ດອກເຂົ້າກໍ່ານາ
APA 6th ed. ດອກເຂົ້າກໍ່ານາ. (2021, August 24). Retrieved from https://www.phakhaolao.la/kb/0001284
MLA 8th ed. ດອກເຂົ້າກໍ່ານາ. Pha Khao Lao, 24 August 2021, https://www.phakhaolao.la/kb/0001284.
Chicago 17th ed. Pha Khao Lao. 2021. "ດອກເຂົ້າກໍ່ານາ." Published August 24, 2021. https://www.phakhaolao.la/kb/0001284.
Burmannia distachya R.Br.
Burmannia disticha var. sumatrana (Miq.) Hook.f.
Burmannia disticha var. summatrana (Miq.) Hook. f.
Burmannia graminifolia Warb.
Burmannia sumatrana Miq.
ຈີນ: 水玉簪属
ຫວຽດນາມ: Cào cào
ຈັດເປັນພືດລົ້ມລຸກ. ລຳຕົ້ນຕັ້ງຊື່, ສູງ 20-50 ຊມ, ມີຂໍ້. ໃບດ່ຽວ, ອອກຮຽງສະຫຼັບ ຫຼື ອອກແບບກະຈຸກບໍລິເວນໂຄນລຳຕົ້ນ, ຮູບແຖບຄ້າຍໃບຫຍ້າ, ກວ້າງ 4-6 ຊມ, ຍາວ 7-10 ຊມ, ໂຄນໃບຕັດ ຫຼື ມົນ, ຂອບລຽບ ຫຼື ບິດເປັນຄື້ນ, ປາຍແຫຼມ. ຊໍ່ດອກແບບກະຈຸກ ຫຼື ດອກດ່ຽວ, ອອກຈາກເຫງົ້າ. ກ້ານດອກຍາວ 10-20 ຊມ, ມີໃບຂະໜາດນ້ອຍຮູບແຖບ, ຫຸ້ມຢູເປັນໄລຍະ. ດອກຍ່ອຍມີ 4-8 ດອກ, ສີມ້ວງ. ກີບດອກມີ 3 ກີບ, ຮູບຂອບຂະໜານ, ເຊື່ອມຕິດກັນເປັນຫຼອດຍາວ 1-3 ຊມ, ມີ 3 ພູ, ກວ້າງ 1-3.5 ມມ, ປາຍແຫຼມ, ສີມ້ວງ ຫຼື ສີນ້ຳເງິນ. ເກສອນເພດຜູ້ຈັບຢູ່ບໍລິເວນປາຍດອກ, ພົ້ນກາຍຫຼອດກີບດອກຫນ້ອຍຫນື່ງ, ສີຂຽວອ່ອນ.
ພືດປະດັບ: ນຳມາປູກເປັນພືດປະດັບຕາມນ້ຳຕົກຕາດ ຫຼື ສະຖານທີທ່ອງທ່ຽວຕ່າງໆ.