ໝາກນອຍ / Angled Loofah

Use
Food
Income
Medicine
Scientific Name / Family
Luffa acutangula (L.) Roxb. / Cucurbitaceae
Synonyms
Luffa acutangula var. acutangula
Luffa acutangula var. amara C.B.Clarke
Luffa acutangula var. forskalii (Schweinf. ex Harms) Heiser & E.E.Schill.
Luffa acutangula var. subangulata (Miq.) Cogn.
Other Names
ລາວ: ໝາກນອຍ
ໄທ: ໝາກບວບຫຼ່ຽມ, ມະນອຍ, ໝັກນອຍ
ຈີນ: ອໍຊີກວຍ.
Botanical Description

ເປັນພັນໄມ້ລົ້ມລຸກອາຍຸ 1 ປີ ມັກເລືອເກະພັນໄປຕາມຕົ້ນໄມ້ອຶ່ນ ຫຼື ເລືອໄປຕາມພື້ນດິນ, ຍອດອ່ອນນຸ່ມ, ເຄືອ ຫຼື ລຳຕົ້ນເປັນຫຼ່ຽມ. ໃບ: ເປັນໃບດ່ຽວອອກລຽງສະຫຼັບລັກສະນະຂອງໃບຄ້າຍກົມໃບໝາກບອບ, ລັກສະນະຂອງໃບເປັນຮູບ 5–7 ຫຼ່ຽມ, ປາຍໃບແຫຼມ, ໂຄນໃບມົນວ້ຳເປັນຮູບຫົວໃຈ, ສ່ວນຂອບໃບຢັກວ້ຳຕື້ນໆ, ຫຼັງໃບ ແລະ ພື້ນເມືອງລຽບ, ເນື້ອໃບຂ້ອນຂ້າງໜາ, ກ້ານໃບເປັນຫຼ່ຽມຍາວປະມານ 4–9 ຊັງຕີແມັດ. ດອກ: ເປັນແບບແຍກເພດຢູ່ຕົ້ນດຽວກັນ ດອກຈະບານໃນຊ່ວງສວຍຊື່ງດອກເພດຜູ້ຈະອອກເປັນຊໍ່ໆຕາມຊອກໃບ, ກີບດອກເປັນສີເຫຼືອງ, ມີກີບ 5 ກີບ. ລັກສະນະຂອງກີບດອກເປັນຮູບໄຂ່, ກີບດອກບາງ, ໂຄນກີບດອກເຊື່ອມຕິດກັນ ມີກາບດອກ ຫຼື ກີບຮອງດອກເປັນສີຂຽວ 5 ກີບ ໂຄນເຊື່ອມຕິດກັນ ສ່ວນປາຍແຍກເປັນ  5 ກີບ, ດ້ານນອກມີຂົນສັ້ນ ແລະ ອ່ອນນຸ່ມປົກຄຸມຢູ່. ດອກເພດຜູ້ຈະມີເກສອນຜູ້ປະມານ 2–3 ກ້ານ. ໝາກ: ລັກສະນະຂອງໝາກເປັນຮູບຊົງກະບອກ, ຄວາມຍາວປະມານ 20 ຊັງຕີແມັດ, ປາຍໝາກໃຫຍ່, ໂຄນໝາກຮຽວນ້ອຍ, ເປືອກໝາກໜາ.

Description of Use

ດອກມີຣົດຊຸ່ມເຢັນ ແລະ ຂົມເລັກນ້ອຍ ໃຊ້ຮັກສາອາການໄອ, ອາການເຈັບຄໍ ແລະ ຫອບ ໂດຍການໃຊ້ດອກແຫ້ງປະມານ 6–10 ກຼາມປະສົມກັບນ້ຳເຜີ້ງແລ້ວຕົ້ມກິນເປັນຢາ ຫຼື ຈະໃຊ້ນ້ຳຈາກເຄືອປະສົມກັບນ້ຳຕານຊາຍກິນພໍປະມານກໍ່ເປັນຢາແກ້ໄອ, ແກ້ອາການເຈັບຄໍໄດ້ເຊັ່ນກັນ ຫຼື ຫາກມີອາການເຈັບຄໍຈະໃຊ້ຮາກນຳມາຕົ້ມກັບນ້ຳດື່ມ ຫຼື ຈະນຳຮາກມາແຊ່ນ້ຳກິນກໍ່ໄດ້. ໝາກ ແລະ ເມັດໃຊ້ເປັນຢາຂັບປັດສະວະ (ໝາກອ່ອນນຳໄປຕົ້ມກັບນ້ຳໂດຍໃສ່ນ້ຳພໍຖ້ວມແລ້ວຕົ້ມຈົນຟົດໃຊ້ນ້ຳທີ່ໄດ້ນຳມາດື່ມວັນລະຈອກ, ວັນລະ 2 ຄັ້ງ, ເຊົ້າ ແລະ ແລງ). ເຄືອ ແລະ ເມັດໃຊ້ເປັນຢາຖ່າຍພະຍາດໂຕກົມ ໂດຍນຳເມັດແກ່ມາກິນຕ້ອນທ້ອງວ່າງເມັດຈະມີຣົດຫວານມັນ. ຖ້າເປັນເດັກໃຫ້ກິນຄັ້ງລະປະມານ 30 ເມັດ. ຫາກເປັນຜູ້ໃຫຍ່ໃຫ້ກິນປະມານ 40-50 ເມັດຕິດຕໍ່ກັນ 2 ວັນ ຫຼື ຈະນຳມາບົດໃຫ້ລະອຽດໃສ່ແຄັບຊູນກິນວັນລະຄັ້ງ. ໃບຊ່ວຍຮັກສາລິດສີດວງທະວານດ້ວຍການນຳໃບມາຕຳໂພະໃສ່ ຫຼື ຈະບົດໃຫ້ເປັນຜົງໃຊ້ເປັນຢາທາກໍ່ໄດ້.

Contribute