ຕົ້ນໝາກນ້ຳ / Bottle Gourd

Use
Food
Income
Medicine
Scientific Name / Family
Lagenaria siceraria (Molina) Standl. / Cucurbitaceae
Synonyms
Lagenaria siceraria var. depressa (Ser.) H. Hara
Lagenaria siceraria var. hispida (Thunb.) H.Hara
Lagenaria siceraria var. laevisperma Millán
Lagenaria siceraria var. microcarpa (Naudin) H. Hara
Lagenaria siceraria var. siceraria
Lagenaria leucantha Rusby
Lagenaria vulgaris Ser
Other Names
ລາວ: ໝາກນ້ຳ
ໄທ: ນ້ຳເຕົ້າ, ມະນ້ຳເຕົ້າ
ອິນເດຍ: Dudhi Lauki
Botanical Description

ເປັນເຄືອໄມ້ລົ້ມລຸກອາຍຸປີດຽວ, ເລືອຕາມພື້ນດິນ ຫຼື ເກາະພັນກັບຕົ້ນໄມ້ອຶ່ນ. ໃບ: ເປັນໃບດ່ຽວອອກຮຽງສະຫຼັບກັນ ລັກສະນະຂອງໃບເປັນຮູບຫ້າຫຼ່ຽມ, ຂອບໃບຢັກວ້ຳເປັນແສກ 5–7 ແສກ, ໂຄນໃບວ້ຳເຂົ້າເຖີງເສັ້ນກາງໃບ, ເສັ້ນເບື້ອງລຸ່ມໂນນ, ໃບມີຂົນຕະຫຼອດທັງໃບ ແລະ ກ້ານໃບ, ກ້ານໃບຍາວປະມານ 5–30 ຊັງຕີແມັດ, ມີຕ່ອມທຽມ 2 ຕ່ອມ ຊື່ງຢູ່ຊື່ຮອຍຕໍ່ລະຫວ່າງກ້ານໃບກັບແຜ່ນໃບ. ດອກເປັນດອກດຽວຕາມຊອກໃບ, ດອກເພດຜູ້ ແລະ ດອກເພດແມ່ຈະຢູ່ໃນຕົ້ນດຽວກັນ. ກີບດອກເປັນສີຂາວໂດຍດອກເພດຜູ້ກ້ານດອກຈະຍາວປະມານ 5–25 ຊັງຕີແມັດ, ມີກີບຮອງດອກເຊື່ອມຕິດກັນ, ປາຍແຍກເປັນແສກແຫຼມ 5 ແສກ, ຍາວປະມານ 1–1.5 ຊັງຕີແມັດ. ໝາກມີຮູບຮ່າງລັກສະນະທີ່ແຕກຕ່າງກັນໄປຕາມສາຍພັນເຊັ່ນ, ໝາກກົມ, ກົມຫົວຈຸກ, ເປັນຮູບກະບອກ ຫຼື ຮູບຂວດແກ້ວ ມີຄວາມຍາວຕັ້ງແຕ່ 10–100 ຊັງຕີແມັດ. 

Description of Use

ໃນປະເທດອິນເດຍຈະໃຊ້ໝາກນ້ຳໃນການປະກອບອາຫານໃຫ້ກັບຜູ້ປ່ວຍເພື່ອຄວບຄຸມພະຍາດເບົາຫວານ ແລະ ຜູ້ທີ່ເປັນຄວາມດັນໂລຫິດ, ຊ່ວຍຂັບປັດສະວະ, ຂັບໜີ່ວໃນກະເພາະປັດສະວະ, ຮັກສາທໍ່ປັດວະວະອັກເສບ, ຊ່ວຍຫຼຸດການອັກເສບຂອງທາງເດີນປັດສະວະ ແລະ ອາການປັດສະວະຍາກ, ໝາກນ້ຳຍັງສາມາດຮັກສາລູກອັນທະບວມໂດຍການນຳໝາກມາຕົ້ມຮັບປະທານ. ເມັດມີຣົດເຢັນຊ່ວຍແກ້ອາການບວມນ້ຳ ຫຼື ໃຊ້ຮາກນຳມາຕົ້ມກັບນ້ຳໃຊ້ກິນເປັນຢາແກ້ອາການບວມນ້ຳຕາມຮ່າງກາຍກໍ່ໄດ້ເຊັ່ນກັນ. ໃບສົດນຳມາປະສົມກັບເຫຼົ້າຂາວຄັ້ນເອົາແຕ່ນ້ຳ ຫຼື ໃຊ້ໃບສົດປະສົມກັບຂີ້ງົວແຫ້ງ ຫຼື ຂີ້ງົວສົດໃຫ້ເຂົ້າກັນຈົນໄດ້ທີ່ແລ້ວປະສົມເຫຼົ້າຂາວ 40 ດີກີ (ການປະສົມຂີ້ງົວໃນຂີ້ງົວມີແອມໂມເນຍເຮັດໃຫ້ເຢັນ ແລະ ຖອນພິດອັກເສບໄດ້ດີກວ່າຢາໂຕອື່ນ). ໃຊ້ເປັນຢາທາຖອນພິດຮ້ອນ, ດັບພິດ ແກ້ອາການຟົກຊ້ຳບວມ, ແກ້ພະຍາດຜີວໜັງ, ຜຶ່ນຄັນ ຮັກສາອາການໂພງຕາມຜີວໜັງຕາມໂຕໄດ້.

Contribute