ເກັດປາຄໍ / Fish Scales

ເກັດປາຄໍ / Fish Scales

Use
Ornamental
Scientific Name / Family
Phyllodium longipes (Craib) Schindl / Fabaceae
Synonyms
Desmodium longipes Craib
Desmodium tonkinense Schindl.
Other Names
ລາວ: ເກັດລິ່ນ, ເກັດປ່າຄໍ, ເກັດປາໃຫຍ່, ເກັດປານ້ອຍ ແລະ ກົກຮວງເຂົ້າ
ໄທ: ເກັດປາ, ເກັດລີ່ນໃຫຍ່, ລູບຕີບຕົ້ນ ແລະ ກາສາມປີກໃຫຍ່
ຈີນ: 长叶排钱树, 蝶形花科 ແລະ 排钱草
ອັງກິດ: Fish Scales ແລະ Dragon's Tongue
ຫວຽດນາມ: Vảy tê tê cuống dài, Đồng tiền, Chuỗi tiền ແລະ Tràng quả cọng dài
Botanical Description

ຈັດເປັນໄມ້ຟຸ່ມ. ລຳຕົນສູງ 1-2 ມ,​ ແຕກກິ່ງກ້ານແບບຫ່າງໆ, ຕາມກິ່ງອ່ອນ ແລະ ຍອດມີຂົນອ່ອນກະຈາຍຢູ່ທົ່ວ, ຍອດຫ້ອຍລົງ. ໃບປະສົມແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 3 ໃບ, ອອກຮຽງກົງກັນຂ້າມ, ໃບຍ່ອຍກາງຮູບໄຂ່ ຫຼື ຮູບຫອກ, ກວ້າງ 5-8 ຊມ, ຍາວ 8-12 ຊມ, ໂຄນໃບມົນ, ຂອບລຽບ​ ຫຼື ເປັນຄື້ນ, ປາຍມົນ ຫຼື ແຫຼມ, ໃບຍ່ອຍດ້ານຂ້າງ, ຮູບຫອກ ຫຼື ຮູບຮີ, ກວ້າງ 3-4 ຊມ,​ ຍາວ 6-8 ຊມ, ໃບຂ້າງມີຂະໜາດນ້ອຍກວ່າໃບກາງ, ມີຂົນປົກຄຸມທັງສອງດ້ານ. ກ້ານໃບຍາວ 1.5-2 ຊມ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ ແລະ ປາຍກິ່ງ. ດອກຍ່ອຍມີຈຳນວນຫຼາຍ, ຮູບແກ່ນຖົ່ວ, ຂະໜາດນ້ອຍ. ໃບປະດັບດອກມີລັກສະນະຄ້າຍເກັດປາ, ມີ 2 ປະຄົບກັນໄວ້, ຄ້າຍເກັດປາ. ໝາກເປັນຝັກແປ, ຍາວເປັນຂໍ້ໆ, ກວ້າງປະມານ 4 ມມ, ຍາວ 0.7-1 ຊມ, ຜິວມີຂົນປົກຄຸມ.

Description of Use

ສັບພະຄຸນ: 

  • ຮາກ: ຕົ້ມນ້ຳດື່ມແກ້ລິດຊີດວງທະວານ, ແກ້ໄຂ້, ຮັກສາພະຍາດພະຍາດຕັບ, ບຳລຸງຕັບ, ຮັກສາເບົາຫວານ, ບຳລຸງເລືອດ, ແກ້ຄຸນໄສ, ແກ້ອາການຜ່ອມແຫ້ງ ແລະ ໃຈສັ່ນ.
  • ເປືອກຮາກ: ຕຳພອກແກ້ອາການເຈັບ ແລະ ແກ້ເຄັດບວມ.
  • ໃບ: ຕົ້ມດື່ມແກ້ໄຂ້, ແກ້ປັດສະວະດຳ ແລະ ແກ້ໄຂ້ຈັບສັ່ນ.

ພືດປະດັບ: ນຳມາປູກເປັນໄມ້ປະດັບຕາມສວນ.

Contribute