ບວບລົມ / Acokanthera

ບວບລົມ / Acokanthera

Use
Food
Medicine
Scientific Name / Family
Dischidia major (Vahl) Merr. / Apocynaceae
Synonyms
Dischidia bauerlenii Schltr.
Dischidia clavata Wall.
Dischidia merguiensis Becc.
Dischidia pubiflora Schltr.
Dischidia rafflesiana Wall.
Dischidia timorensis Decne.
Dischidia viridescens Griff.
Other Names
ລາວ: ບວບລົມ ແລະ ຟຸງລົມ
ໄທ: ຈຸກໂຣຫິນີ, ກ້ວຍໄມ້, ໂກພຸງປາ, ພຸງປາຄໍ, ເຄື່ອພຸງປາ, ນົມຕຳໄຣ ແລະ ບວບລົມ
ອັງກິດ: Acokanthera
ຈີນ: 玉荷包 ແລະ 小叶眼树莲
ຫວຽດນາມ: Songly to, Mộc tiền to, Trái mỏ quạ, mộc tiền bầu ແລະ dây mỏ quạ
Botanical Description

ຈັດເປັນພືດອີງອາໄສ. ລຳຕົ້ນເປັນລຳເລືອ, ເກາະພັນຕາມຕົ້ນໄມ້ອື່ນ, ມີຮາກຕາມລຳຕົ້ນ, ທຸກສ່ວນຂອງຕົ້ນມີຢາງສີຂາວຂຸ້ນຄ້າຍນ້ຳນົມ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ແຜ່ນໃບໜາອວບນ້ຳ, ລັກສະນະຄ້ອນຂ້າງກົມ ຫຼື ຮູບຮີກົມ, ມີເສັ້ນຜ່າສູນກາງ 1-2 ຊມ, ຍາວ 5-10 ຊມ, ຜິວກ້ຽງທັງສອງດ້ານ, ພາຍໃນມີຊ່ອງຫວ່າງ. ຊໍ່ດອກແບບກະຈຸກສັ້ນ, ອອກຕາມງ່າມໃບ. ດອກຍ່ອຍຈຳນວນຫຼາຍ, ຮູບໂຄມ, ຂະໜາດນ້ອຍ, ສີຂຽວແກມເຫຼືອງ. ໝາກເປັນຝັກ, ຮຽວຍາວ, ກວ້າງ 3-5 ມມ, ຍາວ 5-7.5 ຊມ. ແກ່ນຂະໜາດນ້ອຍ, ແປ, ມີຂົນເປັນພູຢູ່ປາຍ.

Description of Use

ອາຫານ:
    ໃບອ່ອນ: ໃຊ້ຮັບປະທານກັບເຂົ້າປຸ້ນ ຫຼື ໃຊ້ຢັດເຂົ້າໜຶ້ງກິນເປັນອາຫານ.
ສັບພະຄຸນ:
    ຮາກ: ແກ້ທ້ອງຂີ້ຮາກ, ແກ້ອາການປວດຮາກ, ແກ້ບິດ, ແກ້ອາການເຈັບເບັງ, ແກ້ເສມຫະພິການ, ຮັກສາແຜ, ແກ້ໄຂ້, ແກ້ລົມຫຼັງຈາກໄຂ້ດີໃໝ່, ນຳມາຫຍໍ້າກັບພູເປັນຢາແກ້ໄອ, ແກ້ອາການອ່ອນເພຍ, ບຳລຸງກຳລັງ, ແກ້ອາການຮ້ອນໃນເນື່ອງຈາກຂາດນ້ຳ, ຊ່ວຍຫຼຸດນ້ຳຮ້ອນໃນຮ່າງກາຍ ແລະ ແກ້ຫອບຫືດ.
    ເຄືອ: ນຳມາຕົ້ມດື່ມຊ່ວຍຂັບລົມ, ແກ້ອາການທ້ອງອືດ ແລະ ທ້ອງເຟີ້ໄດ້.
    ໃບ: ມີລົດຊາດຝາດໃຊ້ເປັນຢາຮັກສາແຜ, ແກ້ອາການຖອກທ້ອງ, ທ້ອງຂີ້ຮາກ, ແກ້ບິດ, ປວດຮາກ, ແກ້ເຈັບເບັງ, ແກ້ມູກເລືອດ, ຂັບເສມຫະຜິດປົກກະຕິ, ນຳເອົາເຂົ້າຍັດໃສ່ນຳໄປເຜົາໄຟໄດ້ສີມ່ວງ ແລະ ນຳມາຮັບປະທານແກ້ອາການເຈັບມ້າມໃນເວລາອອກກຳລັງກາຍ.
    ໝາກ: ນຳມາຕົ້ມດື່ມຊ່ອຍຫຼຸດລະດັບນ້ຳຕານໃນເລືອດໄດ້, ນຳໄປເຜົາໄຟຫຼັງຈາກນັ້ນນຳມາຢອດຫູເປັນໜອງ, ປະສົມກັບມົດແດງນຳມາຕົ້ມດື່ມແກ້ລົມພັນໄສ້ ແລະ ຕົ້ມປະສົມກັບຝ່ອຍລົມດື່ມຊ່ອຍຂັບລົມໃນກະເພາະອາຫານ.
    ທັງຕົ້ນ: ຕົ້ມດື່ມແກ້ອາການເຈັບທ້ອງ, ເນື່ອງຈາກກະເພາະອາຫານອັກເສບ, ໃຊ້ປົວປາດົງເສັ້ນ, ປາດົງລົມ, ແກ້ອາການເຈັບທ້ອງເນື່ອງຈາກກະເພາະອັກເສບ ແລະ ໃຊ້ເປັນຢາຮັກສາພະຍາດຕັບພິການ.
ຄຸນປະໂຫຍດ:
    ໝາກ: ນຳມາປະສົມກັບຕົ້ນເຂົ້າເຢັນກິນເຮັດໃຫ້ເຊົາສູບຢາ.

Contribute