ຂີ້ເຫຼັກບ້ານ / Candle tree

Use
Income
Medicine
Ornamental
Scientific Name / Family
Senna alata (L.) Roxb. / Fabaceae
Synonyms
Cassia alata L.
Cassia alata var. perennis Pamp.
Cassia alata var. rumphiana DC.
Cassia bracteata L.f.
Cassia herpetica Jacq.
Cassia rumphiana (DC.) Bojer
Herpetica alata (L.) Raf.
Herpetica alata O.F. Cook & G.N. Collins
Other Names
Chinese: 翅荚决明 [chi jia jue ming]
Eng: emperor's candlesticks, candle bush, candelabra bush, Christmas candles, empress candle plant, ringworm shrub
Botanical Description

ເປັນໄມ້ພຸ່ມ ສູງ 1-3 ມ, ກິ່ງແຜ່ອອກດ້ານຂ້າງ, ຍອດອ່ອນມີຂົນສັ້ນນຸ້ມ; ໃບເປັນໃບປະສົມແບບຂົນນົກປາຍຄູ່, ໃບຍ່ອຍມີ 8-20 ຄູ່, ກ້ານໃບຍາວ 30-60 ຊມ. ກ້ານໃບຍ່ອຍ ຍາວ 1 ຊມ. ຫູໃບເປັນຕິ່ງຮູບສາມຫຼ່ຽມ ຍາວ 6-8 ມມ, ຕິດທົນ, ໃບຍ່ອຍຮູບຮີ ຫຼື ຮູບຂອບຂະໜານ ກວ້າງ 4-6 ຊມ, ຍາວ 7-15 ຊມ, ປາຍໃບ ແລະ ຖານໃບມົນ, ຂອບໃບລຽບ, ແຜ່ນໃບກ້ຽງ, ເສັ້ນໃບຍ່ອຍມີ 10-12 ຄູ່, ດອກອອກເປັນຊໍ່ແບບຊໍ່ກະຈະແຄບ, ອອກຕາມຊອກໃບຍາວ 20-50 ຊມ. ໃບປະດັບຮູບຮີ ຍາວ 2-3 ຊມ, ຫຼົ່ນງ່າຍ, ກ້ານດອກຍ່ອຍຍາວ 2-4 ມມ. ກາບດອກ 5 ກາບ ລຽງຊ້ອນເລື່ອມກັນໃນຕາດອກຮູບຂອບຂະໜານຍາວບໍ່ເທົ່າກັນ ຍາວ 1-2 ຊມ, ກີບດອກ 5 ກີບ ສີເຫຼືອງສົດ ແຜ່ນກີບຮູບໄຂ່ເກືອບມົນຍາວປະມານ 2 ຊມ, ເກສອນເພດຜູ້ມີປະມານ 10 ອັນ 2 ອັນຍາວ, ຮັງໄຂ່ກ້ຽງ ມີເມັດໄຂ່ຈຳນວນຫຼາຍ; ໝາກເປັນຝັກຮູບແຖບກ້ຽງ ຍາວ 10-15 ຊມ, ມີປີກກ້ວາງປະມານ 5 ມມ. ຝັກມີຜະໜັງກັ້ນ. ແກ່ນມີ 50-60 ແກ່ນ.    

Description of Use

ປິ່ນປົວພະຍາດ: ໃຊ້ປົວພະຍາດຜິວໜັງເຊັ່ນ: ຂີ້ກາກ ແລະ ເປືອກ ຮັກສາລິດສະດວງທະວານ, ໃບປົວລະດູຂາວ ແລະ ໜີ້ວ, ດອກ ແລະ ໃບອ່ອນເປັນຢາລະບາຍ ເຮັດໃຫ້ນອນຫຼັບດີ ແລະ ແກ້ຫືດ, ຮາກເປັນຢາແກ້ໄຂ້ຮ້ອນ. ສ່ວນທີ່ໃຊ້: ໃບ, ວິທີການນຳໃຊ້: ໃຊ້ໃບສົດທັບໂພະໃສ່ບໍລິເວນທີ່ເປັນ ຫຼື ໃຊ້ໃບໄປຕົ້ມນ້ຳອາບ.
ການປູກຂະຫຍາຍພັນ: ຂີ້ເຫຼັກບ້ານເປັນພືດທີ່ມີຄວາມທົນທານສາມາດເກີດໄດ້ເກືອບທຸກສະພາບດິນໃນທຳມະຊາດ ຂະຫຍາຍພັນດ້ວຍແກ່ນ ຫຼື ຕັດຊຳ, ເປັນພືດທີ່ປູກງ່າຍປະຈຸບັນຄົນທົ່ວໄປມັກນຳມາປູກເປັນໄມ້ປະດັບເພາະມີດອກ ແລະ ຊົງພຸ່ມທີ່ສວຍງາມ.

Contribute