ປະໂຫຍດຂອງນໍ້າໝາກພ້າວທີ່ຫຼາຍຄົນອາດຍັງບໍ່ທັນຮູ້

Bouavone
ຊີວະນາໆພັນກະສິກຳ
ປະໂຫຍດຂອງນໍ້າໝາກພ້າວທີ່ຫຼາຍຄົນອາດຍັງບໍ່ທັນຮູ້
www.phakhaolao.la
  1. ນໍ້າໝາກພ້າວມີແຮ່ທາດທີ່ຊ່ວຍຮັກສາອາການຂາດນໍ້າໄດ້ ສໍາລັບນັກກິລາ ຫຼື ຜູ້ທີ່ມັກອອກກໍາລັງໜັກໆເສຍເຫື່ອຫຼາຍສາມາດດື່ມນໍ້າໝາກພ້າວແທນນໍ້າເກືອແຮ່ ເພື່ອຄວາມສົດຊື່ນ ແລະ ທົດແທນນໍ້າທີ່ສູນເສຍໄປພ້ອມເຫື່ອໄດ້.
  2. ແຮ່ທາດທີ່ຢູ່ໃນນໍ້າໝາກພ້າວມີຢ່າງຫຼວງຫຼາຍ ໂດຍສະເພາະແມ່ນ ວິຕາມິນບີ 1, ວິຕາມິນບີ 2, ວິຕາມິນບີ 3, ວິຕາມິນບີ 6,ວິຕາມິນຊີ, ໂປຣຕີນ ແລະ ອື່ນໆ. 
  3. ນໍ້າໝາກພ້າວຊ່ວຍໃຫ້ຜິວພັນສົດໃສຂຶ້ນ ເພາະຊ່ວຍໃຫ້ຮ່າງກາຍເສີມສ້າງຄໍລາເຈນ ໃຫ້ກັບຜິວ.
  4. ມີ ໄຊໂຕໄຄ (cytokines) ທີ່ຊ່ວຍໃຫ້ຮ່າງກາຍແຂງແຮງ ແລະ ຫຼຸດຄວາມສ່ຽງພະຍາດສະໝອງເສື່ອມ.
  5. ຊ່ວຍຍ່ອຍອາຫານ ແລະ ຫຼຸດຜ່ອນອາການແໜ້ນທ້ອງ.
  6. ຊ່ວຍບັນເທົາອາການເຈັບທ້ອງຈາກ ພະຍາດກະເພາະອາຫານອັກເສບ.
  7. ຊ່ວຍຂັບປັດສະວະ ບັນເທົາອາການເຈັບກະເພາະປັດສະວະອັກເສບ.
  8. ນໍ້າໝາກພ້າວມີຮໍໂມນໂຟໂຕເອສໂຕເຈນ (Phytoestrogen) ທີ່ມີໂຄງສ້າງ ແລະ ການອອກລິດຄ້າຍກັບຮໍໂມນເອສໂຕເຈນ ຮໍໂມນເພດຍິງ (Estrogen) ທີ່ຊ່ວຍຫຼຸດອາການຮ້ອນວູບວາບ ອາລົມແປປ່ວນ ແລະ ເຫື່ອອອກຕອນກາງຄືນ ຂອງຜູ້ຍິງໃນໄວກາງຄົນໄດ້.  
  9. ຊ່ວຍເພີ່ມລະດັບຮໍໂມນເທສເຕີໂຮນ ເຊິ່ງເປັນຮໍໂມນຂອງເພດຊາຍໄດ້ໜ້ອຍໜື່ງ.
  10. ຊ່ວຍເຮັດໃຫ້ການໄຫຼວຽນຂອງເລືອດໝູນວຽນໄດ້ດີ ແລະ ເຮັດໃຫ້ສຸຂະພາບຮ່າງກາຍແຂງແຮງ.
ການປະກອບສ່ວນ