APA 6th ed. ແຂມ / Broomgrass. (2020, December 16). Retrieved from https://www.phakhaolao.la/kb/0000067
MLA 8th ed. ແຂມ / Broomgrass. Pha Khao Lao, 16 December 2020, https://www.phakhaolao.la/kb/0000067.
Chicago 17th ed. Pha Khao Lao. 2020. "ແຂມ / Broomgrass." Published December 16, 2020. https://www.phakhaolao.la/kb/0000067.
ການປູກແຂມໃນສວນປູກແມ່ນເປັນອີກຫນຶ່ງແນວທາງສາມາດຊ່ວຍຫຼຸດຜ່ອນແຮງງານຂອງຊາວກະສິກອນໃນການເກັບແຂມຈາກປ່າທຳມະຊາດ ແລະ ເປັນການຊ່ວຍໃຫ້ຊາວກະສິກອນສາມາດຄວບຄຸມຜົນຜະລິດແຂມຂອງເຂົາເຈົ້າໃຫ້ມີຜົນຜະລິດສູງ ແລະ ຄຸນນະພາບທີ່ດີ. ນອກຈາກນີ້, ການປູກແຂມໃນສວນປູກຍັງເປັນການຊ່ວຍຫຼຸດຜ່ອນການເຊາະລ້າງຂອງຊັ້ນໜ້າດິນ, ເຊີ່ງເປັນຫນຶ່ງໃນສາເຫດຫຼັກຂອງການສູນເສຍຄວາມອຸດົມສົມບູນຂອງດິນ, ອີກທັ້ງຍັງເປັນການສົ່ງເສີມການນຳໃຊ້ດິນກະສິກຳແບບຄົງທີ່.
ແຂມສາມາດປູກ ແລະ ຈະເລີນເຕີບໂຕໄດ້ດີໃນສະພາບພື້ນທີ່ເປັນປ່າເລົ່າອາຍຸ 3 ປີຂຶ້ນໄປ, ບ່ອນທີ່ຄ້ອຍຊັນ, ຮ່ອມພູ, ຮ່ອມຫ້ວຍແຄມນ້ຳ ແລະ ເປີ້ນພູ, ລວມເຖິງບ່ອນທີ່ມີຮົ່ມບາງໆ ແຂມມັກເກີດເປັນສຸມດ່ຽວ ຫຼື ເປັນຈຸ້ມນ້ອຍໆ ແລະ ໃນບ່ອນທີ່ບໍ່ມີແສງແດດເຕັມສ່ວນ. ຢູ່ໃນບ່ອນທີ່ມີຮົ່ມເງົາເບ້ຍແຂມຈະເຕີບໂຕຊ້າໃນເບື້ອງຕົ້ນຈົນກວ່າມັນຈະເກີດກາຍຕົ້ນໄມ້ນ້ອຍອື່ນໆ ຈຶ່ງຈະຂະຫຍາຍຕົວດີ.
ແຂມຈະເລີນເຕີບໂຕໃນລະດັບຄວາມສູງຈາກລະດັບນ້ຳທະເລ 300 ມ.-1500 ມ. ດິນທີ່ເໝາະສົມສຳລັບການປູກແຂມແມ່ນດິນເກືອບທຸກຊະນິດ ຕົວຢ່າງເຊັ່ນ ດິນຕົມແກມຊາຍ, ດິນຜຸຜຸ່ຍ, ດິນແຄມນ້ຳດິນແດງ (ດິນປ່າໂຄກ) ຄ່າ pH ຂອງດິນທີ່ເໝາະສົມແມ່ນ 4.5 ເຖິງ 6.