ຕົ້ນຕິດຕໍ່ / Chuối chác
APA 6th ed. ຕົ້ນຕິດຕໍ່ / Chuối chác. (2021, August 19). Retrieved from https://www.phakhaolao.la/kb/0001300
MLA 8th ed. ຕົ້ນຕິດຕໍ່ / Chuối chác. Pha Khao Lao, 19 August 2021, https://www.phakhaolao.la/kb/0001300.
Chicago 17th ed. Pha Khao Lao. 2021. "ຕົ້ນຕິດຕໍ່ / Chuối chác." Published August 19, 2021. https://www.phakhaolao.la/kb/0001300.
Desmos rostrata (Merr. & Chun) P.T.Li
ຈີນ: 喙果皂帽花
ຫວຽດນາມ: Chuối chác, Chuối chác dẻ ແລະ Mao quả có mỏ
ຈັດເປັນໄມ້ຟຸ່ມ. ລຳຕົ້ນສູງ 2-3 ມ, ຕາມກິ່ງກ້ານອ່ອນມີຂົນກະຈາຍບາງໆ, ເປືອກລຳຕົ້ນໜຽວ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບຂອບຂະໜານ, ກວ້າງ 3.5-7.5 ຊມ, ຍາວ 13-21 ຊມ, ໂຄນໃບມົນ ຫຼື ຕັດ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ມີຂົນປົກຄຸມກະຈາຍຫ່າງໆທັງສອງດ້ານ. ກ້ານໃບຮູບກົມ, ຍາວ 5-10 ມມ. ຊໍ່ດອກອອກຕາມງ່າມໃບ ແລະ ປາຍຍອດ, ສີແດງປົນສີສົ້ມ. ກ້ານດອກຍາວ 1.2-4 ຊມ, ມີຂົນກະຈາຍຫ່າງໆ. ກາບດອກມີ 3 ກີບ, ຮູບໄຂ່, ກວ້າງ 1.5-3 ມມ, ຍາວ 2-3.5 ມມ. ກີບດອກຮູບໄຂ່, ກວ້າງ 0.7-1.2 ຊມ, ຍາວ 2-4 ຊມ. ເກສອນເພດຜູ້ປະມານຈຳນວນຫຼາຍ ຫຼື 120 ອັນ. ເຕົ້າໄຂ່ມີປະມານ 10 ອັນ. ກ້ານດອກຍາວ 6-13 ຊມ. ໝາກເປັນໝາກກຸ່ມ, ມີໝາກຍ່ອຍຈຳນວນຫຼາຍ, ມີລັກສະນະເປັນຂໍ້ຕາມແກ່ນ, ສີແດງ.
ສັບພະຄຸນ:
ຮາກ ແລະ ຕົ້ນ: ໃຊ້ເປັນຢາບຳລຸງທາດ.
ພືດເສັ້ນໄຍ:
ເປືອກ: ໜຽວສາມາດນຳມາເຮັດເຊືອກມັດໄດ້.