ຜັກຊີຊ້າງ / Celery

Use
Food
Medicine
Scientific Name / Family
Apium graveolens L. / Apiaceae
Synonyms
Apium graveolens Cham.
Apium graveolens var. bashmensis Hosni
Apium graveolens var. butronensis D.Gómez & G.Monts.
Apium graveolens subsp. butronensis (D.Gómez & G.Monts.) Aizpuru
Apium graveolens var. dulce (Mill.) DC.
Apium graveolens var. lusitanicum (Mill.) DC.
Apium graveolens f. lusitanicum (Mill.) J.Helm
Apium graveolens var. maritimum Dumort.
Apium graveolens subsp. rapaceum (Mill.) P.D.Sell
Other Names
ລາວ: ຜັກຊີຊ້າງ
ໄທ: ຄູນໄຈ, ຜັກຂາວປູນ, ຜັກປູມ, ຜັກປຸນ.
ກຳປູເຈຍ: ຈີອີຕັງອາວ, ກຽນຈະແອ.
ຫວຽດນາມ: ໄກກັນ, ໂຣກັນເດ.
ຈີນ: ກິນໄກ.
ອັງກິດ: celery, stalk celery, leaf celery, cutting celery
Conservation Status
Least Concern
Botanical Description

ຜັກຊີຊ້າງ ເປັນພືດເຄິ່ງນໍ້າ ເຄິ່ງບົກ ອາຍຸ 1-2 ປີ, ມີຮາກເປັນຝອຍ ເປັນປຸ້ມ ຄ້າຍຄືກອກຢາຊີກາ, ລຳຕົ້ນຂອງມັນໂຄ່ງໃນ, ເປັນລ່ຽມ ແລະ ມີເສັ້ນລາຍຍາວແກມ, ຄວາມຍາວຂອງລຳ 1-60 ຊມ. ໃບເປັນທ່ອນ ຂະໜາດ 2 x 2 ຊມ, ເປັນໃບແກກ ຂອບໃບເປັນແຂ້ວເລື່ອຍ ແລະ ກາບໃບມີຂອບສີຂາວ. ມັນມີຊໍ່ດອກ ແຕ່ 6-10 ຊໍ່ ທີ່ມີປາຍພຽງກັນ ຫຼື ມົນ ມີຂະໜາດ 1.5-2 ຊມ, ດອກສີຂຽວອົມຂາວຂະໜາດ 0.7 ມມ. ໝາກຂອງມັນມີຂະໜາດ 1.3 x 1.2 ມມ ມີລ່ຽມ ເປັນປີກນ້ອຍໆ.

Description of Use

ໃບສົດ ແລະ ຮາກຂອງຜັກຊີຊ້າງ ກິນເປັນອາຫານໄດ້ທັງດິບ ແລະ ສຸກ ຫຼື ຊອຍເປັນຕ່ອນນ້ອຍໆ ແລ້ວປະສົມໃສ່ກັບອາຫານຊະນິດຕ່າງໆ. ຢູ່ໃນອາຊີຕາເວັນອອກສ່ຽງໃຕ້ ໄດ້ນຳໃຊ້ໃບຜັກຊີຊ້າງເຂົ້າໃນການປຸງລົດຊາດອາຫານ ແລະ ແກ່ນຂອງມັນກໍ່ນຳໃຊ້ເປັນເຄື່ອງເທດ. ນໍ້າມັນຈາກແກ່ນຜັກຊີຊ້າງ (ນໍ້າມັນຜັກຊີ) ຊຶ່ງໄດ້ມາດ້ວຍການຕົ້ມກັ່ນຈາກແກ່ນຂອງມັນນັ້ນແມ່ນດີຕໍ່ການໝູນວຽນຂອງເລືອດ, ກ້າມເນື້ອ ແລະ ຂໍ່ກະດູກ, ລະບົບການຍ່ອຍອາຫານ, ຮໍໂມນ, ລະບົບປະສາດ ແລະ ໂລກປະດົງຂໍ່. ແກ່ນຜັກຊີຊ້າງຍັງເຊື່ອກັນວ່າເປັນຢາປຸກອາລົມເພດທີ່ມີປະສິດທິພາບສູງ, ຊ່ວຍໃຫ້ປັດສະວະໄຫຼສະດວກ ແລະ ຊ່ວຍໃຫ້ລົດຜ່ອນກົດ ຢູຣິກ (uric) ແລະ ກົດສ່ວນເກີນຕ່າງໆໃນຮ່າງກາຍ ໃຫ້ເປັນກາງ. ນອກຈາກນີ້, ຜັກຊີຊ້າງ ຍັງມີປະໂຫຍດໃນການ ປິ່ນປົວອາການປວດຫົວ ດ້ວຍການຕົ້ມດື່ມຄືກັບນໍ້າຊາ.
 

Contribute