ເຄືອສະຄ່ານ / Pepper wood

Use
Food
Income
Medicine
Scientific Name / Family
Piper ribesioides Wall. / PIPERACEAE.
Synonyms
Cubeba wallichii Miq.
Other Names
ລາວ: ເຄືອສະຄ່ານ
ໄທ: ຕາຄ່ານເລັກ, ທ່າຄ່ານຢວກ
ອັງກິດ: Currant pepper, Chili wood
Botanical Description

ສະຄ່ານ ເປັນເຄືອທີ່ແຂງ ມັກເກີດເກາະຕົ້ນໄມ້ອື່ນ, ເຕີບໂຕເຖິງຄວາມຍາວ 4 ມ ແລະ ຂະໜາດໜ້າຕ້າງ ປະມານ 4-5 ຊມ. ເຄືອສະຄ່ານເປັນຮ່ອງ, ມີຂໍ້ທີ່ມີໂຜ້ງອາກາດ ແລະ ມີເປືອກສີເທົາອ່ອນ ຫາ ນໍ້າຕານແກ່ເມື່ອມັນແຫ້ງ.  ໃບມີຂະໜາດ 20-30 x 4-12.5 ຊມ, ຮູບຮ່າງຍາວ ຫາ ສ້ວຍຮູບໄຂ່ ແລະ ມີຖານໃບເປັນຮູບຫົວໃຈ. ຊໍ່ດອກບໍ່ມີກ້ານຂວັ້ນ ແລະ ກ້ານພົ້ວບໍ່ມີງ່າ, ມີຄວາມຍາວ ປະມານ 4-7 ຊມ, ດອກມີສີຂາວ ແລະ ມີກິ່ນຫອມ. ໝາກສະຄ່ານເປັນໝາກແບຣີ (berry) ມີຂວັ້ນໝາກຍາວ, ຮູບຮ່າງມົນ, ມີຂະໜາດເສັ້ນຜ່າກາງ ປະມານ 5-7 ມມ, ສີເຫຼືອງຈືດເວລາຍັງອ່ອນ ແຕ່ເມື່ອສຸກແລ້ວເປັນສີແດງ. ທຸກພາກສ່ວນຂອງສະຄ່ານຈະມີລົດເຜັດທັງໝົດ.

Description of Use

ເຄືອສະຄ່ານເປັນເນື້ອໄມ້ທີ່ມີກິ່ນຫອມມີລົດເຜັດອ່ອນໆ ຊຶ່ງເພີ່ນມັກໃຊ້ເຂົ້າເປັນເຄື່ອງປຸງແຕ່ງອາຫານ ຂອງຊາວຫຼວງພະບາງໂດຍສະເພາະ ຊຶ່ງຝານ ຫຼື ຜ່າເປັນປ່ຽງນ້ອຍໆແລ້ວໃສ່ແກງ ເຊັ່ນ: ແກງຜັກ, ເອາະຫຼາມ ເເລະ ອື່ນໆ ເຮັດໃຫ້ອາຫານມີລົດເຜັດ ແລະ ເພີ້ມລົດ ແລະ ກິ່ນຫອມ.

Contribute