ໝາກກຸກໃຫຍ່ / Wing Fruit Cardamom

Use
Food
Income
Medicine
Scientific Name / Family
Amomum dealbatum Roxb. / Zingiberaceae
Synonyms
Other Names
ໄທ: Ka, Ma Kook
ຈີນ: Jiǔ chì shā rén
ອັງກີດ: Nine wings cardamom
Conservation Status
Least Concern
Botanical Description

ເກີດເປັນສຸ່ມສູງປະມານ 3 ມ, ມີ 5–15 ຕົ້ນ/ສຸ່ມ, ມີ 8–10 ໃບ/ຕົ້ນ. ແຜ່ນໃບຮູບຂອບຂະໜານ, ຂະໜາດ 40–90 x 9–15 ຊມ, ສີຂຽວເຂັ້ມ ຫຼື ສີຂຽວອ່ອນ, ດ້ານເທີງກ້ຽງ, ດ້ານລຸ່ມມີຂົນອ່ອນນູ້ມ, ໂຄນໃບຮູບ ຫຼີ່ມຮຽວຍາວ, ຂອບໃບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍໃບຮຽວແຫຼມ, ເສັ້ນໃບນູນທາງດ້ານລຸ່ມຂອງແຜ່ນໃບ, ເສັ້ນຂະແໜງເຫັນຊັດເຈນ ທາງສອງດ້ານ. ຊໍ່ດອກເກີດຈາກໂຄນຂອງລຳຕົ້ນໃກ້ດິນ, ມີປະມານ 3 ຊໍ່/ຕົ້ນ. ຊໍ່ດອກຮູບຮີ, ມີດອກ 10–11 ດອກ ບານພ້ອມກັນ. ດອກສີຂາວ, ດ້ານໃນສີເຫຼືອງ, ບາງຄັ້ງມີຈຸດ ກະຈາຍບໍລິເວນເຄີ່ງກາງ. ພວງໝາກກ້ານຍາວ 10–20 ຊມ. ສີນໍ້າຕານ, ກ້ຽງ, ມີ 20 ໝາກຕໍ່ໍໍໍຊໍ່. ໝາກຮູບຮີ, ຂະໜາດ 2–2.5 x 1–1.5, ມີ 9 ປີກ, ສີຂຽວ, ເມື່ອແກ່ ຈະເປັນ ສີນ້ຳຕານປົນສີຂຽວ. ເມັດມົນກົມ, ເສັ້ນຜ່ານກາງ 3 ມມ, ກ້ຽງ. ເຍື່ອຫຸ້ມສີເຫຼືອງ, ມີເມັດ 15–20 ຕໍໍ່ຫ້ອງ.

Description of Use

ອາຫານ: ໝາກກຸກເປັນໝາກແໜ່ງອິກຊະນິດໜື່ງທີ່ມີລົດຊາດສົ້ມຫວານສາມາດ ກິນໄດ້ ແລະ ສາມາດຫາໄດ້ທົ່ວໄປ ໃນພາກເໜືອຂອງລາວເຮົາ, ໝາກສຸກສາມາດເກັບ ໄດ້ໃນ ເດືອນສີງຫາ ແລະ ກັນຍາ ສຳລັບເອົາມາກີນ ແລະ ຂາຍ ທົ່ວໄປຕາມຕະຫຼາດ ຫຼວງພະບາງ. ໃນປະຈຸບັນສ່ວນຫຼາຍຊາວບ້ານຈະມັກເອົາມາປູກໄວ້ໃນແຄມບ້ານເຮືອນ ເພື່ອ ສະດວກ ໃນການເກັບກູ້ ບໍ່ຈຳເປັນຕ້ອງເຂົ້າປ່າໄປຫາເກັບເອົາ, ບາງຄັ້ງຍັງພົບ ເຫັນວ່າເວລາບູນຫຼໍ່ ເຂົ້າກາງພັນສາຍັງ ພົບໝາກກຸກເອົາໃສ່ໃນພາເຂົ້າ ເພື່ອ ຖວາຍພຣະ. ນອກຈາກນ້ຳໃຊ້ໝາກແລ້ວດອກຂອງມັນຍັງສາມາດ ນຳເອົາ ປູງແຕ່ງ ເປັນອາຫານໄດ້ເຊັ່ນ: ເອົາດອກສີຂາວນັ້ນມາລ້າງນ້ຳໃຫ້ສະອາດ ແລ້ວເອົາມາແກ້ງ ໃສ່ກັບປາ ຫຼື ເອົາມາລວກ ກັບແຈ່ວປາ, ບາງຄົນຍັງເອົາມາປົນໃສ່ກັບຊູບຜັກຕ່າງ.

ຢາ: ໃນຕໍາລາຢາຈີນພື້ນເມືອງ ໄດ້ນຳໃຊ້ເພື່ອເປັນຢາ ປົວພະຍາດ ທາງດ້ານ ກະເພາະລຳໄສ້ ເຮັດໃຫ້ລຳໄສ້ແຂງແຮງສາມາດຈະເລີນອາຫານໄດ້ດີ. ຄົນຈີນມັກເອົາ ໝາກແກ່ມາ ຕາກແຫ້ງ ແລ້ວຕົ້ມນ້ຳດື່ມ. ແກ່ນ ຫຼື ເມັດ ມີລົດຊາດເຢັນຮຶນ ດັ່ງນັ້ນຊາວບ້ານມັກຫຍໍ້າ ແລະ ອົມ ເພື່ອບັນເທົາອາການເຈັບແຂ້ວ.

ສີນຄ້າ: ໝາກຖືກເກັບກູ້ມາຂາຍ, ມັກພົບໃນຊ່ວງ ເດືອນສີງຫາ–ກັນຍາ, ໃນຕະຫຼາດຫຼວງພະບາງ, ເພາະຊາວ ຫຼວງພະບາງ ມັກເອົາໃສ່ໃນປະເພນີບຸນຫໍ່ເຂົ້າຕ່າງໆໃນຊ່ວງກາງພັນສາ.

Contribute