ຕົ້ນຝາງແດງ / Sappanwood

Use
Income
Medicine
Scientific Name / Family
Biancaea sappan (L.) Tod. / Fabaceae
Synonyms
Caesalpinia sappan L.
Other Names
Eng: Rainbow wood
Chinese: 苏木 [su mu]
Conservation Status
Least Concern
Botanical Description

ເປັນໄມ້ພຸ່ມກຶ່ງໄມ້ເຄືອ, ລຳຕົ້ນມີໜາມໂຄ້ງສັ້ນໆ ແລະ ແຂງຕາມລຳຕົ້ນ, ໃນທຳມະຊາດອາດຈະພົບເປັນໄມ້ເຄືອຂະໜາດໃຫຍ່. ໃບເປັນໃບປະສົມແບບຂົນນົກ 2 ຊັ້ນ, ຈັບຮຽງສະຫຼັບກັນ, ໃບຍ່ອຍຮູບໄຂ່ ຫຼື ຮູບຂອບຂະໜານກ້ວາງ 0.6-0.8 ຊມ, ຍາວ 1.5-1.8 ຊມ, ຖານໃບສະຫຼຽງ. ດອກ ສີເຫຼືອງອອກລວມກັນເປັນຊໍ່ບໍ່ແຍກແໜງຕາມປາຍກິ່ງ ແລະ ງ່າມໃບໃກ້ໆປາຍກິ່ງ. ກາບດອກມີ 5 ກາບ, ຂອບກາບເກີຍຊ້ອນທັບກັນ, ກາບລຸ່ມສຸດໂຄ້ງງໍ ແລະ ຂະໜາດໃຫຍ່ກ່ວາກາບອື່ນ. ກີບດອກມີ 5 ກີບ, ຮູບໄຂ່ກັບ, ເກສອນຜູ້ມີ 10 ອັນແຍກເປັນອິດສະຫຼະ. ໝາກ ເປັນຝັກແປແຂງ, ຖານຈະສອບອຽງເລັກນ້ອຍ, ປາຍຝັກຈະແຜ່ກ້ວາງ, ປາຍຝັກເປັນລັກສະນະຄ້າຍຈະງອຍແຫຼມ, ແຕ່ລະຝັກຈະມີ 2-4 ແກ່ນ.

Description of Use

ປິ່ນປົວພະຍາດ: ເປັນຢາຂັບປະຈຳເດືອນ ແລະ ແກ້ເຈັບທ້ອງ ຖອກທ້ອງ. ສ່ວນທີ່ໃຊ້: ແກນທີ່ມີສີແດງ. ວິທີການນຳໃຊ້: ສຳລັບຢາຂັບປະຈຳເດືອນແມ່ນໃຊ້ແກນ 5-15 ກຣາມ ຫຼື 5-8 ອັນ ໃສ່ນ້ຳປະມານ 1 ລິດ ຕື່ມໝາກຂາມປະມານ 4 ໜ່ວຍເອົາແກ່ນອອກ ຕົ້ມກິນເຊົ້າແລງ. ສຳລັບແກ້ເຈັບ, ທ້ອງຖອກທ້ອງ ໃຊ້ແກນ 3-9 ກຣາມ ຫຼື 4-6 ອັນ ຕົ້ມກັບນ້ຳ 1 ລິດ ຕົ້ມໃຫ້ເຫຼືອປະມານ 0.5 ລິດ ດຶ່ມເວລາທີ່ເຈັບທ້ອງ. ຝາງແດງຍັງນຳໃຊ້ເປັນສີຍ້ອມຜ້າທີ່ດີອິກດ້ວຍ.
ການປູກຂະຫຍາຍພັນ: ຝາງແດງເປັນພືດທີ່ເກີດຂຶ້ນເອງຕາມທຳມະຊາດ, ທົນທານຕໍ່ຄວາມແຫ້ງແລ້ງໄດ້ດີ, ມັກເກີດຕາມປ່າປະສົມ ຫຼື ປ່າປ່ຽນໃບ, ສາມາດຂະຫຍາຍພັນດ້ວຍການຕັດຊຳກິ່ງຫງ່າ ແລະ ກ້າແກ່ນ. 

Contribute