ບົດສະເໜີໂຄງການຫຍໍ້ ການຜະລິດຍານ (ຢາງຍານ).

Languages

12 Feb 2020 Authors: TABI
TABI

ຕົ້ນຍານ ຂອງ ລາວ (Styrax tonkinensis) ເປັນຕົ້ນໄມ້ທີ່ຜັດປ່ຽນໃບ, ຈະເລີນເຕີບໂຕໃຫຍ່ໄວສົມຄວນ ແລະ ມີຄວາມສູງປະມານ 15-20ມ ແລະ ໜ້າຕ້າງສະເລ່ຽໃຫຍ່ປະມານ 30ຊມ ເກີດຂຶ້ນເອງໂດຍທໍາມະຊາດ  ໃນເຂດປ່າເຫລົ່າມີຄວາມສູງເໜືອນໍ້າທະເລ 800-1,600ມ ບ່ອນທີ່ເຄີຍໄດ້ເຮັດໄຮ່ມາກ່ອນແລ້ວ. ໂດຍປະມານແລ້ວ ມີ ຈໍານວນ 250 ໝູ່ບ້ານໃນບັນດາແຂວງພາກເໜືອ ຂອງ ລາວ (ແຂວງຜົ້ງສາລີ, ແຂວງຫລວງພະບາງ ແລະ ແຂວງຫົວພັນ) ໄດ້ມີສ່ວນເຮັດການຜະລິດຍານ ໃນເນື້ອທີ່ຫລາຍກ່ວາ 10,000ຮຕ ຂອງພື້ນທີ່ດິນໄຮ່ໝູນວຽນ ຊຶ່ງ ມີຕົ້ນຍານເກີດປະສົມປົນຢາຍຢູ່ຮ່ວມກັນກັບບັນດາພືດ ແລະ ຕົ້ນໄມ້ຊະນິດຕ່າງໆ. ຢາງຍານ ເປັນທ່າແຮງທີ່ສໍາຄັນທາງດ້ານເສດຖະກິດ ແຕ່ກໍຍັງມີຂໍ້ຈໍາກັດໃນບາງດ້ານ ທີ່ຈະຕ້ອງໄດ້ເຮັດການແກ້ໄຂ ເພື່ອເຮັດໃຫ້ຊາວກະສິກອນໄດ້ມີໂອກາດໄດ້ຮັບປະໂຫຍດຢ່າງເຕັມສ່ວນ.

ດາວໂຫລດ

ການປະກອບສ່ວນ