ຜັກໄໝ / Roundfruit Blyxa

ຜັກໄໝ / Roundfruit Blyxa

Use
Food
Medicine
Ornamental
Scientific Name / Family
Blyxa aubertii Rich. / HYDROCHARITACEAE
Synonyms
Blyxa ceylanica Hook.f.
Blyxa ecaudata Hayata
Blyxa graminea Steud.
Blyxa griffithii Planch. ex Hook.f.
Blyxa malayana Ridl.
Blyxa muricata Koidz.
Blyxa oryzetorum (Decne.) Hook.f.
Blyxa zeylanica Hook.f.
Diplosiphon oryzetorum Decne.
Other Names
ໄທ: ສັນຕະວາໃບເຂົ້າ ແລະ ເທບ
ອັງກິດ: Roundfruit Blyxa
ຈີນ: 无尾水筛
ຫວຽດນາມ: Lá hẹ
Conservation Status
Least Concern
Botanical Description

ລຳຕົ້ນເປັນລຳເຫງົ້າ ຫຼື ເລືອ ຢູ່ໃຕ້ນ້ຳ. ໃບດ່ຽວ, ອອກຈາກລຳເຫງົ້າ, ຮູບແຖບຮຽວຍາວ, ຍາວ 60-80 ຊມ, ໂຄນໃບແຜອອກເປັນກາບປະຄົບກັນໄວ້, ຂອບລຽບ ຫຼື ເປັນຄື້ນ, ປາຍຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ສີນ້ຳຕານ. ກ້ານດອກຍາວສົ່ງດອກອອກເໜືອນ້ຳ, ຍາວ 80-100 ຊມ. ດອກດ່ຽວ, ອອກຢູ່ເໜືອນ້ຳ, ສີຂາວ. ກີບດອກໂຄນເຊື່ອມຕິດກັນເລັກນ້ອຍ, ປາຍແຍກອອກເປັນ 3 ກີບ, ບາງຄັ້ງປາຍກີບໂຄ້ງປະຄົບກັນ. ເກສອນເພດຜູ້ມີ 3 ອັນ, ຂະໜາດນ້ອຍ. ເຕົ້າໄຂ່ມີ 2 ຫ້ອງ, ແຕ່ລະຫ້ອງມີຫຼາຍເມັດໄຂ່, ປາຍຮວງຮັບແຍກອອກເປັນ 3 ແສກ. ໝາກຮູບກົມ, ຂະໜາດນ້ອຍ. ແກ່ນມີຈຳນວນຫຼາຍ.

Description of Use

ອາຫານ:
    ໃບອ່ອນ: ຮັບປະທານເປັນຜັກສົດໄດ້ ຫຼື ນຳໄປແກງສົ້ມ.
ສັບພະຄຸນ:
    ຍອດອ່ອນ: ມີສັບພະຄຸນຊ່ວຍຫຼຸດຄວາມຮ້ອນໃນຮ່າງກາຍ.
ພືດປະດັບ:
    ປູກເປັນພືດປະດັບຕູ້ປາ.

Contribute