ຜັກຕົບ / Water Hyacinth

Use
Energy
Food
Fibre
Income
Medicine
Scientific Name / Family
Eichhornia crassipes (Mart.) Solms / Pontederiaceae
Synonyms
Eichhornia cordifolia Gand.
Eichhornia crassicaulis Schltdl.
Eichhornia crassicaulis Schltr.
Eichhornia speciosa Kunth
Heteranthera formosa Miq.
Piaropus crassipes (Mart.) Raf.
Piaropus mesomelas Raf.
Pontederia crassicaulis Schltdl.
Pontederia crassicaulis Schltr.
Pontederia crassipes Mart.
Pontederia crassipes Roem. & Schult.
Pontederia elongata Balf.
Other Names
ລາວ: ຜັກຕົບ.
ໄທ: ຜັກຕົບຊະວາ ( ໄທ ), ຜັກປົງ ( ນະຄອນຣາດສະສີມາ ), ຜັກປອດ ( ອ່າງທອງ ), ຜັກປ່ອງ ( ສຸພັນບູຣີ ), ບັວລອຍ ( ຊຽງລາຍ ), ຜັກຕົບ ( ພາກຕາເວັນອອກສຽງເໜືອ ), ຜັກຕົບປ່ອງ, ສະວະ ( ພາກາງ ) ເປັນຕົ້ນ.
Botanical Description

ເປັນພືດນ້ຳລົ້ມລຸກມີອາຍຸຫຼາຍ,  ລຳຕົ້ນອວບນ້ຳ, ຜີວລຳຕົ້ນລຽບເປັນສີຂຽວອ່ອນ ແລະ ເຂັ້ມ. ໃບດ່ຽວ ແຕກຈາກລຳຕົ້ນເປັນກໍ່, ໂຄນກ້ານແຜ່ເປັນກາບຫຸ້ມກັນໄວ້, ໃບຈະປຸ້ງອອກເພື່ອຊ່ວຍໃຫ້ລອຍຕົວຢູ່ໃນນ້ຳໄດ້, ໃບເປັນຮູບໄຂ່ ຫຼື ເກືອບກົມ, ກ້ານໃບອວບນ້ຳທາງກາງໂພງອອກພາຍໃນເປັນຊ່ອງອາກາດຄ້າຍກັບຟອງນ້ຳຈີ່ງຊ່ວຍເຮັດໃຫ້ລຳຕົ້ນລອຍນ້ຳໄດ້ ລັກສະນະຂອງໃບຈະຄ້າຍກັບໃບໂພ. ດອກເປັນຊໍ່ຢູ່ກາງກໍ່, ກ້ານດອກສັ້ນໆ, ໃນຊໍ່ໜື່ງຈະປະກອບໄປດ້ວຍດອກຂະໜາດນ້ອຍຫຼາຍດອກ ມີດອກ 3–25 ດອກ, ດອກຍ່ອຍເປັນສີບົວອົມສີຟ້າ ຫຼື ສີມ່ວງ, ມີກີບດອກ 6 ກີບ, ກີບເທີງສຸດຈະມີຂະໜາດໃຫຍ່ກວ່າກີບອື່ນໆ ແລະ ຈະມີຈຸດ ຫຼື ແຕ້ມສີເຫຼືອງຢູ່ກາງກີບ, ກີບດອກຈະມີລັກສະນະບາງ . ດອກຈະບານແຕ່ພຽງ 1 ວັນ, ມີຄວາມສວຍງາມສະດຸດຕາ ແລະ ດືງດູດສາຍຕາໄດ້ດີ. ໝາກເປັນແບບແຄັບຊູນແຫ້ງ ແລະ ແຕກໄດ້ ລັກສະນະເປັນຮູບຊົງກະບອກ ແບ່ງເປັນ 3 ຫຼ່ຽມ ເມື່ອຈະແຕກກາງຫຼ່ຽມ. 

Description of Use

ອາຫານ: 

  • ຍອດອ່ອນ, ໃບອ່ອນ ແລະ ດອກອ່ອນ ສາມານຳລວກກິນກັບແຈ່ວກັບປົ່ນໄດ້ ຫຼື ນຳມາແກງ, ຊຸບກັບຜັກຊະນິດອື່ນ ( ສະເພາະຜັກຕົບທີ່ຢູ່ໃນສະພາບແວດລ້ອມທີ່ຂ້ອນຂ້າງບໍລິສຸດ ). ຊື່ງຄຸນຄ່າທາງໂພສະນາການຂອງສ່ວນທີ່ຮັບປະທານໄດ້ຂອງຜັກຕົບ 100 ກຼາມຈະປະກອບໄປດ້ວຍພະລັງງານ 30 ແຄລໍລີ, ນ້ຳ 89.8 %, ໂປຼຕີນ 0.5 ກຼາມ, ໄຂມັນ 0.1 ກຼາມ, ຄາໂບໄຮເດຣດ 7.5 ກຼາມ, ໄຍອາຫານ 2.4 ກຼາມ.

