ໝາກແໜ່ງຂຽວປ່າ / Wild Cardamom

Use
Food
Income
Medicine
Scientific Name / Family
Wurfbainia villosa (Lour.) Škorničk. & A.D.Poulsen / Zingiberaceae
Synonyms
Amomum villosum Lour.
Amomum echinosphaera K.Schum.
Cardamomum villosum (Lour.) Kuntze
Elettaria villosa (Lour.) Miq.
Zingiber villosum (Lour.) Stokes
Other Names
Thai: Co Neng
Vietnamese: Sa nhân, Dương xuân sa
Chinese: Yuan bian zhong sha ren
English: Bustard cardamom, Tavoy cardamom
Conservation Status
Least Concern
Botanical Description

ເກິດເປັນເຫງົ້າເລືອ, ລຳຕົ້ນສູງ 2–3 ມ, ເຫງົ້າໜາ 0.7–1.5 ຊມ, ສີຂົນອົມສີນ້ຳຕານ ຫຼື ສີຂຽວ. ລຳຕົ້ນມີໃບປະມານ 30–40 ໃບຕໍ່ຕົ້ນ. ແຜ່ນໃບຂອບຂະໜານ, ຂະໜາດ 10–45 x 1–9 ຊມ, ກ້ຽງ, ໂຄນຫຼີ້ມ, ປາຍຮຽວແຫຼມ, ເສັ້ນກ່າງກາງໃບນູນທາງດ້ານທ້ອງ, ເສັ້ນໃບຂະແໜງເຫັນເປັນເງົາ. ຊໍ່ດອກເກິດຈາກເຫງົ້າໃກ້ກັບກົກ, ຍາວປະມານ 5–15 ຊມ, ມີດອກ 1–3 ຊໍ່ຕໍ່ຕົ້ນ, ພວງດອກຮູບໄຂ່ ເຖີງ ຮູບຮີ, ຂະໜາດ 3–4 x 1.5–3 ຊມ, ມີດອກປະມານ 1–2(–4) ດອກບານພ້ອມກັນ. ພວງໝາກມີກ້ານຍາວ 2–4 ຊມ, ໜາ 0.3 ຊມ, ສີນ້ຳຕານ, ກ້ຽງບໍລິເວນໂຄນ, ມີຂົນສ່ວນປາຍ, ພວງໝາກມີໝາກໜ້ອຍ ຂະໜາດ 2–6 x 3 ຊມ, ມີກ້ານໝາກສັ້ນໆ ຍາວປະມານ 3 ມມ, ມີຂົນ, ໝາກກົມ ເຖີງຮູບໄຂ່, ຂະໜາດ 0.5–1.5 ຊມ, ມີຂົນ ແລະ ໜາມ, ສີຂຽວອົມແດງ, ສີບົວອົມສີແດງ, ຫຼື ສີແດງປົນສີນ້ຳຕານ, ໜາມແປກົກ, ມີຂົນ. ໝາກມົນກົກຂະໜາດ 2–3 ຊມ, ສີນ້ຳຕານດຳ, ກ້ຽງ, ເຍື້ອຫຸ່ມເມັດສີນ້ຳຕານຈາງ ມີ 15 ເມັດຕໍ່ຫ້ອງ.

ໝາຍເຫດ: ໝາກແໜ່ງປ່າໃນປະເທດລາວມີ ສອງຊະນິດຄື: Wurfbainia villosa ແລະ Wurfbainia uliginosa, ແຕ່ມີຄວາມແຕກຕ່າງກັນຄື ຊະນິດ W. uliginosa ກິບປາກມີຕີ່ງແຕກອອກທັ້ງສອງຂ້າງປະມານ 1 ຊມ, ແຕ່ W. villosa ບໍ່ມີຕີ່ງ. ໝາກແໜ່ງຊະນິດນີ້ມີລັກສະນະຂອງຕົ້ນ ແລະ ໝາກຄ້າຍຄືກັບໝາກແໜ່ງຊະນິດ Wurfbainia villosa ແລະ ສ່ວນໂດຍທົ່ວໄປເອື້ນໝາກແໜ່ງຂຽວ, ແຕ່ໝາກແໜ່ງຊະນີດນີ້ພົບເຫັນສະເພາະພາກກາງຂອງລາວເທົ່ານັ້ນ.

Description of Use

ອາຫານ: ໜໍ່ອ່ອນໃສ່ເປັນອາຫານໄດ້, ສຳຫຼັບໝາກໃຊ້ເປັນເຄື່ອງເທດສຳລັບປຸງແຕ່ງອາຫານ
ຢາ: ໝາກແໜ່ງປ່າໄດ້ຖືກເກັບມາເປັນຢາໂດຍແຕ່ບັນພະບູລູດແລ້ວ ເຊິ່ງມີການນໍາໃຊ້ ເຮັດຢາປົວພະຍາດ ທາງກະເພາະອາຫານ ແລະ ທັ້ງຕົ້ນໃຊ້ເປັນຢ່າຕົ້ມ ນໍ້າອາບສຳລັບ ແມ່ຢູ່ກຳ ຫຼື ເກີດລູກໃໝ່. ນອກນັ້ນໃບຂອງໝາກແໜ່ງ ຊະນິດນີ້ແມ່ນຍັງ ໃຊ້ເຂົ້າໃນ ຕຳລາຮົ່ມຢາໃນສະໜູນໄພ ປະຈຸບັນ ໄດ້ມີການນຳໃຊ້ຢ່າງກວ້າງຂວາງ. ໂດຍສະເພາະ ແມ່ນການນຳໃຊ້ເປັນຢາຂອງແມ່ຢູ່ກຳຂອງຊົນເຜົ່າ ກຣິ ຫຼື ເຜົ່າຕອງເຫຼືອງ, ແຊກ ແລະ ບຣູ ໃນເຂດຍອດນ້ຳເທີນ.
ສີນຄ້າ: ເປັນສີນຄ້າສົ່ງອອກນອກປະເທດໄດ້ລາຄາດີ, ສ້າງລາຍຮັບໃຫ້ແກ່ ຊາວກະສິກອນລາວ

Contribute