ຊາຈາກສວນຊາ36 ຊະນະເລີດການແຂ່ງຂັນຊາໂລກປະຈໍາປີ 2021

ຊາຈາກສວນຊາ36 ຊະນະເລີດການແຂ່ງຂັນຊາໂລກປະຈໍາປີ 2021

www.phakhaolao.la

     ງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 18 ຈັດຂຶ້ນທີ່ນະຄອນໜານໜິງ ເຂດປົກຄອງຕົນເອງກວາງຊີ ສປ ຈີນ ເມື່ອວັນທີ 10 ກັນຍາ 2021 ທີ່ຜ່ານມານີ້ ຊຶ່ງທາງ ບໍລິສັດ ລາວ ທີຊິກ ມາເນີ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ນໍາຜະລິດຕະພັນຊາຂອງລາວເຮົາ ເຂົ້າຮ່ວມວາງສະແດງ ແລະ ໄດ້ຮັບຫຼຽນຄຳ ລາງວັນຊະນະເລີດ ຈາກການແຂ່ງຂັນຊາໂລກ 2021 (World Tea Championship 2021) ໃນສາຂາຊາແດງ ເຊິ່ງເປັນຜະລິດຕະພັນຊາບູຮານຂອງບໍລິສັດ ພ້ອມດຽວກັນນັ້ນ ຍັງຖືກເຊີນເຂົ້າຮ່ວມພິທີມອບລາງວັນ ແລະ ງານວາງສະແດງອຸດສາຫະກໍາຊາໂລກ ທີ່ຈະຈັດຂຶ້ນທີ່ນະຄອນນິວຢອກ ສະຫະລັດອາເມຣິກາໃນໄວໆນີ້.

     ທັງນີ້ ທາງຄະນະກຳມະການຈັດການແຂ່ງຂັນຊາໂລກໄດ້ກ່າວໃນຈົດໝາຍວ່າ: ສວນຊາ36 ໄດ້ມີສ່ວນຮ່ວມໃນງານວາງສະແດງຊາສາກົນທຸກປະເພດຢ່າງຫ້າວຫັນ ຊຶ່ງທາງຄະນະກຳມະການຈັດງານ ໄດ້ເຫັນ ແລະ ຮັບຮູ້ເຖິງຄວາມຕັ້ງໃຈແລະປະຫວັດຄວາມເປັນມາຂອງສວນຊາ36 ລວມໄປເຖິງມາດຕະຖານຂອງຂະບວນການຜະລິດຊາ, ຄຸນນະພາບຂອງຊາ, ສະພາບແວດລ້ອມທີ່ເປັນເອກະລັກຂອງທ້ອງຖິ່ນລາວ, ພາຊະນະບັນຈຸ ແລະ ອື່ນໆ ໂດຍໄດ້ຜ່ານການກວດສອບຢ່າງລະອຽດທີ່ຖ້ວນ ຈາກນັ້ນ ການພິຈາລະນາຂອງຄະນະກຳມະການໃນການຈັດການແຂ່ງຂັນຈຶ່ງຕັດສິນໃຫ້ຊາສວນຊາ36 ຈາກ ສປປ ລາວ ຊະນະລາງວັນຊະນະເລີດໃນສາຂາຊາແດງຂອງການແຂ່ງຂັນຊາໂລກປະຈຳປີ 2021.

     ງານວາງສະແດງອຸດສາຫະກຳຊາໂລກ ຈັດຂຶ້ນໃນທຸກໆປີ ນັບແຕ່ປີ 2003 ເປັນຕົ້ນມາ ຊຶ່ງງານດັ່ງກ່າວຖືໄດ້ວ່າເປັນອີກໜຶ່ງໃນ 50 ງານວາງສະແດງສາກົນທີ່ສຳຄັນຢູ່ໃນອາເມຣິກາເໜືອ  ໂດຍງານດັ່ງກ່າວ ສາມາດດຶງດູດຜູ້ນຳສິນຄ້າມາວາງສະແດງຫຼາຍຮ້ອຍຄົນ ແລະ ສາມາດດຶງດູດຊ່ຽວຊານຫຼາຍກວ່າ 5.000 ຄົນ ຈາກຫຼາຍກວ່າ 50 ປະເທດ ແລະ ພາກພື້ນເຂົ້າຮ່ວມ ເຮັດໃຫ້ງານວາງສະແດງອຸດສາຫະກຳຊາໂລກ ກາຍເປັນງານວາງສະແດງພິເສດຂອງອຸດສາຫະກໍາຊາສາກົນທີ່ມີຈໍານວນປະເທດເຂົ້າຮ່ວມຫຼາຍທີ່ສຸດໃນໂລກ. ງານດັ່ງກ່າວ, ໄດ້ຮັບການສະໜັບສະໜູນຈາກງານວາງສະແດງຊາໂລກ ແລະ ຮ່ວມຈັດໂດຍມູນນິທິ Desert Oasis ທີ່ຈະຈັດຂຶ້ນທີ່ນະຄອນນິວຢອກ ແລະ ເມືອງອື່ນໆໃນສະຫະລັດອາເມຣິກາ.

Contribute