູ້ ແລະ ເພດແມ່ແຍກກັນ, ຊໍ່ດອກອ່ອນຈະມີສີເຫຼືອງອົມຂຽວເມື່ອແກ່ຈະມີສີຂຽວ ແລະ ປາຍຊໍ່ດອກຫ້ອຍລົງດິນ. ໝາກມີລັກສະນະຄ່ອນຂ້າງກົມລຽບ,ຕິດກັນຢ່າງໜາແໜ້ນຢູ່ກັບແກ່ນຂອງຊໍ່, ໝາກອ່ອນມີສີຂຽວອ່ອນ ພາຍໃນໝາກໜຶ່ງໆ ຈະມີ 1 ແກ່ນ. ແກ່ນໂດຍທົ່ວໄປຈະມີສີຂາວນວນ ມີລັກສະນະແຂງ, ຮູບຮ່າງຄ່ອນຂ້າງກົມເສັ້ນຜ່ານສູນກາງປະມານ 3-4 ມມ. 

Description of Use

ເປືອກຂອງໝາກພິກໄທມີນໍ້າຍ່ອຍສຳລັບຍ່ອຍໄຂມັນ  ສາມາດລົດຄວາມອ້ວນໄດ້. ພິກໄທຊ່ວຍກະຕຸ້ນປຸ່ມຮັບລົດທີ່ລີ້ນ ເພື່ອໃຫ້ກະເພາະອາຫານເລັ່ງນໍ້າຍ່ອຍໄດ້ຫຼາຍຂື້ນ. ໝາກພິກໄທມີລົດເຜັດເມື່ອຮັບປະທານເຂົ້າໄປຈະຮູ້ສຶກອຸ່ນໃນກະເພາະອາຫານ, ຊ່ວຍຂັບລົມ, ຂັບເຫືອ, ຂັບປັດສະວະ, ແກ້ທ້ອງອືດທ້ອງເຟ້, ແກ້ອະຫິວາ. ໃຊ້ກ້ານໃບພິກໄທ 10 ກ້ານບົດໃຫ້ລະອຽດແລ້ວຕົ້ມກັບນໍ້າ 8 ຈອກໃຊ້ເປັນຢາລ້າງບາດທີ່ອັນທະ. ສານພີເພີລິນໃນໝາກພິກໄທສາມາດໃຊ້ເປັນຢາຂ້າແມງໄມ້. ພິກໄທມີປະໂຫຍດໃນການຮັກສາພະຍາດຕ່າງໆເຊັ່ນ: ພະຍາດກະເພາລຳໄສ້, ແກ້ອັບເສບ, ພະຍາດມາເລເລຍ, ແກ້ໄຂ້ ເພື່ອລົດອາການໄຂ້ໜາວສັ້ນ, ເຮັດໃຫ້ຫາຍໃຈໂລ້ງຂື້ນ ແລະ ຂ້າເຊື້ອພະຍາດໄດ້ດີ, ສາມາດນຳມາປະສົມກັບນໍ້າມັນ, ແລ້ວນວດບໍລິເວນປວດກ້າມເນື້ອ ຂອງຈາກນີ້ກິ່ນຂອງໝາກພິກໄທ ຍັງເຂົ້າໄປກະຕຸ້ນສະໜອງໃຫ້ຮູ້ສຶກຕື່ນຕົວຢູ່ສະເໜີ. ສ່ວນທີ່ໃຊ້ເປັນອາຫານໝາກອ່ອນ ແລະ ໝາກທີ່ໃຫ່ຍເຕັມທີ.

Contribute