ໝາກຂາມແພບ / Tamarind-plum

Use
Food
Medicine
Scientific Name / Family
Dialium indum L. / Fabaceae
Synonyms
Dialium indum L.
Dialium indum var. bursa (de Wit) Rojo
Dialium indum var. indum
Dialium indum var. laurinum (Baker) Rojo
Other Names
ລາວ: ໝາກຂາມແພບ, ໝາກເຄັງ
ໄທ: ລູກຍີ, ກະຍີຂາວ, ທອງເບິງ. ເຄລັງ, ເຄັງ, ກະຍີ, ນາງດຳ, ອີດ່າງ.
ກໍາປູເຈຍ: ກຣາລັນ, ກຣາລັນໂລມີ, ພຣົມຈະບາ-ເອບ.
ວຽດນາມ: ລາເມັດ, ໂຊອາຍ.
ອັງກິດ: Tamarind plum. Velvet tamarind.
Botanical Description

ຕົ້ນໝາກຂາມແພບ ເປັນຕົ້ນໄມ້ເຄິ່ງລົ່ນໃບ ມີເນື້ອໄມ້ທີ່ແຂງ, ມີຄຸນຄ່າສູງ ແລະ ສາມາດເຕີບໂຕ ເຖິງຂະໜາດຄວາມສູງ 30-40 ມ ແລະ ໜ້າຕ້າງພຽງເອີກ 50-100 ຊມ. ມັນມີໃບຄ້າຍຄືຂົນນົກເປັນຈຸ້ມ ມີ ໃບນ້ອຍ ຂະໜາດ 7-10 x 2.5-3 ຊມ ປະມານ 5-9 ໃບ ມີດອກສີຂາວ, ນ້ອຍ ປະມານ 6 ມມ ເກີດເປັນພົ້ວ ຊຶ່ງມີຄວາມຍາວພົ້ວ ປະມານ 10 ຊມ. ໝາກຂອງມັນມີຂະໜາດ 20-30 x 15-20 ມມ ຫຸ້ມດ້ວຍເປືອກສີດໍາ ຊຶ່ງດ້ານໃນມີນວນສີສົ້ມປົນແດງທີ່ກິນໄດ້. ໝາກຂາມແພບມີລົດຫວານ-ສົ້ມ, ມີແກ່ນດຽວ ຂະໜາດ 10-15 x 100-12 ມມ. 

Description of Use

ໝາກຂາບແພບເປັນໝາກໄມ້ທີ່ກິນໄດ້, ມີລົດຄ້າຍຄືໝາກຂາມ, ມັກຖືກໃຊ້ເຮັດຂອງຫວານ ຫຼື ເປັນເຄື່ອງປຸງອາຫານເພື່ອໃຫ້ໄດ້ລົດສົ້ມ. ເປືອກຂອງມັນບັນຈຸມີສານຝາດສູງ ຫຼື ບາງເທື່ກໍ່ໃຊ້ເພື່ອຄ້ຽວແທນໝາກ. ນອກນີ້ ກໍ່ຍັງຖືກນໍາໃຊ້ເປັນຢາພື້ນເມືອງ ແກ້ຖອກທ້ອງ ແລະ ຕ້ານການຕິດເຊື້ອຕ່າງໆ.

Contribute