ແກງໜໍ່ໄມ້ໃສ່ຈີ້ນາຍ
ແກງໜໍ່ໄມ້ໃສ່ຈີ້ນາຍ ອາຫານພື້ນບ້ານ. ໃນປະເທດລາວມີໜໍ່ໄມ້ຫຼາກຫຼາຍຊະນິດ ສາມາດເລືອກຮັບປະທານໄດ້ຫຼາກຫຼາຍຕາມລະດູການ
ເຮືອນຄົວລາວ
phakhaolao.la
ສ່ວນປະກອບ
- ໃບຢານາງ 1 ກຳມື
- ໜໍ່ໄມ້ຕົ້ມ 500 ກຣາມ
- ຈີ້ນາຍ 1/2 ຖ້ວຍນ້ອຍ
- ຜັກຂະ 8 ຍອດ
- ຜັກຂະແຍງ 1 ກຳມື
- ໝາກເຜັດສຸກ 4 ໜ່ວຍ
- ເກືອ 1 ບ່ວງຊາ
- ເຂົ້າເບືອ 3 ບ່ວງແກງ
- ປາແດກ 1/2 ຖ້ວຍນ້ອຍ
ວິທີປຸງແຕ່ງ
-
ຊອຍໜໍ່ໄມ້
-
ຍ່ອງໃບຢານາງໃສ່ກັບນໍ້າ
-
ຕົ້ມນໍ້າຢານາງ
-
ຫຼັງຈາກນໍ້າຮ້ອນ ໃຫ້ໃສ່ໜໍ່ໄມ້, ໃສ່ເຫັດ, ໝາກບວບ ແລະ ໝາກອຶຊອຍ
-
ຕຳເຂົ້າເບືອໃຫ້ມຸ່ນລະອຽດ, ແລ້ວໃສ່ລົງໝໍ້
-
ໃສ່ຈີ່ນາຍ, ລໍຖ້າໃຫ້ນໍ້າຟົດ ແລ້ວໃສ່ປາແດກ
-
ຕໍ່ມາໃຫ້ໃສ່ຜັກຂະແຍງ ແລະ ຜັກຂະ, ປິດຝາປະໄວ້ 10 ນາທີ ພ້ອມຮັບປະທານ
ສູດອາຫານ ດວງແຂ ແກ້ວນ້ອຍ