ສໍາມະນາປຶກສາຫາລືດ້ານພູມປັນຍາຂອງໝໍຢາພື້ນເມືອງລາວ ແລະ ວິທີເອົາຢາພື້ນເມືອງເຂົ້າປິ່ນປົວພະຍາດ

ສໍາມະນາປຶກສາຫາລືດ້ານພູມປັນຍາຂອງໝໍຢາພື້ນເມືອງລາວ ແລະ ວິທີເອົາຢາພື້ນເມືອງເຂົ້າປິ່ນປົວພະຍາດ

https://www.facebook.com/%E0%BA%9B%E0%BA%B0%E0%BB%80%E0%BA%97%E0%BA%94%E0%BA%A5%E0%BA%B2%E0%BA%A7-Pathedlao-421087478095038/
www.phakhaolao.la

     ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນາສຸກ ຮ່ວມ ກັບສວນພຶກສາ ຈັດສຳມະນາແລກປ່ຽນບົດຮຽນ ແລະ ປະສົບການດ້ານພູມປັນຍາຂອງໝໍຢາພື້ນເມືອງລາວ ໃນວັນທີ 27-28 ສິງຫາທີ່ຜ່ານມາ ໂດຍມີໝໍຢາຈາກນະຄອນຫລວງວຽງຈັນ, ບໍລິຄໍາໄຊ ແລະ ແຂວງວຽງຈັນເຂົ້າຮ່ວມ.

     ທ່ານ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ໄດ້ໃຫ້ຮູ້ວ່າໃນການຈັດງານສໍາມະນາແລກປ່ຽນບົດຮຽນ ແລະ ປະສົບການດ້ານພູມປັນຍາຂອງໝໍຢາພື້ນເມືອງລາວໃນຄັ້ງນີ້ເພື່ອເປັນການຍົກສູງຄຸນນະພາບ, ຄວາມສາມາດພິເສດຂອງໝໍຢາພື້ນເມືອງລາວ ໃນວຽກງານການແພດ ແລະ ການຢາພື້ນເມືອງ ໃນດ້ານການສ້າງພູມຕ້ານທານຕໍ່ສຸຂະພາບ, ສົ່ງເສີມການບໍລິການປິ່ນປົວດ້ວຍການແພດພື້ນເມືອງ ເຂົ້າໃນການປິ່ນປົວພະຍາດຕ່າງໆ ໃນນັ້ນປະກອບມີ ການປິ່ນປົວພະຍາດ ໂຄວິດ-19, ພະຍາດນໍ້າຖ້ວມປອດ, ປິ່ນປົວປອດອັກເສບ, ປິ່ນປົວປະສາດໜ້າລ່ອຍ ດ້ວຍການແພດພື້ນເມືອງ, ການປິ່ນປົວພະຍາດກະເພາະລໍາໃສ້, ພະຍາດເບົາຫວານ, ເສີມສ້າງພູມຄຸ້ມກັນ, ປັບສົມດູນຂອງຮ່າງກາຍດ້ວຍການປັກເຂັມ, ຮົມຢາ ແລະ ກົດຈຸດຕ່າງໆ ພ້ອມນີ້, ຊ່ຽວຊານໝໍຢາພື້ນເມືອງ ຍັງໄດ້ສາທິດວິທີການປິ່ນປົວພະຍາດຕ່າງໆ ລວມທັງພະຍາດ ໂຄວິດ-19 ທີ່ສາມາດປິ່ນປົວດ້ວຍຢາພື້ນເມືອງ ລາຊາບີ ແລະ ຜັກຄາວທອງ ສົມທົບຢາຫລວງ ໃຫ້ຫາຍຂາດໄດ້.

     ໃນໂອກາດດຽວກັນນັ້ນ ທ່ານ ພູວົງ ພະມີສິດ ປະທານສວນພຶກສາ ທັງເປັນຜູ້ສົ່ງເສີມຫາແຫຼ່ງທຶນ ແລະ ຫາພືດທີ່ເປັນຢາສົ່ງໃຫ້ສະຖາບັນຜູ້ຜະລິດຢາ ໄດ້ໃຫ້ຮູ້ຕື່ມອີກວ່າ ການຈັດສຳມະນາຄັ້ງນີ້ນອກຈາກເປັນການເຕົ້າໂຮມບັນດາໝໍຢາພື້ນເມືອງລາວ ເພື່ອແລກປ່ຽນວິຊາຄວາມຮູ້ພູມປັນຍາແຕ່ດັ່ງເດີມຂອງຢາພື້ນເມືອງແລ້ວ ຍັງຖືໂອກາດເພື່ອປຶກສາຫາລືກັນໃນການຫາວິທີເອົາຢາພື້ນເມືອງເຂົ້າມາປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີຈາກພະຍາດ ໃນຊ່ວງທີ່ປະເທດເຮົາພວມພົບກັບວິກິດການລະບາດຂອງພະຍາດໂຄວິດ-19.

 

ຂ່າວ KPL Lao News Agency 

 

 

 

 

Contribute