ເຂົ້າຫອມສາມເຮືອນ / Homsamhuane

Use
Food
Income
Scientific Name / Family
Oryza sativa L. / Poaceae
Synonyms
Other Names
LG 12997
Botanical Description

ເຂົ້າຫອມສາມເຮືອນແມ່ນເຂົ້າພຶ້ນເມືອງລາວ ທີ່ມີຖິ່ນກໍາເນີດມາຈາກແຂວງບໍ່ແກ້ວ, ໃນຊ່ວງປີ 1995-2001 ໄດ້ມີໂຄງການຮ່ວມມືລະຫວ່າງສະຖາບັນຄົ້ນຄວ້າເຂົ້ານາໆຊາດ (ອີຣີ) ກັບສູນຄົ້ນຄວ້າກະສິກຳນາພອກ ໃນການເກັບເຕົ້າໂຮມແນວພັນພຶ້ນເມືອງລາວແຕ່ເໜືອຮອດໃຕ້ ແລະ ສາມາດເຕົ້າໂຮມແນວພັນພຶ້ນເມືອງໄດ້ ປະມານ 13.000 ກວ່າຕົວຢ່າງ, ເຂົ້າຫອມສາມເຮືອນກໍ່ແມ່ນໜຶ່ງໃນ13.000 ກວ່າຕົວຢ່າງ, ໃນປີ 2013  ທາງສູນຄົ້ນຄວ້າເຂົ້າໄດ້ນໍາເອົາແນວພັນດັ່ງກ່າວມາປູກເພື່ອສຶກສາຜົນຜະລິດ ແລະ ລັກສະນະພາຍນອກ ເນື່ອງຈາກວ່າແນວພັນດັ່ງກ່ວາຍັງມີຊາວນາຢູ່ແຂວງພາກເໜືອນິຍົມນຳໃຊ້. ເຂົ້າຫອມສາມເຮືອນໃຫ້ຜົນຜະລິດ 2-3 ໂຕນ/ເຮັກຕາ, ອາຍຸ 142 ວັນ, ລວງສູງ 128 ຊມ, ຮວງຕໍ່ສູມ 5-8 ຮວງ, ເມັດຕໍ່ຮວງ 182 ເມັດ, ເປີເຊັນເມັດເຕີມ 84 %, ນໍ້າໜັກ 1000 ເມັດ 31 ກກ.

Description of Use

ປະຊາຊົນປູກເພື່ອບໍລິໂພກ, ແຕ່ຈຸດພິເສດຂອງແນວພັນນີ້ແມ່ນມີຄວາມຫອມ ແລະ ຄຸນນະພາບການກິນດີ, ປະຊາຊົນນິຍົມ ໃຊ້ປຸງແຕ່ງເປັນເຄື່ອງຫວານຕ່າງໆ

Contribute