ຕີນກັບແກ້ / Wild Daisy

ຕີນກັບແກ້ / Wild Daisy

Use
Food
Medicine
Ornamental
Scientific Name / Family
Tridax procumbens (L.) L. / ASTERACEAE
Synonyms
Tridax procumbens var. canescens (Rich. ex Pers.) DC.
Tridax procumbens var. ovatifolia B.L.Rob. ex B.L.Rob. & Greenm.
Tridax procumbens var. procumbens
Other Names
ໄທ: ຕີນກັບແກ້, ຫຍ້າຕີນຕຸກໂຕ, ຫຍ້າຕີນຕຸບໂຕ ແລະ ຫຍ້າທຽນເສດຖີ
ອັງກິດ: Wild Daisy, coat buttons, cadillo chisaca, tridax, Mexican daisy ແລະ Tridax daisy
ຈີນ: 羽芒菊 ແລະ 中美高
Botanical Description

ຈັດເປັນພືດລົ້ມລຸກ. ລຳຕົ້ນເລືອໄປຕາມໜ້າດິນ, ສູງ 30-50 ຊມ, ມີຂົນອ່ອນນຸ້ມປົກຄຸມ. ໃບດ່ຽວ, ອອກຮຽງກົງກັນຂ້າມສະຫຼັບຕັ້ງສາກ, ຮູບຫອກ, ກວ້າງປະມານ 2 ຊມ, ຍາວປະມານ​ 3 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວເລື່ອຍບໍ່ສະໝໍ່າສະເໜີ, ປາຍແຫຼມ, ຜິວມີຂົນສີເຫຼືອງອ່ອນປົກຄຸມທັງສອງດ້ານ. ຊໍ່ດອກແບບກະຈຸກກົມ, ອອກບໍລິເວນງ່າມໃບ, ມີຂະໜາດ 9-11 ມມ, ສີເຫຼືອງ. ກ້ານຊໍ່ດອກຮູບກົມ, ຍາວ 10-20 ຊມ, ມີຂົນປົກຄຸມຢ່າງໜາແໜ້ນ. ດອກຍ່ອຍຈຳນວນຫຼາຍ, ຈັບແໜ້ນໃນຖານດອກດຽວກັນ, ມີທັງດອກແຍກເພດ ແລະ ດອກສົມບູນເພດໃນຊໍ່ດອກ ຫຼື ຖານດອກດຽວກັນ. ດອກວົງນອກເປັນດອກເພດແມ່, ມີລັກສະນະຄ້າຍກີບ, ຮູບຂອບຂະໜານ ຫຼື ຮູບໄຂ່, ປາຍແຍກອອກເປັນ 3 ແສກ, ສີຂາວນວນ. ດອກວົງໃນເປັນດອກສົມບູນເພດ, ສີເຫຼືອງ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວປະມານ 8 ມມ. ເກສອນເພດຜູ້ມີ 5 ອັນ, ຈັບຢູ່ຫຼອດກີບດອກ. ເຕົ້າໄຂ່ເຈັບເທິງ, ປາຍຮວງຮັບແຍກເປັນ 2 ແສກ. ໝາກແຫ້ງແລ້ວບໍ່ແຕກ, ເປືອກໜຽວ, ມີຂົນສີນ້ຳຕານປົກຄຸມ.

Description of Use

ອາຫານ:
    ໃບ: ຕົ້ມເປັນຜັກກິນເປັນອາຫານ.
ສັບພະຄຸນ:
    ໃບ: ໃຊ້ເປັນຢາຂ້າເຊື້ອ, ໃຊ້ຫ້າມເລືອດ, ແກ້ກາຝາກ, ໃຊ້ພອກຮັກສາຝີ, ຕຳພອກຮັກສາອາການເຈັບ, ແກ້ອາການຂໍ້ອັກເສບ, ຮັກສາອາການເຈັບຕາມກະດູກ, ຮັກສາຫວັດ, ແກ້ອາການເຈັບທ້ອງບິດ, ຖອກທ້ອງ ແລະ ໃຊ້ປະຄົບພາຍນອກແກ້ອາການບວມຂອງລິດຊີດວງທະວານ.
    ຜົງໃບ: ນຳມາປະສົມກັບ Cicer arietium ນຳມາຮັບປະທານຮັກສາພະຍາດເບົາຫວານ.
    ນ້ຳຢາງ: ໃຊ້ທາແກ້ອາການບວມ ແລະ ຮັກສາແຜ.
ພືດປະດັບ: ດອກມີຄວາມສວຍງາມຈຶ່ງນິຍົມປູກເປັນພືດປະດັບທົ່ງຫຍ້າ ຫຼື ສວນສາທາລະນະລັດ.
ຄຸນປະໂຫຍດ:
    ຕົ້ນອ່ອນ: ໃຊ້ເປັນອາຫານຂອງສັດ.
    ໃຊ້ເປັນພືດປົກຄຸມດິນ.
    ໃບ: ສາມາດຂ້າແມງໄມ້, ກາຝາກໄດ້ ແລະ ຍັງໃຊ້ບຳລຸງເສັ້ນຜົມໄດ້.
    ຄວັນທີ່ເກີດຈາກການເຜົາໄໝ້ຊ່ວຍໃນການໄລ່ຍຸງ.

Contribute