ຜັກຊີ / Dill

Use
Food
Income
Medicine
Scientific Name / Family
Anethum graveolens L. / Apiaceae
Synonyms
Anethum graveolens L.
Anethum graveolens Ucria
Anethum graveolens var. anatolicum N.F.Koren
Anethum graveolens subsp. australe N.F.Koren
Anethum graveolens var. chevallieri Maire
Anethum graveolens var. copiosum N.F.Koren
Anethum graveolens var. nanum N.F.Koren
Anethum graveolens var. parvifolium N.F.Koren
Anethum graveolens subsp. segetum (L.) N.F.Koren
Anethum graveolens subsp. sowa (Roxb. ex Fleming) N.F.Koren
Anethum graveolens var. tenerifrons N.F.Koren
Other Names
ລາວ: ຜັກຊີ
ໄທ: ຜັກຊີເມືອງ, ຜັກຊີທຽມ, ຜັກຊີຕັ້ນແຕນ, ຜັກຊີ, ຜັກຊີລາວ
Botanical Description

ຜັກຊີເປັນໄມ້ລົ້ມລຸກ, ລໍາຕົ້ນສູງ 40-120 ຊມ, ລໍາຕົ້ນກົມ, ເສັ້ນຜ່າສູນກາງ 0.5-10 ມມ. ລໍາຕົ້ນແຕກກິ່ງຕັ້ງແຕ່ໂຄນຕົ້ນ, ສີຂຽວເຂັ້ມ, ເນື້ອລໍາຕົ້ນອ່ອນ, ຫັກພັບງ່າຍ. ໃບເປັນໃບປະສົມ, ຈັບກົງກັນຂ້າມຢູ່ບໍລິເວນຂໍ້ກິ່ງ, ກ້ານໃບຍາວ 10-20 ຊມ. ກ້ານໃບດ້ວຍໃບຍ່ອຍຈໍານວນຫຼາຍ ແຕ່ລະໃບຍ່ອຍມີກ້ານໃບຍາວ 4-6 ຊມ. ຈັບກົງກັນຂ້າມກັນເປັນຄູ່ໆ, ສ່ວນຂອງໃບມີລັກສະນະເປັນເສັ້ນແບບຂອບຂະໝານນ້ອຍ, ມີສີຂຽວ, ຍາວ 0.5-2 ຊມ. ດອກອອກເປັນຊໍ່ຫຼາຍຊໍ່ໃນກ້ານດອກ, ແທງອອກບໍລິເວນສ່ວນຍອດຂອງລໍາຕົ້ນ, ກ້ານຊໍ່ດອກຍາວ 5-15 ຊມ, ແຕ່ລະຊໍ່ມີດອກຈໍານວນຫຼາຍ, ດອກປະກອບດ້ວຍກີບດອກສີເຫຼືອງ 5 ກີບ, ມີເກສອນຜູ້ 5 ອັນ, ບໍລິເວນຖານດອກ, ພາຍໃນມີເຕົ່າໄຂ່ 2 ຫ້ອງ. ໝາກໜື່ງພັດທະນາມາຈາກດອກໜື່ງ, ແກ່ນມີຮູບໄຂ່ຮີ, ກ້ວາງປະມານ 2 ມມ. ຍາວປະມານ 4 ມມ. ແກ່ນແຫ້ງທີ່ແກ່ຈະແປ ແລະ ສີລາຍສີນໍ້າຕານສະຫຼັບດໍາອົມເທົາພາດຕາມແນວຍາວຂອງແກ່ນ.

Description of Use

ຍອດ ໃບນໍາມາປະກອບປຸງແຕ່ງອາຫານ ແກງ, ເອາະຫຼາມ, ຫໍ່ໝົກ, ກັບລາບ, ແກ່ນຜັກຊີນໍາມາໃຊ້ສະກັດເປັນນໍ້າມັນຫອມລະເຫີຍ ສໍາລັບປະກອບອາຫານ. ບໍາລຸງສາຍຕາ, ບໍາລຸງກໍາລັງ,  ຂັບລົມໃນທ້ອງ, ບັນເທົາອາການໄອ, ບໍາລຸງເລືອດ, ບໍາລຸງຕັບ, ປ້ອງກັນໂລກມະເລັງ, ກະເພາະອາຫານ, ອາຫານເປັນພິດ, ຊ່ວຍກະຕຸ້ນລະບົບຂັບຖ່າຍ. ດອກຕູມ ມີທາດແຄໂຣທິນ, ຊ່ວຍບຳລຸງສາຍຕາ, ເຮັດໃຫ້ເບີ່ງເຫັນໄດ້ດີໃນເວລາກາງຄືນ ຫຼື ບ່ອນມືດ, ຊ່ວຍປ້ອງກັນພະຍາດແກ້ວຕາ, ຊ່ວຍປ້ອງກັນການເຊື່ອມຂອງຈຸລັງພາຍໃນດວງຕາ, ຊ່ວຍປ້ອງກັນຜິວຈາກແສງແດດ, ຫຼຸດການເກີດຟາ ແລະ ຮອຍຕິນກາ, ຊ່ວຍກະຕຸ້ນການເຮັດພູມຄຸມກັນຂອງຮ່າງກາຍ, ຊ່ວຍປ້ອງກັນພະຍາດມະເຮັງ ແລະ ຊ່ວງປ້ອງກັນພະຍາດຫົວໃຈ ແລະ ຫຼອດເລືອດ.

Contribute