ທອງແຮດ

ທອງແຮດ

Use
Medicine
Ornamental
Scientific Name / Family
Blachia siamensis Gagnep. / EUPHORBIACEAE
Synonyms
Other Names
ໄທ: ກຣະຊິດ, ກາຊື້ມ, ຂີແຣດ, ຂີ້ແຣດຄວນ, ອີແຣດ, ຂີແຣດເມຍ, ໄຂ່ນົກກະທາ, ໜາມແຈງ ແລະ ຂ່ອຍໜາມ.
Conservation Status
Least Concern
Botanical Description

ຈັດເປັນໄມ້ຟຸ່ມ. ລຳຕົ້ນສູງປະມານ 5 ມ, ມີຂົນສັ້ນນຸ້ມຕາມກ້ານໃບ, ຊໍ່ດອກ, ເຕົ້າໄຂ່ ແລະ ໝາກ. ໃບດ່ຽວ, ຈັບວຽນສະຫຼັບ, ຮູບສີ່ຫຼ່ຽມ ຫຼື ຮູບໄຂ່, ຍາວ 2-4.5 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ ແລະ ມີຂົນຂຸຍ, ປາຍຮຽວແຫຼມ, ເສັ້ນກາງໃບນູນທັງສອງດ້ານ. ຊໍ່ດອກແບບດິ້ວຄັນຮົ່ມ, ຍາວ 1.5-2​ ຊມ, ດອກຍ່ອຍເປັນດອກແຍກເພດ. ດອກເພດຜູ້ມີຂະໜາດເສັ້ນຜ່າສູນກາງ 4-5 ມມ. ກ້ານດອກຍາວ 1-1.5 ຊມ. ກາບດອກ ແລະ ກີບດອກຮູບກົມ, ຂະໜາດປະມານ 1.5 ມມ. ເກສອນເພດຜູ້ມີ 14-21 ອັນ, ກ້ານຊູລະອອງຍາວປະມານ 3 ມມ. ດອກເພດແມ່ມີເສັ້ນຜ່າສູນກາງ 1-3.5 ມມ. ກ້ານດອກຍາວ 0.5-2.5 ຊມ. ກາບດອກຮູບສາມຫຼ່ຽມ, ຍາວ 2-4 ມມ, ຂອບມີຂົນຂຸຍ. ເຕົ້າໄຂ່ຈັບເທິງ, ປາຍຮວງຮັບຍາວ 5-6 ມມ. ໝາກແຫ້ງແລ້ວແຕກ, ມີ 3 ພູ, ເສັ້ນຜ່າສູນກາງ 0.8-1​ ຊມ. ແກ່ນຮູບຮີ, ຍາວປະມານ 6 ມມ.

Description of Use

ສັບພະຄຸນ: 

  • ຮາກ ຫຼື ລຳຕົ້ນ: ຕົ້ມດື່ມແກ້ຫືດ.
  • ຮາກ ແລະ ເນື້ອໄມ້: ຊ່ວຍຂັບປັດສະວະ. 
  • ໃບ: ລົດເຟື່ອນຕຳກັບເຂົ້າສານຄັ້ນເອົານ້ຳດື່ມເຮັດໃຫ້ປວດຮາກຖອນພິດເບື່ອເມົາ ຫຼື ອາຫານບໍ່ຍ່ອຍ.

ພືດປະດັບ: ນິຍົມນຳມາປູກເປັນພືດປະດັບຕາມສ່ວນຕ່າງໆ.

Contribute