ສັບພະຄຸນ:

  • ນອກນັ້ນຕົ້ນຜັກຕົບຍັງມີສັບພະຄຸນເປັນຢາແກ້ພິດໃນຮ່າງກາຍຊ່ວຍຂັບລົມ ແລະ ໃຊ້ຕຳໂພະໃສ່ແຜແກ້ບາດແຜອັກເສບໄດ້ອີກດ້ວຍ.
  • ຊ່ວຍລະບາຍຄວາມຮ້ອນໃນຮ່າງກາຍ

ປະໂຫຍດອື່ນ: 

  • ເປັນອາຫານສັດ: ໃຊ້ເປັນອາຫານລ້ຽງໝູ, ລ້ຽງໄກ່, ງົວ, ຄວາຍ ແລະ ແພະ ເນື່ອງຂາກມີຄຸນຄ່າທາງດ້ານອາຫານດເພາະວ່າຜັກຕົບແຫ້ງຈະມີໂປຣຕີນປະມານ 14-20%, 1-2.5% ແລະ ເສັ້ນໄຍ 17-19%
  • ມີການນຳຜັກຕົບແຫ້ງທັງຕົ້ນມາໃຊ້ເຮັດແອລກໍຮໍ ແລະ ກາສ ແຕ່ຜົນທີ່ໄດ້ຮັບຍັງບໍ່ເປັນທີ່ພໍໃຈ
  • ນຳມາໃຊ້ເປັນປຸ່ຍໝັກສຳລັບປູກພືດຜັກຕ່າງໆ ເນື່ອງຈາກຜັກຕົບມີໂພແທກຊ້ຽມຫຼາຍເປັນພິເສດ, ສ່ວນຟອສຟໍຣັລ ແລະ ໄນໂຕເຈນກໍມີຫຼາຍພໍສົມຄວນ, ານອກຈາກນີ້ແລ້ວຍັງສາມາດນຳມາຄຸມຕົ້ນໄມ້ທີ່ປູກໄວ້ໃຫ້ມີຄວາມຊຸ່ມຊື່ນ ເນື່ອງຈາກພວກມັນມີຄຸນສົມບັດໃນການດູດຊັບນ້ຳໄດ້ດີ
  • ຜັກຕົບແຫ້ງສາມາດນຳມາເພາະເຫັດເຟືອໄດ້
  • ໃຊ້ເປັນກະຖາງຕົ້ນໄມ້ຊະນນິດພິເສດທີ່ມີປຸຍໃນຕົວເອງ ເຊິ່ງເບ້ຍໄມ້ທີ່ຢູ່ໃນກະຖາງນີ້ສາມາດມາດນຳໄປຈຸດປູກໄດ້ເລີຍເພາະມັນຈະສາມາດຍ່ອຍສະລາຍເອງ ແລະ ກາຍເປັນຝຸ່ນໃຫ້ກັບຕົ້ນໄມ້ອີກດ້ວຍ
  • ນຳມາໃຊ້ເປັນເຊື້ອໄຟແທ່ງ ຫຼື ຖ່ານ ໂດຍນຳມາປະສົມກັບແກບອັດເປັນຖ່ານໄດ້
  • ເນື່ອງຈາກຜັກຕົບສາມາດຂື້ນໄດ້ທຸກສະພາບນ້ຳ ແລະ ສາມາດບຳບັດນ້ຳເສຍໄດ້ໂດຍຕົງ ໂດຍເຮັດໜ້າທີ່ເປັນຕົວກອງ ເຮັດໃຫ້ຂອງແຂງ ຫຼື ສານແຂນລອຍຕ່າງໆທີ່ປົ່ນຢູ່ໃນນ້ຳຖືກສະກັດເອົາໄວ້, ນອກຈາກນີ້ລະບົບຮາກຂອງຜັກຕົບມີຫຼາຍສາມາດຊ່ວຍກອງສານອິນຊີທີ່ລະອຽດ ໂດຍຈຸລິນຊີທີ່ອາໄສເກາະຢູ່ຮາກຈຶ່ງຊ່ວຍດູດສານເຫຼົ່ານີ້ໄວ້ອີກທາງໜຶ່ງ ແຕ່ຖ້ານ້ຳເສຍມີປະລິມານສານພິດໃນປະລິມານຫຼາຍ ຫຼື ນ້ຳເສຍຫຼາຍ ການນຳໃຊ້ຜັກຕົບໃນການບຳບັດນ້ຳເສຍຈະໄດ້ຮັບຜົນຊ້າ ແລະ ອາດເຮັດໃຫ້ເນົ່າໄດ້
  • ຜັກຕົບສາມາດນຳມາແປຮູບເປັນຜະລິດຕະພັນຈັກສານ ຫຼື ສິນຄ້າອື່ນໆ
  • ຊ່ວຍເຮັດໃຫ້ນ້ຳສະອາດຂື້ນ, ຊ່ວຍສະສົມພະລັງງານຈາກຕາເວັນ, ຊ່ວຍເຮັດໃຫ້ອາກາດບໍລິສຸດ ແລະ ເຢັນສະບາຍ, ຊ່ວຍຫຼຸດບັນຫາທີ່ເກີດຈາກວັດສະພືດທາງນ້ຳ, ເປັນທີ່ຢູ່ອາໄສຂອງປາ ແລະ ສັດນ້ຳ.

