ຜັກກາດນ້ຳ / Watercress

Use
Food
Income
Medicine
Ornamental
Scientific Name / Family
Nasturtium officinale W.T. Aiton / Brassicaceae
Synonyms
Nasturtium officinale var. microphyllum Boenn. ex Rchb.
Nasturtium officinale var. microphyllum Boenn.
Nasturtium officinale var. officinale
Nasturtium officinale var. olgae N. Busch
Other Names
ລາວ: ຜັກກາດນ້ຳ, ຜັກນ້ຳ
ໄທ: ສະລັດນ້ຳ, ຜັກນ້ຳ
Botanical Description

ເປັນພືດລົ້ມລຸກ, ເກີດຕາມແມ່ນ້ຳ, ລຳຕົ້ນເລືອ, ຍອດຕັ້ງຊື່ຂື້ນ, ສູງປະມານ 20 ຊມ. ຮາກອອກຈາກຂໍ້, ສີຂາວ. ໃບດ່ຽວ, ຈັບສະຫຼັບ, ກ້ານໃບກ້ຽງ, ຍາວປະມານ 1 ຊມ. ແຜ່ນໃບຮູບຫົວໃຈ ຫຼື ຮູບໃບຫອກ, ຂະໜາດ 2-3 x 1-2 ຊມ, ປາຍໃບມົນ ຫຼື ແຫຼມ, ຂອບໃບແຂ້ວເລື້ອຍ, ແຜ່ນໃບມີຂົນອ່ອນນຸ້ມ. ຊໍ່ດອກເປັນກະຈຸກ, ເກີດຕາມປາຍຍອດ, ຊໍ່ດອກມີດອກຈຳນວນຫຼາຍ, ກ້ານຊໍ່ດອກຍາວ 2-4 ຊມ, ສີຂຽວ. ກ້ານຊໍ່ດອກຍາວ 2 ຊມ, ສີຂຽວ, ກ້ຽງ. ກາບດອກ 4 ອັນ, ສີຂຽວ, ໂຄນເຊື່ອມຕິດກັນ, ປາຍແຍກເປັນແສກ ຮູບໄຂ່, ປາຍມົນ, ຂອບລຽບ. ກີບດອກສີຂາວ, 4 ອັນ, ຮູບຮີ, ປາຍມົນ. ເກສອນຜູ້ສີເຫຼືອງ. ໝາກເປັນຝັກຍາວ, ສີຂຽວ.

Description of Use

ຜັກກາດນ້ຳມັກ ນິຍົມປູກໃນນ້ຳໄຫຼ ສະອາດ ຫຼື ປູກໃສ່ນາ ແລະ ມີນ້ຳໄຫຼຜ່ານ ເປັນພືດເຕີບໂຕໄວ ໃບ ແລະ ກ້ານໃບຍາວ ເປັນສີຂຽວ ມັກເຫັນຢູ່ພາກເໜືອຂອງລາວ ກິນໄດ້ທັງສົດເຊັ່ນ: ກັບເຝີ ແລະ ນຳໄປປະກອບອາຫານ. ຜັກກາດນ້ຳ ມີຄຸນຄ່າທາງອາຫານສູງ ເພາະອຸດົມໄປດ້ວຍວິຕາວິນ ແລະ ແຮ່ທາດຫຼາຍຊະນິດ ໃນປະລິມານທີ່ສູງກວ່າຜັກຫຼາຍຊະນິດ ໂດຍມີປະສິມານແຄນຊຽມສູງກວ່າໃນນົມສົດ ມີທາດເຫຼັກຫຼາຍກວ່າຜັກຂົມ ມີວິຕາວິນເອ ແລະ ບີ ສູງກວ່າສົ້ມ ແລະ ວິຕາວິນອີ ສູງກວ່າຜັກກາດທຳມະຊາດ 2 ເທົ່າ.. ຊ່ວຍຕ້ານອານຸມູນອິດສະລະ, ຊ່ວຍຫຼົດຄວາມແກ້ຊາລາ, ຊ່ວຍເສີມສ້າງພູມຄຸ້ມກັນໃນຮ່າງກາຍ ບຳລຸງສຸກຂະພາບ, ຊ່ວຍບຳລຸງ ແລະ ຮັກສາສາຍຕາ, ຊ່ວຍປ້ອງກັນໂລກຫຼອດເລືອດຫົວໃຈຕີບ ແລະ ອື່ນໆ.

Contribute