ພາຍສະລຽງທົ່ງ

ພາຍສະລຽງທົ່ງ

Use
Medicine
Scientific Name / Family
Murdannia gigantea (Vahl) G.Brückn. / Commelinaceae
Synonyms
Prionostachys ensifolia Hassk. ex C.B.Clarke
Phaeneilema giganteum (Vahl) G.Brückn.
Commelina hookeriana Spreng.
Commelina gigantea Vahl
Aneilema nudiflorum F.Muell.
Aneilema giganteum var. gracilis Benth.
Aneilema giganteum (Vahl) R.Br.
Other Names
ໄທ: ນ້ຳຄ້າງກາງທຽງ, ຫຍ້າຫອນເຫງືອກ, ຫວ້ານມູກ, ໄສ້ອຽນ ແລະ ຫງອນພະຍານາກ.
Conservation Status
Least Concern
Botanical Description

ຈັດເປັນພືດລົ້ມລຸກ, ອາຍຸຫຼາຍປີ. ລຳຕົ້ນຕັ້ງຊື່, ສູງ 1-2 ມ, ຮູບກົມ, ແຂງ, ມີຂໍ້, ມີປ້ອງ, ຜິວລຽບ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບແຖບ, ໃບບໍລິເວນໂຄນຕົ້ນກວ້າງ 1-2 ຊມ, ຍາວ 15-40 ຊມ, ໃບບໍລິເວນລຳຕົ້ນນ້ອຍ, ຍາວ 5-7 ຊມ, ໂຄນໃບກົມ ຫຼື ຮູບຕັດ, ຂອບລຽບ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ.  ກ້ານໃບເປັນກາບຫຸ້ມລຳຕົ້ນ. ຊໍ່ດອກແບບກະຈະ, ອອກຕາມປາຍຍອດ, ກ້ານຊໍ່ດອກຍາວປະມານ 20 ຊມ, ໂຄ້ງງໍລົງເລັກນ້ອຍ. ຊໍ່ດອກຍ່ອຍມີ 1-2 ຊໍ່, ຍາວປະມານ 7 ຊມ. ດອກຍ່ອຍມີ 4-8 ດອກ, ຍາວ 0.8-1.5 ຊມ, ສີມ່ວງ, ກ້ານດອກສັ້ນຫຼາຍ. ກາບດອກມີ 3 ກີບ, ຮູບຂອບຂະໜານ ຫຼື ຮູບຫອກ, ຍາວ 5-8 ມມ, ສີຂຽວປົນສີມ່ວງເຂັ້ມ. ກີບດອກມີ 3 ກີບ, ຮູບໄຂ່ກວ້າງ, ສີມ່ວງເຂັ້ມ. ເກສອນເພດຜູ້ມີ 6 ອັນ, ຍາວ 0.6-1.2 ຊມ, ເປັນໝັ່ນ 4 ອັນ, ບໍ່ສະໝ່ຳສະເໝີກັນ, ສີເຫຼືອງສົດ, ຖົງລະອອວຮູບຮີ, ຍາວປະມານ 2 ມມ, ບໍລິເວນໂຄນມີຂົນອ່ອນນຸ້ມກະຈາຍຢູ່. ເຕົ້າໄຂ່ຈັບເທິງ, ຄໍເຕົ້າໄຂ່ຍາວ 3-4 ມມ. ໝາກຮູບໄຂ່, ຍາວ 0.5-1 ມມ. ແກ່ນຍາວປະມານ 3 ມມ.

Description of Use

ສັບພະຄຸນ: 

  • ທັງຕົ້ນ: ຮັກສາອາການອັກເສບຂອງລຳໄສ້.
Contribute