ຂໍ້ເສຍຂອງຜັກຕົບ: 

  • ການຊົນລະປະທານ: ເຮັດໃຫ້ການພັດທະນາລະບົບບໍ່ໄດ້ຕາມເປົ້າໝາຍເນື່ອງຈາກຜັກຕົບເຮັດໃຫ້ຫຼຸດການໄຫຼ່ຂອງນ້ຳລົງປະມານ 40%  ແລະ ຍັງເປັນອຸປະສັກໃນການລະບາຍນຳຂອງຝາຍ ຫຼື ປະຕູລະບາຍນ້ຳ, ການລະເຫີຍນ້ຳໃນພື້ນທີ່ທີ່ມີຜັກຕົບຈະສູງກ່ວາໃນພື້ນທີ່ອື່ນປະມານ 3-8 ເທົ່າ
  • ພະລັງງານໄຟຟ້າຈາກນ້ຳ: ຜັກຕົບທີ່ຕາຍທັບຖົມກັນຈະເຮັດໃຫ້ອ່າງເກັບນ້ຳຕື້ນເຂີນ ເຮັດໃຫ້ພື້ນເກັບນ້ຳໄດ້ໜ້ອຍລົງ ແລະ ເຮັດໃຫ້ອັດຕາການລະເຫີຍຂອງນ້ຳເປັນໄປຢ່າງໄວ
  • ການກະສິກຳ: ຜັກຕົບຈະໄປຍາດແຍ່ງນ້ຳ ແລະ ອາຫານຈາກນ້ຳທີ່ໃຊ້ໃນກະສິກຳ, ອີກຢ່າງໜຶ່ງຜັກຕົບທີ່ໄຫຼ່ມາກັບນ້ຳຈະເປັນແຫຼ່ງເພາະພັນຂອງສັດຕູພືດ ທີ່ອາດເຮັດໃຫ້ເກີດຄວາມເສຍຫາຍແກ່ຊາວກະສິກຳ, ເມື່ອຜັກຕົບໄຫຼ່ມານາຈະເຮັດໃຫ້ໄປທັບຖົມຕົ້ນເຂົ້າຈົນເກີດຄວາມເສຍຫາຍ
  • ການປະມົງ: ການທີ່ມີຜັກຕົບໝາແໜ້ນຈະເຮັດໃຫ້ມີອຸປະສັກຕໍ່ການຈະເລີນເຕີບໂຕຂອງປາ ແລະ ການຈັບປາ, ເຮັດໃຫ້ແສງສະຫວ່າງໃນນ້ຳຫຼຸດລົງເປັນຜົນເຮັດພືດອາຫານປານ້ອຍຫຼາຍຊະນິດ ຫຼື ໄຟໂຕແພລງຕອນຫຼຸດລົງ ເຊິ່ງໄຟໂຕແພລງຕອນຍັງເປັນຕົວການສຳຄັນທີ່ເຮັດໃຫ້ເກີດອອກຊີເຈນໃນນ້ຳ ເຊິ່ງຈຳເປັນຕໍ່ການຫາຍໃຈຂອງປາ ແລະ ສັດນ້ຳ
  • ການຄົມມະນາຄົມທາງນ້ຳ: ເປັນປັດໄຈສຳຄັນໃນການຂັດຂວາງການຈໍລະຈອນທາງນ້ຳ ເຮັດໃຫ້ການສັນຈອນທາງເຮືອເປັນໄປໄດ້ຍາກ
  • ການທ່ອງທ່ຽວ: ແຫຼ່ງທ່ອງທ່ຽວທາງນ້ຳຕ່າງ ເຊິ່ງມີສ່ວນເຮັດໃຫ້ທຳລາຍຄວາມສວຍງາມ ແລະ ຍັງລົບກວນກິດຈະກຳອື່ນໆ ເຊັ່ນ ລອງເຮືອ, ລອຍນ້ຳ ແລະ ຊິກເບັດເປັນຕົ້ນ
  • ດ້ານສາທາລະນະສຸກ: ຜັກຕົບເປັນທີ່ຢູ່ອາໄສຂອງສັດນ້ຳບາງຊະນິດເປັນພາຫະນະນຳເຊື້ອພະຍາດ.
Contribute