ໝາກບວບ / Sponge Bourd

Use
Food
Income
Medicine
Scientific Name / Family
Luffa cylindrica (L.) M.Roem. / Cucurbitaceae
Synonyms
Luffa cylindrica var. insularum (A.Gray) Cogn.
Luffa cylindrica var. leiocarpa Naudin
Luffa cylindrica var. minima Naudin.
Other Names
ລາວ: ໝາກບວບ
ໄທ: ບວບຫອມ, ບວບ, ມະບວບອົ້ມ, ມະນອຍຂົມ, ມະນອຍອົ້ມ, ມະບວບ, ບວບອົ້ມ
ຈີນ: ທຽງລໍ້, ຊີກວາຍ, ຊື່ກວາ.
Botanical Description

ເປັນພັນໄມ້ເຄືອລົ້ມລຸກມີອາຍຸ  1 ປີ. ລຳຕົ້ນເປັນເຄືອ 4 ຫຼ່ຽມ ຫຼື ເປັນເຄືອກົມ ແລະ ມີຮ່ອງເປັນເສັ້ນທາງຍາວ, ເຄືອມີຄວາມຍາວ 7–10 ແມັດ ແລະ ຈະມີມືສຳລັບຍືດເກາະເປັນເສັ້ນຍາວປະມານ 3 ເສັ້ນ. ຕາມລຳຕົ້ນອ່ອນ ແລະ ຍອດອ່ອນມີຂົນອ່ອນນຸ່ມ. ໃບດ່ຽວຈັບກົງກັນຂ້າມກັນ, ຮູບມົນ, ປາຍໃບແຫຼມ, ໂຄນໃບວ້ຳເຂົ້າຫາກັນຄ້າຍຮູບຫົວໃຈ, ແຜ່ນໃບຈະມີຮອຍວ້ຳເຂົ້າ 3–7 ຮອຍ ແລະ ຂອບໃບຈະເປັນແຂ້ວເລື້ອຍ, ໃບມີຂະໜາດກວ້າງ 15–25 ຊັງຕີແມັດ ແລະ ຍາວ 8–25 ຊັງຕີແມັດ, ຫຼັງໃບເປັນສີຂຽວແກ່ສ່ວນພື້ນໃບເປັນສີຂຽວອ່ອນ, ໃບອ່ອນຈະມີຂົນຫຼາຍເມື່ອໃບແກ່. ເສັ້ນໃບໂນນເຫັນໄດ້ຈະແຈ້ງປະມານ 3–7 ເສັ້ນ. ກ້ານໃບນັ້ນມີລັກສະນະເປັນຫຼ່ຽມ ແລະ ມີຂົນອ່ອນນຸ່ມ, ຍາວ 4–9 ຊັງຕີແມັດ. ດອກເພດຜູ້ຈະອອກດອກເປັນຊໍ່ ຍາວ 10–15 ຊັງຕີແມັດ, ມີກ້ານດອກຍາວປະມານ 1–2 ຊັງຕີແມັດ, ກາບດອກຢູ່ໂຄນເຊື່ອມຕິດກັນເປັນທໍ່ສັ້ນໆ, ປາຍແຍກເປັນກີບນ້ອຍໆ 5 ກີບ ແລະ ມີຂົນ, ກີບດອກມີ 5 ກີບ, ເປັນຮູບໄຂ່, ກີບດອກເປັນສີເຫຼືອງ ຫຼື ສີເຫຼືອງອ່ອນ, ຂອບເປັນຄື່ນໆ. ເມື່ອດອກບານເຕັມທີ່ຈະມີຂະໜາດກວ້າງປະມານ 3–5 ຊັງຕີແມັດ ໂດຍກີບດອກຈະມີຂະໜາດກວ້າງປະມານ 1.5 ຊັງຕີແມັດ ແລະ ຍາວປະມານ 2–3 ຊັງຕີແມັດ. ດອກມີເກສອນຜູ້ປະມານ 3 ກ້ານ. ສ່ວນດອກເພດແມ່ມັນຈະອອກດອກເປັນດອກດ່ຽວ ແລະ ບາງຄັ້ງອາດຕິດກັບດອກເພດຜູ້ໃນຊໍ່ດຽວກັນ, ກ້ານດອກຍາວປະມານ 1–7 ຊັງຕີແມັດ, ກີບດອກ ແລະ ກາບດອກຄືກັບດອກເພດຜູ້, ເກສອນຜູ້ປະມານ 3–5 ອັນ. ຖົງລະອອງເກສອນ 2 ຫ້ອງ ແລະ ຈະງໍເປັນລັກສະນະຮູບໂຕເອສ (S) ບໍລິເວນໂຄນກ້ານຂອງເກສອນເພດຜູ້ມີລັກສະນະໂພງອອກ ແລະ ມີຂົນອ່ອນນຸ່ມ, ເຕົ້າໄຂ່ມີລັກສະນະເປັນຮູບຊົງກົມ ແລະ ຈັບຢູ່ລຸ່ມວົງກິບດອກ, ພາຍໃນຮັງໄຂ່ຈະມີຢູ່ປະມານ 3 ຫ້ອງ. ໝາກເປັນຮູບກົມຍາວມີຂະໜາດກວ້າງປະມານ 5–10 ຊັງຕີແມັດ ແລະ ຍາວປະມານ 16–60 ຊັງຕີແມັດ, ປາຍໝາກຈະມີຮອຍຂອງກີບຮອງກີບດອກເຫຼືອຢູ່. ໝາກອ່ອນເປັນສີຂຽວ ແລະ ມີລາຍເປັນສີຂຽວແກ່, ຜີວໝາກດ້ານນອກມີນວນເປັນສີຂາວ.

