ຫຍ້າຄົມບາວນ້ອຍ

ຫຍ້າຄົມບາວນ້ອຍ

Use
Income
Medicine
Scientific Name / Family
Carex speciosa Kunth / Cyperaceae
Synonyms
Other Names
ໄທ: ກົກກະບອກ
ຈີນ: 翠丽薹草
ຫວຽດນາມ: Cói túi hoa hậu ແລະ Kiết thanh
Botanical Description

ພືດລົ້ມລຸກ, ອອກຕິດກັນຢ່າງໜາແໜ້ນ, ສູງປະມານ 45 ຊມ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບແຖບ, ກວ້າງ 1.5-6 ມມ, ຍາວປະມານ 60 ຊມ, ແປ ຫຼື ພັບຈີບເຂົ້າກັນ, ກ້ານໃບ ຫຼື ກາບໃບຍາວປະມານ 8 ຊມ. ຊໍ່ດອກແບບຮວງເຂົ້າ, ອອກເປັນຊໍ່ດຽວ ຫຼື ມີ 2-3 ຊໍ່, ຮຽງຫ່າງໆ, ຮູບຊົງກະບອກ, ຍາວ 0.7-3.5 ຊມ, ຊໍ່ດອກບໍລິເວນໂຄນເປັນຊໍ່ດອກທີ່ສັ້ນ. ໃບປະດັບຊໍ່ດອກມີ 1-2 ຊັ້ນ, ຮູບແຖບ, ຍາວປະມານ 20 ຊມ. ດອກຍ່ອຍມີຈຳນວນຫຼາຍ, ຂະໜາດນ້ອຍ. ໃບປະດັບດອກຍ່ອຍຮູບສາມຫຼ່ຽມ, ຍາວ 2.5-3.5 ມມ, ຍາວກວ່າກາບດອກ. ດອກເພດຜູ້ຢູ່ສ່ວນປາຍ, ສັ້ນກ່ວາດອກຊ່ວງຂອງດອກເພດແມ່. ກາບດອກເພດແມ່ຮູບໄຂ່ ຫຼື ຮູບຮີ, ຍາວ 2-3 ມມ, ສີຂຽວ. ເຕົ້າໄຂ່ຈັບເທິງ, ປາຍຮວງຮັບແຍກອອກເປັນ 3 ແສກ. ໝາກມີຮູບສາມຫຼ່ຽມ ຫຼື ຮູບຮີ, ຍາວ 3-3.5 ມມ, ມີກ້ານສັ້ນຫຼາຍ.

Description of Use

ຄຸນປະໂຫຍດ:
    ລຳຕົ້ນ: ນຳມາຕົ້ມດື່ມເປັນຢາບຳລຸງກຳລັງ
    ປູກເປັນພືດຄຸມດິນ

Contribute