Description of Use

ດອກມີຣົດຫວານ ຫຼື ຂົມເລັກນ້ອຍ ໃຊ້ແກ້ອາການເຈັບຄໍໄດ້ໂດຍໃຊ້ດອກແຫ້ງປະມານ 6–10 ກຼາມນຳມາປະສົມກັບນ້ຳເຜີ້ງແລ້ວຕົ້ມຈິບກິນເປັນຢາ ຫຼື ຈະໃຊ້ໝາກອ່ອນຄັ້ນເອົານ້ຳໃຊ້ກິນຄັ້ງລະ 1 ບ່ວງກາເຟ ວັນລະ 2–3 ຄັ້ງ ແລະ ປະສົມກັບນ້ຳໃຊ້ກ້ວນຄໍ. ເຄືອນຳໄປຕົ້ມກັບນ້ຳ ຫຼື ໃຊ້ນ້ຳຄັ້ນຈາກເຄືອສົດກິນເປັນຢາຂັບຂີ້ກະເທີ່, ໃຊ້ຮັກສາຫຼອດລົມອັກເສບຊ້ຳເຮື້ອໃນຄົນແກ່ດ້ວຍການໃຊ້ເຄືອແຫ້ງປະມານ 100–250 ກຼາມ ນຳມາຕັດເປັນທ່ອນທຸບໃຫ້ເປັນຝອຍແລ້ວນຳໄປແຊ່ນ້ຳຈົນໂພງຈາກນັ້ນນຳໄປຕົ້ມແຍກກາກອອກໃສ່ນ້ຳຕານພໍປະມານໃຊ້ກິນເປັນຢາວັນລະ 2–3 ຄັ້ງຕິດຕໍ່ກັນປະມານ 10 ວັນ. ສ່ວນອີກວິທີໃຊ້ເຄືອປະມານ 100–150 ກຼາມ ນຳມາຕັດເປັນປ່ຽງບາງໆຕົ້ມກັບນ້ຳ 1,000 ຊີຊີ ຕົ້ມຈົນເຫຼືອນ້ຳປະມານ 400 ຊີຊີ ແລ້ວປະໄວ້ກ່ອນ. ນຳກາກທີ່ຕົ້ມຄັ້ງທຳອິດມາຕົ້ມກັບນ້ຳອີກ 800 ຊີຊີ ແລ້ວຕົ້ມຈົນເຫຼືອ 400 ຊີຊີ ແລ້ວນຳນ້ຳທີ່ຕົ້ມທັງສອງມາຮວມກັນອຸ່ນດ້ວຍໄຟອ່ອນໆຈົນເຫຼືອນ້ຳປະມານ 150 ຊີຊີ. ໃຊ້ແບ່ງດື່ມວັນລະ  ຄັ້ງ, ຄັ້ງລະ 50 ຊີຊີຕິດຕໍ່ກັນ 10 ວັນ ແລ້ວຈະເຫັນຜົນ.

Contribute